ອັດຕະປື ປິດຊຸດອົບຮົມ ທິດສະດີ-ແນວທາງຂອງພັກ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະ ກອນ.

ໃນຕອນບ່າຍ ຂອງວັນທີ 19 ມີຖຸນາ 2024; ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ປີດຊຸດອົບຮົມທິດສະດີ-ແນວທາງຂອງພັກ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດ, ວຽກພັກ-ພະນັກງານ ມີຄະນະຮັບຜິດຊອບ, ນັກສຳມະນາກອນທີ່ມາຈາກບັນດາພະແນກການອ້ອມຂ້າງແຂວງ ແລະ ຄະນະໂຄສະນາອົບຮົມ 5 ເມືອງ ເຂົ້າຮ່ວມຈຳ
ນວນ 33 ທ່ານ, ຍິງ 15 ທ່ານ.

ການຝຶກອົບຮົມຄັ້ງນີ້ ແມ່ນໄດ້ດໍາເນີນເປັນເວລາ 7 ວັນ (ເລີ່ມແຕ່ວັນທີ 11-19 ມີຖຸນາ 2024 ). ນັກສໍາມະນາກອນກໍ່ໄດ້ຮັບຟັງການບັນຍາຍເອກະສານພື້ນຖານ ທາງດ້ານທິດສະດີ ລວມມີ 14 ບົດຄື: ເອກະສານຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ; ວິທີວັດຖຸນິຍົມສັດຈະວິພາກ; ເສີມຂະຫຍາຍມູນເຊື້ອຂອງຊາດ;ການສ້າງ ແລະ ບູລະນະລະບອບ ປະຊາທິປະໄຕປະຊາຊົນຕາມທິດສັງຄົມນິຍົມ; ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ; ແນວທາງເສດຖະກິດຂອງພັກ; ຫັນເປັນອຸດສະຫະກຳ ແລະ ທັນສະໄໝຢູ່ປະເທດເຮົາ; ພັດທະນາເສດຖະກິດ ຕິດພັນກັບການພັດທະນາວັດທະນະທຳ-ສັງຄົມ ແລະ ສິ່ງແວດ
ລ້ອມ; ການສ້າງລັດແຫ່ງກົດໝາຍເທື່ອລະກ້າວພາຍໃຕ້ການນໍາພາຂອງພັກ; ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ; ແນວທາງການຕ່າງປະເທດທີ່ສ້າງສັນ, ການພົວພັນເພື່ອນມິດຍຸດທະສາດ; ຄວາມສາມັກຄີປອງດອງແມ່ນບໍ່ເກີດແຫ່ງກໍາລັງແຮງຂອງການປົກປັກຮັກສາ ແລະພັດທະນາປະເທດຊາດ. ເຊິ່ງລ້ວນແລ້ວແຕ່ເປັນບົດທີ່ສຳຄັນ, ໃນນັ້ນນັກວິທະຍາກອນກໍ່ໄດ້ຜັດປ່ຽນກັນຂື້ນບັນຍາຍ

ໃນຕອນທ້າຍ ທ່ານ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດ,ວຽກພັກ-ພະນັກງານ ກໍ່ໃຫ້ກຽດມອບໃບຢັ້ງຢືນໃຫ້ນັກສໍາມະນາກອນ ຈາກນັ້ນ, ທ່ານກໍ່ໄດ້ກ່າວຄໍາໂອ້ລົມໂດຍເໜັ້ນໜັກບັນຫາສໍາຄັນກ່ຽວກັບຄຸນທາດການເມືອງທີ່ໜັກແໜ້ນໃຫ້ນັກສຳມະນາກອນ ໄດ້ມີຄວາມຮູ້ພຶ້ນຖານກ່ຽວ
ກັບທິດສະດີມາກ-ເລນິນ ແລະ ແນວ ທາງແຜນນະໂຍບາຍຂອງພັກ, ທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ, ຄຸນສົມບັດ ສິນທຳປະຕິວັດໃຫ້ໜັກແໜ້ນກວ່າເກົ່າ, ຍົກສູງຄວາມສາມາດໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກໃຫ້ ຖືກຕ້ອງ ສອດຄ່ອງກັບເງື່ອນໄຂຕົວຈິງ ຂອງບັນດາພະແນກການ, ອົງການ, ຂະແໜງການ ຂອງຕົນ; ພ້ອມກັນນັ້ນຕ້ອງປັບປຸງແບບແຜນວິທີເຮັດວຽກໃດ້ດີກວ່າເກົ່າ ເພື່ອປະຕິບັດໜ້າທີ່ວຽກງານໃຫ້ໄດ້ຮັບຜົນດີ.


# ພາບ: ຂ່າວ : ຄະນະໂຄສະນາອົບຮົມແຂວງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa