ອັດຕະປື ຈັດຊຸດອົບຮົມວຽກງານການເມືອງ-ແນວຄິດ ໃຫ້ແກ່ຊາວໜຸ່ມ ຮາກຖານພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ແລະ ບັນດາທະນາຄານອ້ອມຂ້າງແຂວງ.

 

ວັນທີ 4 ກັນຍາ 2024, ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ, ໄດ້ຈັດຊຸດອົບຮົມວຽກງານການເມືອງ-ແນວຄິດ ໃຫ້ແກ່ຊາວໜຸ່ມຮາກຖານພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ແລະ ບັນດາທະນາຄານອ້ອມຂ້າງແຂວງ ໂດຍພາຍໃຕ້ການເຂົ້າຮ່ວມບັນລະຍາຍເອກະສານແຕ່ລະບົດມີທ່ານ ໄຊລະຄອນ ອິນທິວົງ ຮອງເລຂາຄະນະບໍລິຫານງານຊາວໝຸ່ມແຂວງ, ທ່ານ ສຸລິຍັນ ດວງປັນຍາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນແຕ່ລະຮາກຖານເຂົ້າຮ່ວມທັງໝົດ 33 ຄົນ, ຍິງ 24 ຄົນ.

 

ຊຸດອົບຮົມວຽກງານການເມືອງ-ແນວຄິດ ໃຫ້ແກ່ຊາວໜຸ່ມແຕ່ລະຮາກຖານໃນຄັ້ງນີ້ ໄດ້ນຳໃຊ້ເອກະສານອົບຮົມຊາວໜຸ່ມ, ມີຈຳນວນ 9 ບົດ ເຊິ່ງເປັນບົດທີ່ສຳຄັນໂດຍຈະເນັ້ນໃສ່ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້-ເຂົ້າໃຈກ່ຽວກັບມູນເຊື້ອຂອງຊາດລາວ, ຂອງຊາວໜຸ່ມລາວ, ພັກປະຊາຊົນປະຕິວັດລາວກັບຊາວໜຸ່ມ, ສ້າງ ແລະ ບູລະ ນະລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ, ການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຂອງຊາດ, ເຂົ້າໃຈກ່ຽວກັບການແກ້ໄຂປະກົດ ການຫຍໍ້ທໍ້ໃນໝູ່ຊາວໜຸ່ມ, ຍຸດທະສາດພັດທະນາວຽກງານຊາວໜຸ່ມໃນຕໍ່ໜ້າ, ຊາວໜຸ່ມກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຝຶກຝົນຄຸນສົມບັດສິນທໍາປະຕິວັດ. ບົນພື້ນຖານຄວາມຮັບຮູ້-ເຂົ້າໃຈດັ່ງກ່າວ ເພື່ອປັບປຸງທັດສະນະຫຼັກໝັ້ນຂອງຊາວໜຸ່ມ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ສາມາດເຮັດຫຼ້ອນພາລະກິດຂອງຊາວໜຸ່ມ ແລະ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ.


+ ພາບ-ຂ່າວ: ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa