ອັດຕະປືດຳເນີນກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 11 ສະໄໝທີ XI.

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 11 ສະໄໝທີ XI ແຂວງ ອັດຕະປື ໄດ້ດຳເນີນຂຶ້ນໃນຄັ້ງວັນທີ 23–25 ກໍລະກົດ 2024 ທີ່ຫໍປະຊຸມໃຫຍ່ຂອງແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ວັນທອງ ກອງມະນີ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີບັນດາສະຫາຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ໃນເທື່ອນີ້ ໄດ້ເຊື່ອມຊຶມຫຼາຍເອກະສານສໍາຄັນຂອງສູນກາງພັກ ແລະ ວຽກງານຮອບດ້ານຂອງອົງຄະນະພັກແຂວງ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີນີ້, ຮັບຟັງບົດສະລຸບການຫັນລົງກໍ່ສ້າງຮາກຖານການເມືອງ ໄລຍະ 6 ເດືອນຕົ້ນປີ, ສະພາບ ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຜ່ານມາ ແລະ ແຜນການ 6 ເດືອນທ້າຍປີ ແລະ ຮັບຟັງຜົນສໍາເລັດເບື້ອງຕົ້ນຂອງການກະກຽມຄວາມພ້ອມ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ຢູ່ພາຍໃນແຂວງ.

ກອງປະຊຸມບັນດາຜູ້ເຂົ້າຮ່ວມຈະໄດ້ສຸມໃສ່ປະກອບຄໍາຄິດຄໍາເຫັນໃນຫຼາຍວຽກງານສໍາຄັນ ພ້ອມກັນຊອກໃຫ້ເຫັນຈຸດດີ,ຈຸດອ່ອນ ຂໍ້ຄົງຄ້າງ ລວມທັງບົດຮຽນທີ່ຖອດຖອນໄດ້ ຈາກການໍາພາ-ຊີ້ນໍາ ຕະຫຼອດໄລຍະ ເຄິ່ງປີຜ່ານມາ ແລະ ກໍານົດວຽກຈຸດສໍາຄັນໃນອີກ 6 ເດືອນທ້າຍປີ ໂດຍສະເພາະການນໍາພາ-ຊີ້ນໍາຂົງເຂດເສດ ຖະກິດ-ການເງີນ, ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ແລະ ອື່ນໆໂດຍລວມແລ້ວບັນດາເນື້ອໃນຕົ້ນຕໍ ແລະ ໃຈກາງຂອງກອງປະຊຸມໃນເທື່ອນີ້ ແມ່ນສຸມໃສ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງ ເພື່ອກຳນົດມາດຕະການ ໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ເກີດດອກອອກຜົນ ເຊິ່ງຕະຫຼອດໄລຍະ 6 ເດືອນຜ່ານມາຄະນະພັກແຕ່ລະຂັ້ນ ໄດ້ພ້ອມກັນຈັດຕັ້ງປະຕິບັດວຽກງານຕ່າງໆຕາມແຜນການທີ່ວາງໄວ້ ຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ ຄວາມທຸກຍາກຂອງປະຊາຊົນໄດ້ຮັບການປັບປຸງແກ້ໄຂດີຂຶ້ນ, ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ປັບປຸງກົນຈັກການຈັດຕັ້ງບໍລິຫານລັດໄປຕາມທິດກະທັດຮັດ ໂດຍປະຕິບັດຕາມມະຕິຕົກລົງຂັ້ນເທິງຢ່າງເຂັ້ມງວດ, ດ້ານວຽກງານການນຳພາພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ສຸມໃສ່ນຳໃຊ້ທຸກທ່າແຮງບົ່ມຊ້ອນ ແລະ ລະດົມກຳລັງແຮງຈາກທຸກພາກສ່ວນຂອງສັງຄົມ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມດີຂຶ້ນເປັນກ້າວໆ.

ສະຫາຍ ພົທ ວັນທອງ ກອງມະນີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື ໄດ້ມີທັດສະນະສະແດງຄວາມເຊື່ອໝັ້ນວ່າບັນດາສະຫາຍໃນຄະນະບໍລິຫານງານຈະນໍາເອົາເນື້ອໃນຈິດໃຈພື້ນຖານໃຫ້ມີການປັບປຸງ ແລະ ແກ້ໄຂດ້ານຈຸດອ່ອນ-ຂໍ້ຄົງຄ້າງ ກໍ່ຄື ການແກ້ໄຂບັນດາບັນຫາທີ່ຕັ້ງຂຶ້ນໃນກອງປະຊຸມຄັ້ງນີ້ ໃຫ້ມີການຫັນປ່ຽນທີ່ແຂງແຮງ ແລະ ຈະແຈ້ງ ຂຶ້ນກວ່າເກົ່າ, ພ້ອມກັນຕັ້ງໜ້າເສີມຂະຫຍາຍມູນເຊື້ອ, ບົດຮຽນ ແລະ ຜົນງານທີ່ພັກເຮົາຍາດມາໄດ້ໃນໄລຍະຜ່ານມາ, ສູ້ຊົນດ້ວຍຄວາມຕັດສິນໃຈສູງ, ພ້ອມກັນຜ່ານຜ່າສິ່ງທ້າທາຍທົດສອບຕ່າງໆ, ເດັດດ່ຽວປັບປຸງແກ້ໄຂບັນຫາຄົງຄ້າງ, ບັນຫາຫຍໍ້ທໍ້ໃນກົງຈັກ ແລະ ໃນສັງຄົມ; ສືບຕໍ່ທຸ່ມເທສະຕິປັນຍາ, ເຫື່ອແຮງ, ຍົກສູງຄວາມຮັບຜິດຊອບການເມືອງ ເພື່ອນໍາພາຊີ້ນໍາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ ໃຫ້ມີຜົນສຳເລັດຢ່າງເປັນຮູບປະທຳ.


ໂດຍ: ໄພບູນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa