ກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໜັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງອັດຕະປື ສະໄໝທີ XII ຮອບທີ III ໄດ້ຈັດຂຶ້ນໃນວັນທີ 11 ກັນຍາ 2025 ທີ່ຫໍປະຊຸມໃຫຍ່ຂອງແຂວງ ໃຫ້ກຽດເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງອັດຕະປື,ມີບັນ ດາສະຫາຍຄະນະປະຈໍາພັກ, ກໍາມະການພັກ, ຄະນະບໍລິຫານງານພັກເມືອງ, ຄະນະພັກຮາກຖານ ແລະ ສະມາ ຊິກພັກສົມບູນເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ບັ້ນດຳເນີນຊີວິດການເມືອງທາບທາມ 2 ຮອບຜ່ານມາ, ໄດ້ສ່ອງແສງໃຫ້ເຫັນຄວາມເປັນຫ່ວງເປັນໄຍຂອງສັງຄົມ ທີ່ມີຕໍ່ພະນັກງານນຳພາຂອງພວກເຮົາ ເປັນຕົ້ນ: ແບບແຜນວິທີເຮັດວຽກ, ຄວາມຊື່ສັດໂປ່ງໃສ, ຄວາມທ່ຽງທຳ, ການຟຸມເຟືອຍ, ການແກ້ໄຂປະກົດການຫຍໍ້ທໍ້ ແລະ ອື່ນໆ. ທັງໝົດເຫຼົ່ານັ້ນ ຖ້າພວກເຮົາບໍ່ພ້ອມກັນຕັດສິນໃຈ, ຄົ້ນຄ້ວາຊອກຫຼາຍວິທີການແກ້ໄຂຢ່າງເຂັ້ມງວດ, ເດັດຂາດນຳກັນກໍ່ຈະແກ້ໄຂໄດ້ຍາກໂດຍສະເພາະ ບັນຫາທີ່ຕ້ອງເອົາໃຈໃສ່ໃນການເລືອກເຟັ້ນຜູ້ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ແຕ່ລະຂັ້ນຕ້ອງຮັບປະກັນ,ຖືກຕ້ອງຕາມມາດຕະຖານ, ເງື່ອນໄຂທີ່ກຳນົດໄວ້ໃນກົດລະບຽບຂອງພັກ,ນິຕິກຳຂອງພັກ,ເອົາໃຈໃສ່ດ້ານໂຄງປະກອບຮັບປະກັນທັງ3 ຮຸ່ນ(ອາວຸໂສ,ກາງ,ໜຸ່ມ)ເພດ,ເຜົ່າ.
ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍຜູ້ແທນສົມບູນ ຈົ່ງໄດ້ຄົ້ນຄ້ວາ, ຄິດຫງຳຢ່າງຮອບຄອບເລິກເຊິ່ງ ເພື່ອເລືອກເອົາຄະນະບໍລິຫານງານພັກແຂວງຄັ້ງທີ XII ໃຫ້ໄດ້ຕາມມາດຖານ,ເງື່ອນໄຂທີ່ລະບຸໄວ້ໃນກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄຫທີ XI ແລະ ມະຕິຂອງກົມການເມືອງສູນກາງພັກ, ເງື່ອນໄຂທີ່ລະບຸໃນຄຳສັ່ງ 411ຂອງຄະນະເລຂາທິການສູນກາງພັກ, ຄຳແນະນຳເລກທີ 211 ຂອງຄະນະຈັດຕັ້ງສູນກາງພັກ.
ໂອກາດດຽວກັນ, ສະຫາຍ ປອ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ ຍັງໄດ້ຂຶ້ນຜ່ານ ເນື້ອໃນມາດຖານ, ເງື່ອນໄຂຂອງຜູ້ທີ່ຈະລົງສະໝັກທາບທາມຮອບທີ III ຄັ້ງນີ້, ເຊິ່ງມີຜູ້ສະໝັກທັງຫມົດ 47 ສະຫາຍ ຍິງ 7 ສະຫາຍ ພ້ອມນີ້ ຜູ້ແທນສົມບູນກໍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດທາບທາມເອົາບຸກຄະລາກອນປະກອບເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ XII ຢ່າງເປັນທາງການ.
#ຂ່າວ-ພາບ:ສຸດໃຈ