ຫົວໜ້າຄະນະໂຄສະນາອົບຮົມແຂວງອັດຕະປື ສືບຕໍ່ລົງຊຸກຍູ້ວຽກງານໂຄສະນາອົບຮົມຢູ່ເມືອງ ສາມັກຄີໄຊ.

ໃນວັນທີ 6 ມີຖຸນາ 2024; ທ່ານ ປອ ຄອນສະຫງ່າ ພິມມະສອນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມ ຄະນະ, ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາອົບຮົມຢູ່ເມືອງສາມັກຄີໄຊ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາໝັ້ນ ສີສະໝຸດ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານແນວຄິດ, ທ່ານ ລຸນນິສັນ ທອງທິບ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມຄະນະເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ລຸນນິສັນ ທອງທິບ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ລາຍງານໂດຍຫຍໍ້ສະພາບການເຄື່ອນໄຫວວຽກງານໂຄສະນາອົບຮົມ ໃນໄລຍະຜ່ານມາ, ທັງຈຸດດີ, ບັນຫາສິ່ງທ້າທ້າຍໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ສະເໜີບາງທິດທາງໃນການຈັດຕັ້ງປະຕິບັດວຽກ ງານໂຄສະນາອົບຮົມໃນຕໍ່ໜ້າ, ພ້ອມທັງໄດ້ແລກປ່ຽນຄວາມຄິດ, ຄວາມເຫັນ ເພື່ອຖອດຖອນບົດຮຽນ ລະຫວ່າງແຂວງ ກັບ ເມືອງ ກ່ຽວກັບວິຊາສະເພາະໃນແຕ່ ລະດ້ານ ເພື່ອພ້ອມກັນສ້າງການຫັນປ່ຽນໃໝ່ ໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ.

ພ້ອມນັ້ນ ທ່ານ ຄໍາໝັ້ນ ສີສະໝຸດ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານແນວຄິດ ກໍ່ໄດ້ມີຄຳເຫັນວ່າ: ຕະຫຼອດໄລຍະທີ່ຜ່ານມາ ຄະນະພັກ, ຄະນະນຳຂອງເມືອງໄດ້ຖືເອົາວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ເປັນບັນຫາສໍາຄັນ, ໄດ້ເອົາໃຈໃສ່ຊຸກຍູ້, ຕິດຕາມຢ່າງໃກ້ຊິດ ທັງສ້າງເງື່ອນໄຂອໍານວຍຄວາມສະ ດວກໃຫ້ ຄະນະໂຄສະນາອົບຮົມເມືອງ ສາມາດເຄື່ອນໄຫວໄດ້ຕາມພາລະບົດບາດ, ສິດ-ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ, ຜົນສຳເລັດການເຄື່ອນໄຫວວຽກງານໂຄສະນາອົບຮົມ ໄດ້ປະກອບສ່ວນອັນສຳຄັນ ເຮັດໃຫ້ສະພາບແນວຄິດ ຂອງພະນັກງານ, ສະມາຊິກພັກ, ຕະຫຼອດຮອດປະຊາຊົນບັນດາເຜົ່າໃນທົ່ວເມືອງ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາ ຂອງພັກ-ລັດ, ຂອງອົງຄະນະພັກເມືອງ ແລະ ອຳນາດການປົກຄອງເມືອງ, ເປັນເຈົ້າການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ ຂອງພັກ ກໍຄືບັນດາຄາດໝາຍສູ້ຊົນທີ່ເມືອງກຳນົດອອກ, ເຮັດໃຫ້ເມືອງສາມັກຄີໄຊມີຄວາມສະຫງົບ ແລະ ມີການພັດທະນາ.

ໃນໂອກາດດັ່ງກ່າວ ທ່ານ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະໂຄສະນາອົບຮົມເມືອງ ທີ່ໄດ້ເອົາໃຈໃສ່ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ຈົນສາມາດເຮັດສຳເລັດໜ້າທີ່ຂອງຕົນເປັນຢ່າງດີ, ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກເມືອງ, ຄະນະໂຄສະນາອົບຮົມເມືອງ ເອົາໃຈໃສ່ບາງບັນຫາສຳຄັນ ຄື: ສະເໜີໃຫ້ເລຂາພັກເມືອງ ສືບຕໍ່ເອົາໃຈໃສ່ ໃກ້ຊິດຕິດແທດ, ຊີ້ນໍາ-ນໍາພາ ແລະ ສ້າງເງື່ອນໄຂໃຫ້ຄະນະໂຄສະນາອົບຮົມເມືອງ ໄດ້ເຄື່ອນໄຫວວຽກງານຂອງຕົນເປັນປົກກະຕິ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ, ເອົາໃຈໃສ່ຕິດຕາມເກັບກຳສະພາບແນວຄິດຫາງສຽງສັງຄົມທີ່ມີຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ໂດຍສະເພາະໃນໄລຍະສະພາບການຂອງພາກພື້ນ ແລະ ສາກົນ ຍັງສຶບຕໍ່ຜັນແປຢ່າງສັບສົນ ເຊິ່ງໄດ້ສົ່ງຜົນກະທົບໜັກໜ່ວງ ຕໍ່ການພັດທະນາ, ການດຳເນີນທຸລະກິດ ກໍ່ຄື ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ເພື່ອລາຍງານໃຫ້ຄະນະປະຈຳພັກ ມີທິດຊີ້ນຳໃນການແກ້ໄຂ ນອກນີ້, ກໍຕ້ອງໄດ້ເອົາໃຈໃສ່ຕອບແກ່ ແລະ ອະທິບາຍບັນຫາພົ້ນເດັ່ນຕ່າງໆທີ່ເກີດຂື້ນ ເຊິ່ງກະທົບຕໍ່ ແນວຄິດຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນຢ່າງທັນການ, ຫັນເອົາແຜນພັດທະນາວຽກງານໂຄສະນາອົບຮົມ ຮອດປີ 2025 ມາສ້າງເປັນແຜນວຽກ, ແຜນງົບປະມານ ໃນແຕ່ລະປີຢ່າງລະອຽດ ແລະ ເຄື່ອນໄຫວຕາມແຜນຢ່າງມີຈຸດສຸມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.


ພາບ:-ຂ່າວ: ຄະນະໂຄສະນາອົບຮົມແຂວງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa