ນາຍົກລັດຖະມົນຕີຊຸກຍູ້ວຽກງານຮອບດ້ານຢູ່ແຂວງ ອັດຕະປື

ໃນວັນທີ 22 ມິຖຸນາ 2024 ນິ້ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະຈາກສູນກາງໄດ້ເຄື່ອນໄຫວຕິດຕາມຊຸກຍູ້ວຽກງານຮອບດ້ານຢູ່ແຂວງ ອັດຕະປື ໂດຍມີເລຂາພັກແຂວງ, ການນຳຫຼັກແຫຼ່ງ ພ້ອມດ້ວຍຄະນະພັກ, ຄະນະນຳຂອງແຂວງໃຫ້ການຕ້ອນຮັບຢ່າງອົບອຸ່ນ.

     ໃນການລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ແຂວງ ອັດຕະປື ຂອງທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມຄະນະ ຄັ້ງນີ້ ໄດ້ໄປຕິດຕາມຊຸກຍູ້ໂຄງການສົ່ງເສີມປະຊາຊົນປູກພຶດກະສິກຳ (ປູກຖົ່ວລຽນ) ຢູ່ເຂດບ້ານໜອງຫີນເມືອງສະໜາມໄຊໂດຍມີສາມບໍລິສັດລົງທຶນ ເຊັ່ນ: ບໍລິສັດ ຈີນໂກ ລາວ, ບໍລິສັດ ຮົງກົງທຽນຊື ແລະ ບໍລິສັດ ພົງຊັບ ທີ່ໄດ້ຮ່ວມລົງນາມເຊັນສັນຍາສຳປະທານເນື້ອທີ່ດິນໃນຫຼາຍປີຜ່ານມາໂດຍຖືກຕ້ອງຕາມລະບຽບກົດໝາຍຂອງລັດ ແລະ   ມີການວາງມາດຕາການຄຸມຄອງເປັນອັນລະອຽດຈາກອຳນາດການປົກຄອງແຂວງ ເພື່ອເປັນການປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ (ກົນໄກ 2+3) ສ້າງວຽກເຮັດງານທຳໃຫ້ປະຊາຊົນໃນທ້ອງຖິ່ນ ແລະ ຊຸກຍູ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.

 

ໃນພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ທີ່ຫໍປະຊຸມໃຫຍ່ຂອງແຂວງ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງ ອັດຕະປື ກໍໄດ້ຕ່າງອົງການປົກຄອງແຂວງລາຍງານໂດຍຫຍໍ້ກ່ຽວກັບການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງທີ່ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ 6 ເດືອນ ຕົ້ນປີ 2024 ເຊິ່ງການນໍາທຸກຂັ້ນຂອງແຂວງໄດ້ເອົາໃຈໃສ່ນຳພາ-ຊີ້ນໍາທຸກຂົງເຂດວຽກງານຢ່າງແຂງແຮງ, ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໂດຍສອດຫ້ອຍກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ໃນຕະຫຼອດໄລຍະຜ່ານມາແຂວງ ອັດຕະປື ຍັງຮັກສາໄດ້ຄວາມມີສະຖຽນພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ, ເປັນເຈົ້າການພັດທະນາພື້ນຖານໂຄງລ່າງ ເສດຖະກິດຂອງແຂວງໄດ້ມີການເຕີບໃຫຍ່ຂະຫຍາຍຕົວ, ປະຊາຊົນມີລາຍຮັບ ແລະ ມີຊີວິດການເປັນທີ່ດີຂຶ້ນເທື່ອລະກ້າວ.

    ໃນໂອກາດດັ່ງກ່າວທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍ່ໄດ້ໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງໂດຍໄດ້ເນັ້ນໜັກຫຼາຍບັນຫາ ເພື່ອໃຫ້ການນໍາແຂວງພ້ອມກັນຄົ້ນຄວ້າ ແລະ ສືບຕໍ່ປະຕິບັດໃນຕໍ່ໜ້ານີ້ ຕ້ອງໄດ້ເດັດດ່ຽວແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງພາຍໃນພັກຢ່າງເຂັ້ມງວດ, ປັບປຸງລະບົບການ ຈັດຕັ້ງ, ກົງ ຈັກ ແລະ ກົນໄກເຄື່ອນໄຫວຂອງບັນດາອົງການອຳນາດລັດແຕ່ລະຂັ້ນ ໃຫ້ເຂັ້ມແຂງ ແລະ ມີຄວາມເອກະພາບໃນການເພີ່ມ​ທະວີ​ແກ້​ໄຂ​ບັນຫາ​ເຄັ່ງຮ້ອນ ຕິດພັນກັບບັນຫາການດຳເນີນ 2 ວາລະແຫ່ງຊາດ, ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງໃຫ້ໄດ້ດີຂຶ້ນ, ສູ້ຊົນແກ້ໄຂ ແລະ ອັດຊ່ອງທາງຮົ່ວໄຫໃຫ້ດີທີ່ສຸດ, ສ້າງເງື່ອນໄຂ ແລະ ສິ່ງອໍານວຍຄວາມສະດວກທຸກທ່າແຮງຍາດແຍ່ງການຊ່ວຍເຫຼືອດຶງດູດການລົງທຶນເພື່ອມາພັດທະນາແຂວງ, ພ້ອມກັນຫັນການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍໄປສູ່ທັນສະໄໝ ແລະ ສ້າງເງື່ອນໄຂເອື້ອອໍານວຍໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງອັດຕະປືໃຫ້ຈະເລີນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງພັກ ໃນການສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ, ເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ໃຫ້ເກີດເປັນຮູບປະທຳຫຼາຍກວ່າເກົ່າ, ປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ແລະ ການລົງທຶນ ໃຫ້ດີຂຶ້ນເປັນກ້າວໆ, ຄຸ້ມຄອງໂຄງການລົງທຶນຂະໜາດໃຫຍ່ ໃຫ້ມີປະສິດທິຜົນ ແລະ ແກ້ໄຂບັນຫາໃຫ້ທັນກັບສະພາບການ; ສົ່ງເສີມການຜະລິດພາຍໃນເພື່ອທົດແທນການນໍາເຂົ້າ ຈາກຕ່າງປະເທດ, ສົມທົບກັບບັນດາໂຄງການຂະໜາດໃຫຍ່ ເພື່ອເຮັດສັນຍາຜູກຂາດການຜະລິດ ແລະ ສະໜອງສິນຄ້າກະສິກຳ ຮັບໃຊ້ໂຄງການ ເພື່ອເປັນຕະຫຼາດຊ່ວຍປະຊາ ຊົນແກ້ໄຂຄວາມທຸກຍາກ ແລະ ບັນຫາອື່ນໆ ຈົ່ງໃຫ້ເອົາໃຈໃສ່ສືບຕໍ່ເຄື່ອນໄຫວນຳພາ-ຊີ້ນຳຢ່າງມີປະສິດທິພາບ ແລະ ປະສິດທິຜົນເທື່ອລະກ້າວ.

ໂດຍ: ໄພບູນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa