ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຝຶກອົບຮົມການບໍລິຫານຈັດການກະດານຂ່າວເອເລັກໂຕຼນິກຜ່ານລະບົບທາງໄກ (video conference)ທົ່ວປະເທດ

ໃນລະຫວ່າງວັນທີ 10 – 20 ມີນາ 2024 ທີ່ຫ້ອງປະຊຸມທາງໄກຂອງຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າຮ່ວມຝຶກອົບຮົມ ການບໍລິຫານຈັດການກະດານຂ່າວເອເລັກໂຕຼນິກຜ່ານລະບົບທາງໄກ. ໂດຍໃຫ້ກຽດກ່າວເປີດ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ,ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ວັນຕຸລາ ຣັກນຸດ ກຳມະການພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານບຸນ ຮອນໄຊຍະວົງ ຮອງຫົວ ໜ້າຄະນະໂຄສະນາອົບຮົມແຂວງ,ຫົວໜ້າຂະແໜງ, ຮອງຂະແໜງພ້ອມແອັດມິນເຂົ້າຮ່ວມ.

ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃນການບໍລິຫານຈັດການ(ເວັບໄຊ ).ການໂຄສະນາເຜີຍແຜ່ຜ່ານທາງລະບົບເຕັກໂນໂລຊີທີ່ທັນສະໄໝສາມາດເຂົ້າເຖິງໄດ້ວ່ອງໄວເຮັດໃຫ້ວຽກງານໂຄສະນາອົບຮົມ ຫັນໄປສູ່ຄວາມທັນສະໄໝ, ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ຂອງພັກ-ລັດໃນໄລຍະໃໝ່, ພັດທະນາຄວາມຮູ້ມາຮັບໃຊ້ໃນວຽກງານດ້ານວິທີນຳໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝກາຍເປັນເສນາທິການ ໂຄສະນາເຜີຍແຜ່ບັນດາແນວທາງ, ມະຕິ, ຄຳສັ່ງ ແລະ ອື່ນໆ.

ການຝຶກອົບຮົມໃນຄັ້ງນີ້ ແມ່ນຝຶກເນື້ອໃນມີ 5 ຫົວໃຫ່ຍຄື: 1: ຂັ້ນຕອນການກະກຽມຮູບພາບໃນການປະກອບບົດຂ່າວ; 2: ຂັ້ນຕອນການສ້າງ ແລະ ເຜີຍແຜ່ບົດຂ່າວ ລົງໃນເວັບໄຊສ; 3: ຂັ້ນຕອນການອັບເດດຂໍ້ມູນ ເອກະສານ ມະຕິຄຳສັ່ງຕ່າງໆ ລົງໃນເມນູ ແລະ ຄໍລຳຕ່າງໆ; 4: ຂັ້ນຕອນການເຜີຍແຜ່ບັນດາຂໍ້ມູນຂ່າວສານຈາກເວັບໄຊສ ໄປຍັງບັນດາສື່ສັງຄົມອອນລາຍ. 5: ຂັ້ນຕອນການສ້າງ ແລະ ຄຸ້ມຄອງຜູ້ໃຊ້ງານລະບົບ (user).ຈາກນັ້ນວິທະຍາກອນຮັບຜິດຊອບຈາກກົມຂໍ້ມູນຂ່າວສານ ແລະ ແອັດມິນຄະນະໂຄສະນາອົບຮົມແຂວງ ຍັງໄດ້ມີຄໍາເຫັນແລກປ່ຽນ ແລະ ແກ້ໄຂຂໍ້ຂ້ອງໃຈຫຼາຍບັນຫາທີ່ກ່ຽວຂ້ອງເຮັດໃຫ້ບັນດາແອັດມິນມີຄວາມຮັບຮູ້ ແລະ ເຂົ້າໃຈເປັນຢ່າງດີ.

ໃນຕອນທ້າຍປະທານກອງປະຊຸມໄດ້ມີຄໍາເຫັນ ແລະ ເນັ້ນໜັກບາງບັນຫາ ໃຫ້ບັນດາທ່ານຄະນະໂຄສະນາອົບຮົມແຂວງຮັບຜິດຊອບຊີ້ນຳວຽກງານດັ່ງກ່າວ ແລະ ແອັດມິນເອົາໃຈໃສ່ເຄື່ອນໄຫວຮັບຜິດຊອບໜ້າທີ່ວຽກງານວິຊາເພາະມີຄວາມສະດວກວ່ອງໄວ, ທັນກັບສະພາບການ ແລະ ຮັບຜົນສຳເລັດໄດ້ຢ່າງດີ.


ຂ່າວ: ຄະນະໂຄສະນາອົບຮົມແຂວງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa