
ວັນທີ 18 ພະຈິກ 2025 ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມ ແຂວງ ລົງເຄື່ອນໄຫວຊຸກຍູ້ ແລະ ເຮັດວຽກຢູ່ເມືອງຊານໄຊ ແຂວງ ອັດຕະປື ນຳພາໂດຍທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມ, ຄວບຕໍາແໜ່ງເລຂາທິການປະຈໍາເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ດາວວັນ ຫຼວງອາໄພ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມທິມງານ, ໃຫ້ກຽດຕ້ອນຮັບຂອງ ທ່ານ ບຸນເນັມ ໄຊຍະເສັ້ມ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ຜູ້ຊີ້ນຳວຽກງານແນວຄິດ, ວຽກພັກພະນັກງານ, ທ່ານ ຄໍາເຄັງ ແກ້ວບົວພາດ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງຊານໄຊ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມເມືອງກໍ່ໃຫ້ກຽດຕ້ອນຮັບ.

ໂອກາດດັ່ງກ່າວທ່ານ ຄຳເຄັງ ແກ້ວບົວພາດ ກໍ່ໄດ້ລາຍງານສະພາບຈັດຕັ້ງເຄື່ອນໄຫວວຽກງານຂໍ້ມູນຂ່າວສານໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ, ຂໍ້ສະດວກ ແລະ ຫຍຸ້ງຍາກ ພ້ອມດຽວກັນນັ້ນ ຍັງໄດ້ແລກປ່ຽນບົດຮຽນ ລະຫວ່າງ ສູນກາງ ກັບ ທ່ອງຖິ່ນ ເພື່ອເຮັດໃຫ້ວຽກງານຂໍ້ມູນຂ່າວສານກໍຄືການຫັນເອົາແນວທາງນະໂຍບາຍຂອງພັກ ໄດ້ເຜີຍແຜ່ອອກສື່ສັງຄົມອອນລາຍຢ່າງກວ້າງຂວາງ, ສັງຄົມສາມາດເຂົ້າ ເຖິງແຫຼ່ງຂໍ້ມູນທີ່ທັນສະໄໝວ່ອງໄວທັນການ, ພະນັກງານຮັບຜິດຊອບວຽກງານຂໍ້ມູນຂ່າວສານ ແລະ ສື່ມວນຊົນພາຍໃນເມືອງໄດ້ຮັບຮູ້ ແລະ ເຂົ້າໃຈ.

ທັງໝົດນັ້ນກໍເພື່ອຍົກສູງຄຸນນະພາບວຽກງານໂຄສະນາອົບຮົມໃນການນຳໃຊ້ສື່ທີ່ທັນສະໄໝ(ເວັບໄຊສ) ເຂົ້າໃນວຽກງານໂຄສະນາໃຫ້ກວ້າງຂວາງ ເພື່ອສ້າງບາດກ້າວໃໝ່ ຫັນເປັນທັນສະໄໝເທື່ອລະກ້າວ. ໃນໂອກາດດັ່ງກ່າວ ທ່ານ ວັນຕຸລາ ຣັກນຸດ ກໍໄດ້ມອບຄອມພິວເຕີ້ຈຳນວນໜຶ່ງໜ່ວຍໃຫ້ຄະນະໂຄສະນາອົບຮົມເມືອງ.

ຂ່າວ-ພາບ: ວົງສະໄໝ ສີວິໄລ