ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງອັດຕະປື ຄັ້ງທີ XII ໄດ້ສຳເລັດລົງຢ່າງຈົບງາມ ໃນວັນທີ 26 ກັນຍາ 2025 ພາຍຫຼັງດໍາເນີນມາເປັນເວລາ 2 ວັນ ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ສະຫາຍ ພົທ ວັນທອງ ກອງມະນີ ກໍາມະການສູນກາງພັດ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອັດຕະປື ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຜູ້ແທນສົມບູນ, ພ້ອມດ້ວຍພະນັກງານປະຕິວັດອາວຸໂສບໍານານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII ດຳເນີນພາຍໃຕ້ຄໍາຂວັນ “ ເພີ່ມທະວີຄວາມສາມາດນໍາພາທີ່ເຂັ້ມແຂງ, ຄຸ້ມຄອງລັດ-ສັງຄົມດ້ວຍກົດໝາຍ, ພັດທະນາເສດຖະກິດເອກະລາດເປັນເຈົ້າຕົນເອງ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າ ແລະ ສູ້ຊົນພັດທະນາແຂວງອັດຕະປື ກ້າວຂື້ນຢ່າງບໍ່ຢຸດຢັ້ງ ”. ກອງປະຊຸມບັນດາຜູ້ແທນສົມບູນ ຈຳນວນ 247 ສະຫາຍ, ຍິງ 36 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ທົ່ວແຂວງ 11,228 ສະຫາຍ, ຍິງ 3,341 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ 11 ຊົນເຜົ່າທົ່ວແຂວງອັດຕະປື, ໄດ້ເປັນເອກກະພາບກັນຮັບຮອງເອົາບົດລາຍງານການເມືອງ 2 ພາກ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກ ສະໄໝທີ XI, ເປັນເອກະສັນຮັບຮອງເອົາທິດທາງ, ວຽກງານ ແລະ ຄາດ ໝາຍສູ້ຊົນໃນ 5 ປີຕໍ່ໜ້າ(2026-2030) ຊຶ່ງໄດ້ສ້າງພື້ນຖານສໍາຄັນໃຫ້ແກ່ການສືບຕໍ່ປັບປຸງ, ຍົກລະດັບປະສິດທິພາບ ໃນການຈັດຕັ້ງປະຕິບັດວຽກງານຂອງຄະນະພັກແຂວງໃຫ້ສາມາດເຮັດສໍາເລັດໜ້າທີ່ການ
ເມືອງຂອງຕົນໃນຊຸມປີຕໍ່ໜ້າ,
ພ້ອມນີ້ຜູ້ແທນສົມບູນ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງ ຊຶ່ງມີຜູ້ອອກສະໝັກຮັບເລືອກຕັ້ງ ຈໍານວນ 39 ສະຫາຍ ຍິງ 6 ສະຫາຍ, ເລືອກໄດ້ 35 ສະຫາຍ, ຍິງ 5 ສະຫາຍ. ຄື:
1) ສະຫາຍ ພົທ ວັນທອງ ກອງມະນີ.
2) ສະຫາຍ ນາງ ມີນາພອນ ໄຊສົມພູ.
3) ສະຫາຍ ທະນູໄຊ ບັນຊາລິດ.
4) ສະຫາຍ ພັອ ສີສົມໃຈ ມະໂນລາ.
5) ສະຫາຍ ພັອ ສັກສິດ ສີພັນດວງ.
6) ສະຫາຍ ສຸວັນສີ ແກ້ວວິເສີດ.
7) ສະຫາຍ ສີໄລ ສີສະແຫວງສຸກ.
8) ສະຫາຍ ນາງ ບັນທະໄລ ແກ້ວມະນີວົງ.
9) ສະຫາຍ ປອ ຄອນສະຫງ່າ ພິມມະສອນ.
10) ສະຫາຍ ພູວັນ ພົມມະຈັນ.
11) ສະຫາຍ ສຸລິວົງ ອະໄພວົງ.
12) ສະຫາຍ ບຸນທະມາລີ ໝັ້ນອານົງ.
13) ສະຫາຍ ສຸລິຈັນ ໂຊກຄໍາຈັນ.
14) ສະຫາຍ ນາງ ຈັນເພັດ ຈັນທະມາດ.
15) ສະຫາຍ ອຸດົມສິນ ສີຊານົນ.
16) ສະຫາຍ ນາງ ພອນມະນີ ຂຽນໄຊຍະວົງ.
17) ສະຫາຍ ອິນປັນ ອິນທິລາດ.
18) ສະຫາຍ ຫັດສະໄນ ສີບຸນເຫລືອງ.
19) ສະຫາຍ ດາບແກ້ວ ໄຊຍະແສງ.
20) ສະຫາຍ ຄໍາໝັ້ນ ສີສະໝຸດ.
21) ສະຫາຍ ພັທ ຄໍາໂພໄຊ ໄຊຍະເສນາ.
22) ສະຫາຍ ສົມໄຊ ແກ້ວມະນີວັນ.
23) ສະຫາຍ ກົງໃຈ ສີດາວົງ.
24) ສະຫາຍ ຄໍາຫຼ້າ ແກ້ວວັນສອນ.
25) ສະຫາຍ ຂັນທອງ ຍິ້ນດາວົງ.
26) ສະຫາຍ ພັທ ສີອຸດົມ ອາລົມຈິດ.
27) ສະຫາຍ ກົງຈັກ ສີສະຫວາດ.
28) ສະຫາຍ ສຸດໃຈ ກົມມະເມືອງ.
29) ສະຫາຍ ປອ ຄໍາພັນ ແກ້ວມະນີ.
30) ສະຫາຍ ນາງ ອ່ອນໃສ ມຽງລາວັນ.
31) ສະຫາຍ ລິດຄໍາ ໂຮມອິນຕາ.
32) ສະຫາຍ ວິໄລວັນ ແກ້ວເຮືອງສີ.
33) ສະຫາຍ ມີໄຊ ສີສະແຫວງສຸກ.
34) ສະຫາຍ ສົມຫວັງ ນາມສີນາ.
35) ສະຫາຍ ພອນໄຊ ໄກສອນເສນາ.
ກອງປະຊຸມຄັ້ງປະຖົມມະລືກເປັນເອກະສັນເລືອກເອົາຄະນະປະຈໍາພັກແຂວງ 11 ສະຫາຍ, ຍິງ 2 ສະຫາຍ ຄື:
1) ສະຫາຍ ພົທ ວັນທອງ ກອງມະນີ.
2) ສະຫາຍ ນາງ ມີນາພອນ ໄຊສົມພູ.
3) ສະຫາຍ ທະນຸໄຊ ບັນຊາລິດ.
4) ສະຫາຍ ພັອ ສີສົມໃຈ ມະໂນລາ.
5) ສະຫາຍ ພັອ ສັກສິດ ສີພັນດວງ.
6) ສະຫາຍ ສຸວັນສີ ແກ້ວວິເສີດ.
7) ສະຫາຍ ສີໄລ ສີສະແຫວງສຸກ.
8) ສະຫາຍ ນາງ ບັນທະໄລ ແກ້ວມະນີວົງ.
9) ສະຫາຍ ປອ ຄອນສະຫງ່າ ພິມມະສອນ.
10) ສະຫາຍ ພູວັນ ພົມມະຈັນ.
11) ສະຫາຍ ສຸລິວົງ ອະໄພວົງ.
ໃນນີ້ ໄດ້ເລືອກເອົາ ສະຫາຍ ພົທ ວັນທອງ ກອງມະນີ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ນາງ ມີນາພອນ ໄຊສົມພູ ແລະ ສະຫາຍ ທະນູໄຊ ບັນຊາລິດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ສຸວັນສີ ແກ້ວວີເສີດ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ສົມຫວັງ ນາມສີນາ, ສະ ຫາຍ ຄໍາປານ ກິ່ນສົມບັດ, ສະຫາຍວິໄລພອນ ແກ່ນຈັນ ແລະ ສະຫາຍໃຈພອນ ພາມຸງຄຸນ ທັງ 4 ເປັນຮອງຄະນະກວດກາພັກແຂວງ, ພ້ອມດຽວກັນນີ້ ຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ 19 ສະຫາຍ, ຍິງ 1 ສະຫາຍ ແລະ ຜູ້ແທນສໍາຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.
ຂ່າວ: ພອນປະເສີດ.
ພາບ: ມະນີວອນ.