ອັດຕະປື ເປິດຊຸດອົບຮົມ ທິດສະດີ-ແນວທາງຂອງພັກ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ.

ໃນຕອນເຊົ້າ ຂອງວັນທີ 11 ມີຖຸນາ 2024; ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດອົບຮົມທິດສະດີ-ແນວທາງຂອງພັກ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດ, ວຽກພັກ-ພະນັກງານ, ມີຄະນະຮັບຜິດຊອບ, ນັກສຳມະນາກອນທີ່ມາຈາກບັນດາພະແນກການອ້ອມຂ້າງແຂວງ ແລະ ຄະນະໂຄສະນາອົບຮົມ 5 ເມືອງ ເຂົ້າຮ່ວມຈຳນວນ 31 ທ່ານ, ຍິງ 14 ທ່ານ.

ຈຸດປະສົງເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ມີຄວາມຮັບຮູ້-ເຂົ້າໃຈ ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ- ເລນິນ, ມູນເຊື້ອຂອງຊາດລາວ, ການສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ, ເຂົ້າໃຈກ່ຽວກັບແນວທາງນະໂຍບາຍຂອງພັກ ໂດຍສະເພາະແມ່ນ ແນວທາງປ່ຽນແປງໃໝ່ຮອບດ້ານ ຢ່າງມີຫຼັກການຂອງພັກ, ແນວທາງເສດຖະກິດຂອງພັກ ທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແນວທາງຫັນເປັນອຸດສະຫະກຳ ແລະ ທັນ ສະໄໝຢູ່ປະເທດເຮົາ, ແນວທາງພັດທະນາເສດຖະກິດຕິດພັນກັບການ ພັດທະນາວັດທະນະທຳ-ສັງຄົມ, ການສ້າງລັດແຫ່ງກົດໝາຍ… ການຝຶກອົບຮົມຄັ້ງນີ້ແມ່ນ ຈະໄດ້ດໍາເນີນເປັນເວລາ 7 ວັນ (ເລີ່ມແຕ່ວັນທີ 11-19 ມີຖຸນາ 2024). ຕະຫຼອດໄລຍະ ຂອງການອົບຮົມ, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍທາງດ້ານທິດສະດີ ລວມທັງໝົດມີ 14 ບົດ ເຊິ່ງລ້ວນແຕ່ເປັນບົດທີ່ສຳຄັນ, ໃນນັ້ນນັກວິທະຍາກອນຈະໄດ້ພັນປ່ຽນກັນຂື້ນບັນຍາຍ:

ໃນໂອກາດດັ່ງກ່າວ ທ່ານ ຄຳບຸນ ດວງພະບາງ ຮອງເລຂາພັກແຂວງ ໄດ້ມີຄຳເຫັນໂອ້ລົມກ່າວເປີດຊຸດອົບຮົມເຊິ່ງທ່ານໄດ້ກ່າວວ່າ: ການອົບຮົມໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນສຳລັບສະມາຊິກພັກ, ພະນັກງານ-ລັດຖະກອນທີ່ຈະໄດ້ຮຽນຮູ້ທິດສະດີ-ແນວທາງຂອງພັກ, ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ນັກສໍາມະນາກອນທຸກທ່ານ ຈົ່ງຍົກສູງຄວາມຮັບຜິດຊອບ ຂອງຕົນ ໃນການເຂົ້າຮ່ວມຝຶກອົບຮົມ, ການປະຕິບັດລະບຽບການຕ່າງໆ ທີ່ທາງຄະນະຮັບຜິດຊອບວາງອອກຢ່າງເຂັ້ມງວດສຸມໃສ່ຄົ້ນຄວ້າ,ຮໍ່າຮຽນ ແລະ ຍາດແຍ່ງເອົາບົດຮຽນ ນໍາຄູ-ອາຈານໃຫ້ຫຼາຍທີ່ສຸດ ເພື່ອມາໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດ. ພ້ອມນັ້ນທ່ານຍັງໄດ້ໃຫ້ກຽດຂື້ນບັນຍາຍໃນບົດທີ 1: ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ ແລະ ໃນຕອນບ່າຍ ທ່ານ ດາວວັນ ຫຼວງອາໄພ ຮອງຫົວໜ້າຄະນໂຄສະນາອົບຮົມແຂວງ ກໍ່ໄດ້ສຶບຕໍ່ຂື້ນບັນຍາຍໃນບົດທີ 2: ວິທີວັດຖຸນິຍົມສັດຈະວິພາກ.


# ພາບ – ຂ່າວ: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa