ປີ 2026-2030 ແຂວງອັດຕະປື ໄດ້ກໍານົດຄາດໝາຍດ້ານເສດຖະກິດມະຫາພາກ, ໃນນີ້ ຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນ ສະເລ່ຍໃນລະດັບ 7-7.5% ຕໍ່ປີ, ມູນຄ່າໃນປີ ຮອດປີ 2030 ປະມານ 11,179 ຕື້ກີບ, ຍອດຜະລິດຕະພັນ ກະສິກຳ ເພີ່ມຂື້ນສະເລ່ຍໃນລະດັບ 6-7%, ກວມເອົາ 36% ຂອງ GDP, ຍອດຜະລິດຕະພັນອຸດສາຫະກຳ ເພີ່ມຂື້ນສະເລ່ຍໃນລະດັບ 10-11%, ກວມເອົາ 40% ຂອງ GDP, ຍອດຜະລິດຕະພັນບໍລິການ ເພີ່ມຂື້ນສະເລ່ຍໃນລະດັບ 5-6%, ກວມເອົາ 22.7% ຂອງ GDP, ພາສີ-ອາກອນ ສະເລ່ຍໃນລະດັບ 5.3%, ກວມເອົາ 1.3% ຂອງ GDP, GDP ຕໍ່ຫົວຄົນປະມານ 59 ລ້ານກີບ ຫຼື ເທົ່າກັບ 2,870 ໂດລາ ໃນປີ 2030, ຄາດຄະເນການລະດົມທຶນລວມ ປະມານ 30% ຂອງ GDP, ຄາດຄະເນກໍາລັງແຮງງານເກນອາຍຸ 15-64 ປີ ປະມານ 60-64% ຂອງປະຊາກອນ, ມູນຄ່າການຄ້າຕ່າງປະເທດ, ລວມມູນຄ່າທັງໝົດ 3,766 ລ້ານໂດລາ, ໃນນີ້: ການສົ່ງອອກໃຫ້ໄດ້ 3,847 ລ້ານໂດລາ, ການນໍາເຂົ້າ 279 ລ້ານໂດລາ, ເກີນດຸນ 3,208 ລ້ານໂດລາ, ດ້ານການເງິນ-ເງິນຕາ ລວມລາຍຮັບທັງໝົດ ໃຫ້ໄດ້ 5,289 ຕື້ກີບ, ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບຕົວເລກດຽວ, ອັດຕາແລກປ່ຽນ ໃຫ້ມີທ່າຫຼຸດລົງເທື່ອລະກ້າວ.
ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ລາຍງານແຜນພັດທະນເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ເມື່ອວັນທີ 25 ກັນຍາ 2025 ໃຫ້ຮູ້ວ່າ: ທິດທາງລວມ ຂອງແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 5 ປີ ຄັ້ງທີ X ແຕ່ປີ 2026-2030, ຈະສືບຕໍ່ຮັບປະກັນໃຫ້ແຂວງອັດຕະປື ມີຄວາມສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ຢ່າງໜັກແໜ້ນ, ເປັນເຈົ້າຕົນເອງ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງທ່າ ແຮງໃໝ່ ຕາມ ແນວທາງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໂດຍສະເພາະ ແມ່ນໃນຂົງເຂດການຜະລິດກະສິກາ ແລະ ການປຸງ ແຕ່ງ, ສົ່ງເສີມຢ່າງແຂງແຮງການທ່ອງທ່ຽວ ເພື່ອສ້າງຖານລາຍຮັບໃໝ່; ສູ້ຊົນເຮັດໃຫ້ການເຕີບໂຕຂອງເສດຖະກິດມີ ການຫັນປ່ຽນຢ່າງຕັ້ງໜ້າ, ໝັ້ນທ່ຽງ ແລະ ໜັກແໜ້ນ; ຮັກສາ ສະຖຽນລະພາບທາງດ້ານການເງິນ, ເງິນຕາ ແລະ ງົບປະມານ ໃຫ້ສືບຕໍ່ເກີນດຸນ, ເກີນແຜນ ແລະ ແກ້ໄຂໜີ້ສິນໃຫ້ຫຼຸດລົງ ຢ່າງຈະແຈ້ງ, ສືບຕໍ່ພັດທະນາຊັບພະຍາກອນມະນຸດ, ຂົງເຂດວັດທະນະທໍາ-ສັງຄົມ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ຕອບສະໜອງໄດ້ໃຫ້ແກ່ການພັດທະນາແຕ່ລະຂົງເຂດ, ເພີ່ມທະວີວຽກງານຄົ້ນຄວ້ານາໃຊ້ປັນຍາ ປະດິດ ແລະ ນະວັດຕະກຳໃໝ່ ຢ່າງກວ້າງຂວາງ, ຍົກສູງຄຸນນະພາບການສຶກສາ ແລະ ສ້າງໂອກາດ ໃຫ້ເດັກໃນເກນ ອາຍຸໃນເຂດຊົນນະບົດໄດ້ເຂົ້າຮຽນແລະຝຶກວິຊາຊີບເພີ່ມຂຶ້ນ, ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ຂາດຕົວ, ແນໃສ່ຫຼຸດຜ່ອນຄວາມແຕກໂຕນ ດ້ານການພັດທະນາລະຫວ່າງຕົວເມືອງ ແລະ ຊົນນະບົດ, ໃນນີ້: ຈຸດສຸມແມ່ນບັນດາຕາແສງ ໃຫ້ກາຍເປັນຈຸດໃຈກາງ ຂອງການພັດທະນາບ້ານ ແລະ ຊຸມຊົນ, ພັດທະນາ ແລະ ສ້າງຖານຂໍ້ມູນອັນຈໍາ ເປັນ ສົມທົບກັບການສ້າງຄວາມ ເຂັ້ມແຂງ ໃຫ້ແກ່ຕາແສງ, ບ້ານ ແລະ ຊຸມຊົນ ຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດ ຕ່າງໆ, ສືບຕໍ່ປົກປັກຮັກສາ, ຟື້ນຟູ ແລະ ຈັດສັນຊັບ ພະຍາ ກອນທີ່ດິນ, ປ່າໄມ້ ໄປຕາມທິດ “ຄຸນນະພາບ, ສີຂຽວ ແລະ ຍືນຍົງ” ກາຍເປັນຖານເສດຖະກິດ ແລະ ລາຍຮັບທີ່ບໍ່ຍົກແຫ້ງ ເປັນຕົ້ນ: ການສະໜອງໃຫ້ແກ່ການລົງທຶນສິນ ເຊື່ອກາກບ່ອນ ແລະ ການຜະລິດກະສິກຳ ເປັນສິນຄ້າ ຕິດພັນກັບການປຸງແຕ່ງ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງ ອອກເພີ່ມຂຶ້ນ, ຍົກສູງການຄຸ້ມຄອງ ແລະ ບໍລິຫານລັດຂັ້ນແຂວງ, ເມືອງ, ຕາແສງ ດ້ວຍກົດໝາຍ, ມີປະສິດທິພາບ, ທັນສະໄໝ, ໂປ່ງໃສ, ວ່ອງ ໄວ, ຍຸຕິທຳ ແລະ ກວດສອບ-ກວດກາ ໄດ້, ສືບຕໍ່ ປັບປຸງກົນໄກການປະສານງານ ແລະ ການແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບ ລະຫວ່າງຂະແໜງການ, ສາຍຕັ້ງ-ສາຍຂວາງ, ລະຫວ່າງອົງການປົກຄອງ ແລະ ສະພາປະຊາຊົນແຂວງ, ອົງການກວດສອບ, ກວດກາ ແລະ ພາກສ່ວນອົງການຈັດຕັ້ງລັດອື່ນໆ ໃຫ້ມີຄວາມ ເອກະພາບໄປລວງດຽວກັນ, ເດັດຂາດ ບໍ່ໃຫ້ເກີດປະກົດການຫຍໍ້ທໍ້ ໃນລະບົບກົງຈັກທຸກຂົງເຂດວຽກ ງານ, ປະຊາຊົນບັນດາເຜົ່າ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດດ້ວຍກົດໝາຍ, ສືບຕໍ່ພົວພັນຮ່ວມມືກັບບັນດາແຂວງໃກ້ຄຽງຂອງປະເທດເພື່ອນມິດ, ສາກົນ ແລະ ຄູ່ຮ່ວມພັດທະນາ ບົນຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຕົ້ນຕໍແມ່ນບັນດາແຂວງຂອງ ສສ ຫວຽດ ນາມ ແລະ ສປ ຈີນ, ສືບຕໍ່ພັດທະນາພື້ນ ຖານໂຄງລ່າງ, ການແລກປ່ຽນການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະຂົງເຂດຊັບພະຍາກອນມະນຸດ ໃຫ້ຮັບປະກັນມາດຖານຄຸນນະພາບ ສາມາດເຊື່ອມໂຍງ-ເຊື່ອມ ຈອດຢ່າງເປັນຮູບປະທາ ໃນລະດັບພາກພື້ນ ແລະ ອະນຸພາກພື້ນ.
ຂ່າວ: ພອນປະເສດ