ຫົວໜ້າຄະນະຈັດຕັ້ງສູນກາງພັກເນັ້ນຫຼາຍບັນສຳຄັນ ຕໍ່ຄະນະບໍລິຫານງານພັກແຂວງອັດຕະປື ຊຸດໃໝ່

ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງອັດຕະປື ໃນວັນທີ 25-26 ກັນຍາ 2025 ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ, ໂດຍສະຫາຍໄດ້ເນັ້ນໜັກ ໃຫ້ຄະນະບໍລິຫານງານພັກແຂວງອັດຕະປື ຊຸດໃໝ່ ສະໄໝທີ XII, ໃນນີ້ວຽກອັນຮີບດ່ວນກວ່າໝູ່ ຕ້ອງຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ ໃນຄັ້ງນີ້ເປັນແຜນງານ, ໂຄງການ ແລະ ນິຕິກຳຈັດຕັ້ງປະຕິບັດຂອງແຕ່ລະຂະແໜງການ, ອົງການ ແລະ ທ້ອງຖິ່ນ, ສືບຕໍ່ຜັນຂະຫຍາຍວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃຫ້ກາຍເປັນໜ້າທີ່ຂອງທົ່ວປວງຊົນຢ່າງແທ້ຈິງ, ເພື່ອຮັບປະກັນ ແລະ ສະກັດກັ້ນແກ້ໄຂປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ເອົາໃຈໃສ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ 4 ວາລະໃຫຍ່ຂອງແຂວງ ຕິດພັນກັບການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມ ບໍລິເວນຊາຍແດນລະຫວ່າງປະເທດ, ສືບຕໍ່ນໍາພາ ແລະ ຍູ້ແຮງວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາ ຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃຫ້ແຂງແຮງ ແລະ ຕໍ່ເນື່ອງ, ຖືສໍາຄັນວຽກງານກໍ່ສ້າງພັກ-ພະນັກງານ ເປັນບັນຫາຕັດສິນ, ຍົກສູງບົດບາດ ແລະ ຄວາມສາມາດນໍາພາຂອງຄະນະພັກແຂວງ ແລະ ຄະນະພັກແຕ່ລະຂັ້ນຕໍ່ທຸກຂົງເຂດ

ວຽກງານ, ເພີ່ມທະວີວຽກງານຕິດຕາມ-ກວດກາພາຍໃນພັກ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຄະນະພັກທຸກຂັ້ນ ຕ້ອງຖືສໍາຄັນ ແລະ ເອົາໃຈໃສ່ປັບປຸງການຈັດຕັ້ງ ແລະ ພະນັກງານກວດກາ ແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ພ້ອມທັງສ້າງເງື່ອນໄຂໃຫ້ຄະນະກວດກາ ກໍ່ຄືພະນັກງານ ກວດກາ ໄດ້ປະຕິບັດໜ້າທີ່ຂອງຕົນເອງຢ່າງເຕັມສ່ວນ, ເອົາໃຈໃສ່ແກ້ໄຂຜົນການກວດກາ, ກວດສອບ ໃຫ້ເຂັ້ມງວດ, ຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ ຕິດພັນກັບການເພີ່ມທະວີຄວາມສັກສິດ ແລະ ປະສິດທິຜົນຂອງການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ປັບປຸງກົງຈັກການຈັດຕັ້ງ ໃຫ້ຖືກຕ້ອງຕາມທິດຊີ້ນໍາ, ກະທັດຮັດ ຄຽງຄູ່ກັບການສັບຊ້ອນພະນັກງານ ໃຫ້ສຳເລັດ ແລະມີຄວາມສະຫງົບ, ສືບຕໍ່ຄົ້ນຄວ້າ, ກະກຽມບຸກຄະລາກອນອອກສະໝັກເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງແຂວງອັດຕະປື ແລະ ສະມາຊິກສະພາປະຊາຊົນແຂວງອັດຕະປື ໃນຕໍ່ໜ້າ ໃຫ້ຮັບປະກັນມາດຕະຖານ ແລະ ເງື່ອນໄຂ ທີ່ກຳນົດໄວ້, ສືບຕໍ່ນໍາພາ, ຊີ້ນໍາຕໍ່ການພັດທະນາເສດຖະກິດ ໂດຍຂຸດຄົ້ນ, ນໍາໃຊ້ ແລະ ເສີມຂະຫຍາຍທ່າ ແຮງບົ່ມຊ້ອນຢ່າງສຸດຂີດ, ສືບຕໍ່ຍູ້ແຮງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຂະຫຍາຍແຫຼ່ງລາຍຮັບໃຫ້ຫຼາຍກວ່າເກົ່າ ໂດຍມີນະໂຍບາຍທີ່ສອດຄ່ອງ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ຕໍ່ການລົງທຶນ ໂດຍສະເພາະ ສ້າງນິຕິກຳໃຕ້ກົດໝາຍ ດ້ານການສົ່ງເສີມການລົງທຶນ ໃຫ້ສອດຄ່ອງກັບທ້ອງຖິ່ນ, ສົ່ງເສີມການຜະລິດພາຍໃນ ຫຼຸດຜ່ອນການນໍາເຂົ້າ, ສຸມໃສ່ສ້າງເສດຖະກິດຮ່ວມມືຂອງ ປະຊາຊົນ ເປັນຕົ້ນ ການສ້າງກຸ່ມຜະລິດເປັນສິນຄ້າ, ສະຫະກອນ, ສ້າງໃຫ້ໄດ້ຄອບຄົວຕົວແບບດ້ານກະສິກຳ ແລະ ການບໍລິການ ໃຫ້ນັບມື້ນັບຫຼາຍຂຶ້ນ,

ສືບຕໍ່ເອົາໃຈໃສ່ການພັດທະນາດ້ານວັດທະນະທຳ-ສັງຄົມ ໂດຍສຸມໃສ່ປະຕິບັດບັນດາຄາດໝາຍຕົວຊີ້ວັດ ການພັດທະນາແບບຍືນຍົງ ເອົາໃຈໃສ່ແກ້ໄຂບັນຫາອັດຕາເຂົ້າຮຽນ, ການປະລະການຮຽນ, ບັນຫາຄູອາສາສະໝັກ, ຄຸນນະພາບການຮຽນ-ການສອນ, ປັບປຸງທາງດ້ານສະຫວັດດີການ ສັງຄົມ ໃຫ້ກວ້າງຂວາງ, ເອົາໃຈໃສ່ສຶກສາອົບຮົມປະຊາຊົນບັນດາເຜົ່າ ໃຫ້ເຂົ້າໃຈກ່ຽວກັບມູນເຊື້ອຮັກຊາດ, ມູນເຊື້ອວິລະຊົນ, ມູນເຊື້ອແຫ່ງຄວາມສາມັກຄີຮັກແພງກັນ, ຊ່ວຍເຫຼືອເພື່ອແຜ່ກັນ, ຢູ່ຮ່ວມກັນດ້ວຍຄວາມປອງດອງ, ສ້າງທຸກເງື່ອນໄຂໃຫ້ພົນລະເມືອງມີວຽກເຮັດງານທໍາ ເພື່ອແກ້ໄຂສະກັດກັ້ນໄພຫວ່າງງານ ແລະ ການໄປອອກແຮງງານຢູ່ຕ່າງແຂວງ ແລະ ຕ່າງປະເທດ, ເພີ່ມທະວີການເຄື່ອນໄຫວວຽກງານການເມືອງ-ແນວຄິດ ຕິດພັນກັບການດໍາເນີນຊີວິດການເມືອງ ປັບປຸງປົວແປງພາຍໃນ ຢ່າງຕໍ່ເນື່ອງ, ຕ້ານແນວຄິດຄອງເດີມ, ທັດສະນະການເມືອງທີ່ຜິດເຂວ, ແບບ ແຜນນໍາພາທີ່ບໍ່ຖືກຕ້ອງ, ຄ່ານິຍົມທີ່ບໍ່ເໝາະສົມ, ສະພາບການຖືເບົາການພັດທະນາຕົນເອງ, ຖືເບົາຕໍ່ໜ້າທີ່ຄວາມຮັບຜິດຊອບດ້ານການເມືອງ ແລະ ວຽກງານວິຊາສະເພາະຂອງຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ບັນຫາຫຍໍ້ທໍ້ອື່ນໆ ໃຫ້ໄດ້ຮັບການແກ້ໄຂ ແລະ ຕີຖອຍເທື່ອລະກ້າວ.
#ຂ່າວ: ພອນປະເສີດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa