ອັດຕະປື ເຊື່ອມຊຶມ-ຜັນຂະຫຍາຍມະຕິແນວທາງປ່ຽນແປງໃໝ່ຂອງພັກ.

ໃນວັນທີ 21 ມີຖຸນາ 2024 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມເຊື່ອມຊຶມ-ຜັນຂະຫຍາຍມະຕິຂອງພັກ ຂື້ນຢູ່ຫໍປະຊຸມໃຫ່ຍຂອງແຂວງໂດຍໃຫ້ກຽດເປັນປະທານ ສະຫາຍ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດ, ວຽກພັກ-ພະນັກງານ,ມີຄະນະພັກ, ຄະນະນໍາ,ຄະນະພັກກອງບັນຊາການ ປກຊ , ຄະນະພັກກອງບັນຊາການ ປກສ ແຂວງ, ຄະນະໜ່ວຍພັກ, ຫົວໜ້າພະແນກ,ຮອງພະແນກ, ສະມາຊິກພັກ, ຫົວໜ້າຂະແໜງ-ຮອງຂະແໜງເຂົ້າຮ່ວມທັງໝົດ 218 ສະຫາຍ, ຍິງ 58 ສະຫາຍ.

ຈຸດປະສົງເພື່ອເຮັດໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ ຮັບຮູ້- ເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນ ຢ່າງເລິກເຊິ່ງ ກ່ຽວກັບການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແລະ ຄວາມເປັນເຈົ້າໃນການປະຕິບັດພັນທະ, ໜ້າທີ່ ຂອງແຕ່ລະພາກສ່ວນຢ່າງທົ່ວເຖິງເພື່ອເປັນການສ້າງບາດກ້າວບຸກທະລຸໃນການພັດທະນາ, ຮັບປະກັນໃຫ້ແກ່ການເຕີບໂຕ ທາງດ້ານ ເສດຖະກິດດ້ວຍຈັງຫວະທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງ ຮັບປະກັນການພັດທະນາແບບຍືນຍົງ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເຊິ່ງຈະເປັນເງື່ອນໄຂພື້ນຖານຮັບປະກັນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ກໍຄື ການພັດທະນາ ເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ຢູ່ປະເທດເຮົາໃຫ້ນັບມື້ເປັນຮູບປະທໍາຍິ່ງຂຶ້ນ ດ້ວຍຈິດໃຈບຸກທະລຸ ຍົກສູງຄວາມຮັບຜິດຊອບ ຂອງຄະນະພັກແຕ່ລະຂັ້ນ ສ້າງ ຄວາມຢູ່ດີກິນດີ ໃຫ້ປະຊາຊົນ ພາຍໃນຊາດ ເຮັດໃຫ້ປະເທດຊາດ ມີສະຖຽນລະພາບ ທາງດ້ານການເມືອງ ແລະ ມີຄວາມໝັ້ນຄົງຢ່າງໜັກແໜ້ນ.

ໃນໂອກາດດັ່ງກ່າວ ສະຫາຍ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ,ຜູ້ຊີ້ນໍາວຽກງານແນວຄິດ, ວຽກພັກ-ພະນັກງານໃຫ້ກຽດບັນຍາຍມະຕິ ເລກທີ 05/ລບ, ລົງວັນທີ 21 ພຶດສະພາ 2024 ວ່າດ້ວຍ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ. ສະຫາຍ ບຸນໂຮມ ພົມມະສານ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ໃຫ້ກຽດບັນຍາຍ ມະຕິເລກທີ 04/ກມສພ ວ່າດ້ວຍ ການສ້າງເສດຖະກິດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ແມ່ນມີຄວາມສໍາຄັນຈໍາເປັນ ເພາະວ່າການສ້າງເສດຖະກິດຢູ່ໃນປະເທດເຮົາ ໃນໄລຍະຜ່ານມາ ແມ່ນບໍ່ທັນຢູ່ໃນທ່ວງທ່າທີ່ຕັ້ງໜ້າ ໄດ້ໜັກແໜ້ນເທື່ອ,ຍັງເພິ່ງພາເອື່ອຍອີງການກູ້ຢືມ, ການຊ່ວຍເຫຼືອລ້າ ຫຼື ການຂຸດຄົ້ນຊັບພະຍາກອນເພື່ອສົ່ງອອກວັດຖຸດິບ ເປັນຕົ້ນຕໍ ເຮັດໃຫ້ຄົນໃນຊາດ ນິຍົມຊົມໃຊ້ສິນຄ້າຈາກຕ່າງປະເທດ ເກີດມີໄພເງິນເຟີ້ ແລະ ອື່ນໆ ບົນພື້ນຖານດັ່ງກ່າວນັ້ນພວກເຮົາມີຄວາມຈໍາເປັນຕ້ອງໄດ້ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນ ໃນໄລຍະໃໝ່ ເຊິ່ງເປັນເງື່ອນໄຂຮັບປະກັນ ໃນການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະສັ້ນແລະ ຍາວ ກໍ່ຄືການພັດທະນາເສດຖະ ກິດຕະຫຼາດຕາມທິດສັງຄົມນິຍົມ ຢູ່ປະເທດເຮົາ ໃຫ້ເປັນຮູບປະທຳຍິ່ງຂຶ້ນ ເພື່ອຮັປະກັນ ໃຫ້ແກ່ການດໍາເນີນ ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່.ໃນນັ້ນສະຫາຍ ດາວວັນ ຫຼວງອາໄພ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ບັນຍາຍ ມະຕິກອງປະຊຸມຄົບຄະນະຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI.

 

ໃນຕອນທ້າຍປະທານໄດ້ກ່າວໂອ້ລົມ ແລະ ເນັ້ນບາງບັນຫາໃຫ້ຄະນະພັກ,ຄະນະນໍາທຸກຂັ້ນໃຫ້ຮັບຮູ້, ເຂົ້າໃຈເພື່ອແນໃສ່ການແກ້ໄຂບັນຫາຕົວຈິງຂອງພັກ,  ຂອງຊາດ, ຂອງປະຊາຊົນໃຫ້ມີການຫັນປ່ຽນຢ່າງຈະແຈ້ງ, ແຂງແຮງກວ່າເກົ່າເພື່ອສ້າງຄວາມເຊື່ອໝັ້ນຢ່າງໜັກແໜ້ນ ການນໍາພາ ຂອງພັກ, ການຄຸ້ມຄອງ-ບໍລິຫານ ຂອງລັດ ໃນການຊີ້ນນໍາພາປະເທດຊາດໃຫ້ຫຼຸດພົ້ນອອກຈາກ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ສະຖານະພາບ ດ້ອຍພັດທະນາ, ສືບຕໍ່ບຸລະນະລະບອບ ປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ.


# ພາບ:-ຂ່າວ: ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa