ແຕ່ນີ້ຮອດປີ 2030 ແຂວງອັດຕະປື ຈະສູ້ຊົນ ລຶບລ້າງຄວາມທຸກຍາກຕາມ ດໍາລັດ 348/ນຍ, ໂດຍຈະເຮັດໃຫ້ທຸກເມືອງພາຍໃນແຂວງ ກາຍເປັນເມືອງພົ້ນທຸກ, ພ້ອມທັງຈະສ້າງບ້ານພົ້ນທຸກໃຫ້ໄດ້ 13 ບ້ານ, ສ້າງຊົນ ນະບົດໃໝ່ ແລະ ບ້ານໃຫຍ່ໃຫ້ກາຍເປັນສີສັນຕົວເມືອງນ້ອຍໃຫ້ໄດ້ 3 ບ້ານ, ສ້າງບ້ານພັດທະນາໃຫ້ໄດ້ 20 ບ້ານ, ສ້າງຄອບຄົວພັດທະນາໃຫ້ໄດ້ 5,399 ຄອບຄົວ, ຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ໃຫ້ໄດ້ 496 ຄອບຄົວ ແລະ ສູ້ຊົນໃຫ້ຄອບຄົວພົ້ນທຸກຍັງເຫຼືອ 390 ຄອບຄົວ ແລະສູ້ຊົນປະກາດເມືອງພັດທະນາ ໃຫ້ໄດ້ 1 ເມືອງ.
ສະຫາຍ ພົທ ວັນທອງ ກອງມະນີ ກໍາມະການສູນການພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື ໄດ້ລາຍງານ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ໃນວັນທີ 25 ກັນຍາ 2025 ນີ້ວ່າ: ແຕ່ນີ້ຮອດປີ 2030 ຄະນະພັກແຂວງອັດຕະປື ຈະສືບຕໍ່ຍົກສູງຄຸນນະພາບວຽກງານກໍ່ສ້າງຮາກຖານເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ແລະ ວຽກງານ 3 ສ້າງ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ – ພັດທະນາຊົນນະບົດຮອບດ້ານຢ່າງແຂງແຮງ ຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບວຽກງານ 3 ສ້າງໃຫ້ແຂງແຮງ, ສຸມໃສ່ປັບປຸງກົງຈັກການຈັດຕັ້ງພັກ – ລັດຢູ່ຂັ້ນຮາກ ຖານໃຫ້ເປັນລະບົບ ແລະ ປະເມີນຕີຈັງຫວະວຽກງານຮາກຖານການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ໂດຍເລີ່ມຈາກສຳນັກງານຂັ້ນແຂວງ, ເມືອງລົງຮອດຕາແສງ ແລະ ຮາກຖານບ້ານໃຫ້ເປັນຂະບວນການດີຂຶ້ນກວ່າເກົ່າ; ຕັ້ງໜ້າປຸກລະດົມການປະກອບສ່ວນທຶນຮອນຈາກສັງຄົມ ເຂົ້າໃສ່ການພັດທະນາ, ສົ່ງເສີມການສ້າງອາຊີບຄົງທີ່, ປະຊາຊົນມີລາຍຮັບດີ-ໝັ້ນຄົງ ດ້ວຍການສົ່ງເສີມການ ຜະລິດເປັນສິນຄ້າຕາມທ່າແຮງ, ສິນຄ້າປາຍແຫຼມ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫຼາດ, ສືບຕໍ່ຄົ້ນຄວ້າກົນໄກຕິດຕາມ, ກວດກາ ແລະ ຊຸກຍູ້ເຊິ່ງກັນ ແລະ ກັນລະຫວ່າງພະແນກການຂັ້ນແຂວງ, ເມືອງ ແລະ ຕາແສງ – ບ້ານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ແກ້ໄຂການລ່ວງລະເມີດສິດອໍານາດ, ການ ມອບວຽກບໍ່ເຮັດ, ເຮັດແຕ່ຂາດຄວາມຮັບຜິດຊອບຢ່າງເດັດຂາດ, ແກ້ໄຂຂາດຕົວການແບ່ງຂັ້ນຄຸ້ມຄອງລະ ຫວ່າງແຂວງ, ເມືອງ ແລະ ຕາແສງ ກໍຄືການແບ່ງຄວາມຮັບຜິດຊອບ, ແບງວຽກ, ພາລະບົດບາດ ລະຫວ່າງ ພະແນກການຂັ້ນແຂວງ, ຫ້ອງການຂັ້ນເມືອງດ້ວຍກັນໃຫ້ຈະແຈ້ງ; ສືບຕໍ່ຊຸກຍູ້ຂະແໜງການຂັ້ນແຂວງ ເລັ່ງມອບສິດ ຄວາມຮັບຜິດຊອບໃຫ້ເມືອງຮ່າງຂາດຕົວໃນການຄຸ້ມຄອງ ຈັດຕັ້ງປະຕິບັດວຽກງານຈໍານວນໜຶ່ງ ໂດຍສະເພາະໂຄງການລົງທຶນຂອງລັດຂັ້ນຕໍ່າສຸດທີ່ມີມູນຄ່າຕາມທີ່ໄດ້ເອກະພາບກັນລວມທັງການຊຳລະສະ ສາງ ໃຫ້ເມືອງ, ສ່ວນຂັ້ນແຂວງເຮັດໜ້າທີ່ກວດກາ ການຈັດຕັ້ງປະຕິບັດ ແລະ ຊ່ວຍເຫຼືອດ້ານວິຊາການ, ເອົາໃຈໃສ່ຄຸ້ມຄອງ ແລະ ຂະຫຍາຍກອງທຶນແກ້ໄຂຄວາມທຸກຍາກໃຫ້ມີປະສິດທິຜົນສູງ, ສົມທົບກັບ ພາກ ສ່ວນທີ່ກ່ຽວຂ້ອງ ເພື່ອປັບປຸງຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າທີ່ຖືກຜົນກະທົບຈາກ ໂຄງການພັດທະນາຕ່າງໆ ໃຫ້ໄດ້ຮັບການແກ້ໄຂດີຂຶ້ນເປັນລໍາດັບ.
ສະຫາຍ ພົທ ວັນທອງ ກອງມະນີ ກໍາມະການສູນກາງພັດ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ອີກວ່າ: ແຂວງອັດຕະປື ມີ 5 ເມືອງ, 140 ບ້ານ, ມີ 32,257 ຄອບຄົວ, ໃນນີ້ ຄອບຄົວພົ້ນທຸກແລ້ວ ມີ 29,289 ຄອບຄົວ ຍັງບໍ່ພົ້ນທຸກ 2,968 ຄອບຄົວ, ບ້ານພົ້ນທຸກແລ້ວ ມີ 127 ບ້ານ ຍັງບໍ່ພົ້ນທຸກ 13 ບ້ານ, ເມືອງພົ້ນທຸກ ມີ 3 ເມືອງ ຍັງບໍ່ພົ້ນທຸກ 2 ເມືອງ, ທົ່ວແຂວງມີຄອບຄົວພັດທະນາ 24,455 ຄອບຄົວ, ມີບ້ານພັດທະນາ 80 ບ້ານ, ມີບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ 3 ບ້ານ ແລະ ມີເມືອງພັດທະນາ 3 ເມືອງ.
#ຂ່າວ: ພອນປະເສີດ