ອັດຕະປື ວາງສີລາລຶກໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ແລະ ຂົວຂ້າມນ້ຳເຊກະໝານ

ພິທີວາງສີລາລຶກ ໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ແລະ ກໍ່ສ້າງຂົວຂ້າມນ້ຳເຊກະໝານ ຢູ່ເມືອງຊານໄຊ​ ແຂວງອັດຕະປື​ ໄດ້ຈັດຂື້ນໃນວັນທີ​ 13​ ກັນຍາ​ 2025​ ທີ່​ເມືອງຊານໄຊ,​ ເປັນກຽດເຂົ້າຮ່ວມມີທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີ​ບັນດາທ່ານ​ການນໍາ​ຂອງແຂວງ,​ ເມືອງ​ ພ້ອມດ້ວຍພາກສ່ວນທີ່ກ່ຽວ​ຂ້ອງເຂົ້າຮ່ວມ.

 

ໃນພິທີ​ ທ່ານ ສົມໄຊ ແກ້ວມະນີວັນ ຫົວໜ້າພະແນກ ຍທຂ ແຂວງອັດຕະປື ໄດ້ລາຍງານວ່າ: ໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ແລະ ກໍ່ສ້າງຂົວຂ້າມນ້ຳເຊກະໝານ ໄລຍະທາງ 135 ກິໂລແມັດ ແຕ່ບ້ານ​ ວັງໄຊ​ ໄປຫາບ້ານ​ ໜອງໄກ່ໂອກ​ ເມືອງຊານໄຊ (ດ່ານຟໍ1 ຊາຍແດນລາວ-ຫວຽດນາມ) ລວມມູນຄ່າການລົງທຶນ 149 ລ້ານກ່ວາໂດລາສະຫະລັດ,​ ການລົງທຶນກໍ່ສ້າງໃນຮູບແບບ ( BOT) ຊຶ່ງແມ່ນບໍລິສັດ ດິໂດ(DEDO) ສໍາຫຼວດອອກແບບ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ຮ່ວມກັບບໍລິສັດ(DaSOL Company) ຈຳກັດຜູ້ດຽວ ( ສ.ເກົາຫຼີ ) ເປັນຜູ້ລົງທຶນຈັດຕັ້ງປະຕິບັດໂຄງການ ຕາມມາດ​ຕະຖານເຕັກນິກຂອງການກໍ່ສ້າງເສັ້ນທາງ ແລະກໍ່ສ້າງຂົວ,​ ຜ່ານມາບໍລິສັດຜູ້ຮັບເໝົາ ໄດ້ມີການສຳຫຼວດອອກແບບ ກໍ່ສ້າງເສັ້ນທາງ ເບີ້ 9001, ເສັ້ນທາງເບີ້ 9065 ເສັ້ນທາງເບີ້ 9045 ເຂດຊຸມຊົນ ຈາກ​ 8​ ແມັດ,​ ມາເປັນ 12 ແມັດ​ ໄປຕາມແລວທາງເກົ່າ, ຄວາມເນີນຍາວ 10% ເປັນເສັ້ນທາງພູດອຍ ມາດຕະຖານຮັບນ້ຳໜັກ ໄດ້​ 11​ ໂຕນຕໍ່ເພົາ ຕາມມາດຕະຖານທາງຫຼວງແຫ່ງ ຊາດ,​ ສຳລັບຂົວຂ້າມນ້ຳເຊກະໝານ ຈຸດບ້ານ​ ສຸກສະຫ່ວາງ ອອກແບບເປັນຂົວເບຕົງອັດແຫ້ງ,​ ມີຄວາມຍາວ 165 ແມັດ,​ ລວງກ້ວາງໜ້າຂົວ 10 ແມັດ,​ ສາມາດຮັບນ້ຳໜັກໄດ້ 80 ໂຕນ,​ ກຳນົດເວລາການກໍ່ສ້າງ​ 36 ເດືອນ​ ເລີ່ມແຕ່ເດືອນກັນຍາ 2025 ຫາ ເດືອນ ກັນຍາ 2028 ໃຫ້ສຳເລັດ.​ ເຊິ່ງພາຍຫຼັງສຳເລັດການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ແລະ ຂົວຂ້າມນ້ຳເຊກະໝານ, ບໍລິສັດຜູ້ພັດທະນາໂຄງການ ຈະໄດ້ສືບຕໍ່ເຊັນສັນຍາ ເກັບຄ່າບໍລິການນ້ຳໃຊ້ເສັ້ນທາງດັ່ງກ່າວ ກັບຄະນະກຳມະການປົກ​ຄອງ​ ແຂວງອັດຕະປື ໃນໄລຍະເວລາ 50 ປີ

ໃນເມື່ອຮອດດຳນົດເວລາ ບໍລິສັດ ຜູ້ພັດທະນາໂຄງການຈະໄດ້ມອບຄືນໃຫ້ຄະນະກຳມະການປົກຄອງແຂວງ​ ອັດຕະປື​ ແລະໂຄງການນີ້ ຍັງມີຄວາມສໍາຄັນ ເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງອັດຕະປື ໄລຍະແຕ່ປີ​ 2025-2030 ໃຫ້ປະກົດຜົນເປັນຈິງ, ແນ່ໃສ່ຍົກລະດັບ ແລະ ຂະຫຍາຍຕາໜ່າງຄົມມະນາຄົມ ກໍ່ຄືການຮັບປະກັນປະ​ສິດທິພາບໃນການຂົນສົ່ງສິນຄ້າ ແລະ ການທ່ອງທ່ຽວ,​ ການສົ່ງອອກຜະລິດຕະພັນກະ​ສິກຳ, ແຮ່ທາດຕ່າງໆ ຂອງແຂວງອັດຕະປື ພ້ອມທັງ ເປັນການເຊື່ອມໂຍງ​ການຄົມມະນາຄົມກັບບັນດາແຂວງໃກ້ຄຽງ​ ທັງພາຍໃນ​ ແລະຕ່າງປະເທດ ໃຫ້ສາມາດສັນຈອນໄປມາໄດ້ສະດວກສະບາຍ ແນໃສ່ການຍົກລະດັບດ່ານປະເພນີ ວັງຕັດ​ ຟໍ1 ໃຫ້ກາຍເປັນດ່ານທ້ອງຖິ່ນໃນອານາຄົດ.​


ໃນພິທີ​ ທ່ານ ພົທ ວັນທອງກອງມະນີ ເຈົ້າແຂວງອັດຕະປື​ ຍັງໄດ້ກ່າວເປີດໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ແລະ ຂົວຂ້າມນ້ຳເຊກະໝານຢ່າງເປັນທາງການ ແລະ ໄດ້ຮ່ວມຕັດແຖບຜ້າ,​ ລັ່ນຄ້ອງເກົ້າບາດ ແລະ​ ເປີດປ້າຍໂຄງການກໍ່ສ້າງຢ່າງເປັນທາງການ
ຂ່າວ-ພາບ: ສຸດໃຈ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa