ອັດຕະປື ເຜີຍແຜ່ເຊື່ອມຊຶມເນື້ອໃນສໍາຄັນແຜນແມ່ບົດການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ.

ໃນວັນທີ 14 ສິງຫາ 2024 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນສໍາຄັນແຜນແມ່ບົດການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ຂຶ້ນຢູ່ຫໍປະຊຸມໃຫ່ຍຂອງແຂວງໂດຍໃຫ້ກຽດເປັນປະທານຂອງ ທ່ານ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດ, ວຽກພັກ-ພະນັກ ງານ ພ້ອມຄະນະພັກ, ຄະນະນໍາ, ຄະນະພັກກອງບັນຊາການ ປກຊ , ຄະນະພັກກອງບັນຊາການ ປກສ ແຂວງ, ຄະນະໜ່ວຍພັກ, ຫົວໜ້າພະແນກ,ຮອງພະແນກ, ສະ ມາຊິກພັກ, ຫົວໜ້າຂະແໜງ-ຮອງຂະແໜງເຂົ້າຮ່ວມທັງໝົດ 303 ທ່ານ, ຍິງ 97 ທ່ານ.

ຈຸດປະສົງເພື່ອສຶກສາອົບຮົມກ່ຽວກັບສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຊຶ່ງເປັນປັດໃຈສໍາຄັນອັນໜຶ່ງ ຄໍ້າປະກັນຜົນສຳເລັດ ຂອງການປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮົາ ໃນປະຈຸບັນ ແລະ ອາ ນາຄົດ, ເພີ່ມທະວີການປະສານງານ ດ້ານຍຸດທະສາດ ເພື່ອຮັດແໜ້ນພື້ນຖານການເມືອງ, ການ ຮ່ວມມືເປັນຮູບປະທຳ ເພື່ອຮັດແໜ້ນສາຍພົວພັນທີ່ມີຜົນປະ ໂຫຍດຮ່ວມກັນ, ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ ປອດໄພ ແລະ ເພີ່ມທະວີການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ເພື່ອຮັດແໜ້ນຄວາມສາ ມັກຄີຮັກແພງ ຂອງ ປະຊາຊົນ ເອົາໃຈໃສ່ປົກປັກຮັກສາລະບົບນິເວດ, ຊຸກຍູ້ການພັດທະນາແບບຍືນຍົງ ເພື່ອສ້າງເປັນປະຊາຄົມຮ່ວມຊາຕາ ກຳສີຂຽວ ຕ້ອງກຳ ແໜ້ນເນື້ອໃນຈິດໃຈ ຂອງການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ເພື່ອຜັນຂະຫຍາຍເນື້ອໃນໃຫ້ປະກົດຜົນເປັນຈິງໃນອະນາຄົດ.

ໃນຕອນທ້າຍປະທານໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກບາງບັນຫາໃຫ້ຄະນະພັກ, ຄະນະນໍາແຕ່ລະຂັ້ນເປັນເຈົ້າການ ເພີ່ມທະວີເອົາໃສ່ສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນຊັ້ນຄົນຕ່າງໆທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃດ້ຮັບຮູ້ເຂົ້າໃຈຕໍ່ແນວທາງ ການນໍາພາຂອງພັກ, ການສ້າງສາຍພົວພັນຄູ່ຮ່ວມຊາຕາກຳລາວ-ຈີນ ແບບພິເສດ.ເອົາໃຈໃສ່ປະຕິບັດຕາມລະບຽບກົດໝາຍ ຂອງສາຍພົວພັນມິດຕະພາບ, ເພີ່ມທະວີຍຸດທະສາດ ການພົວພັນນີ້ໃຫ້ມີຄວາມແໜ້ນແຟ້ນໄດ້ເຂົ້າສູ່ລວງເລິກໃນຕໍ່ໜ້າ.


# ພາບ:-ຂ່າວ: ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa