ພິທີ ເປີດຊຸດອົບຮົມມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປີ 2024.

ໃນລະຫວ່າງວັນທີ 16-17 ກໍລະກົດ 2024; ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງອັດຕະປື ໄດ້ຈັດພິທີອົບຮົມມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ II ປີ 2024. ໂດຍການເປັນປະທານຂອງ ສະຫາຍ ບຸນຮອນ ໄຊຍະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບ ແລະ ມະຫາຊົນກ້າວໜ້າ ເຂົ້າຮ່ວມ.

ພິທີຝຶກອົບຮົມດັ່ງກ່າວໃຊ້ເວລາ 2 ວັນ ຊຶ່ງມີມະຫາຊົນກ້າວໜ້າເຂົ້າຮ່ວມອົບຮົມ ມີ 20 ສະຫາຍ, ຍິງ 9 ສະຫາຍ ມາຈາກ 7 ຄະນະພັກຮາກຖານ ແລະ 11 ໜ່ວຍພັກ.

ເອກະສານທີ່ນຳໃຊ້ເຂົ້າໃນການອົບຮົມ ປະກອບ ມີ 13 ຄໍາຖາມ-ຄໍາຕອບ ເຊິ່ງເປັນເອກະສານຄວາມຮູ້ເບື່ອງຕົ້ນ ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງ ບົດບາດ, ກຽດສັກສີຂອງພັກຄືແນວໃດ.

ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຕອ້ງໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ຫຼອມຕົນເອງໃຫ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ເພື່ອເພີ່ມກໍາລັງແຮງສູ້ຮົບໃຫ້ແກ່ພັກນັບມື້ຫຼາຍຂຶ້ນ.

 

ໃນຕອນທ້າຍການອົບຮົມ ຄະນະຮັບຜິດຊອບ ກໍໄດ້ເຊີນຄະນະພັກທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ໂອກາດດັ່ງກ່າວ ສະຫາຍ ບຸນຮອນ ໄຊຍະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ມະຫາຊົນທີ່ໄດ້ຜ່ານການອົບຮົມ, ພ້ອມທັງໂອ້ລົມ ແລະ ຮຽກຮ້ອງມາຍັງບັນດາມະຫາຊົນກ້າວໜ້າທັງໝົດທີ່ໄດ້ຜ່ານການອົບຮົມຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ບຸກບືນຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ ພັກ-ລັດ ໄດ້ມອບໝາຍໃຫ້ຢ່າງມີຜົນສຳເລັດ ແລະ ມອບຄວາມຮັບຜິດຊອບດັ່ງກ່າວ ໃຫ້ຄະນະພັກທີ່ກ່ຽວຂ້ອງນຳໄປສຶກສາອົບຮົມຕໍ່ ເພື່ອໃຫ້ມະຫາຊົນໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ຈົນກາຍເປັນສະມາຊິກພັກສຳຮອງ, ສົມບູນໃນຕໍ່ໜ້າ.


+ ພາບ-ຂ່າວ: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa