ເມືອງ ສາມັກຄີໄຊ ຕ້ອນຮັບພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ຫັນລົງກໍ່ສ້າງຮາກຖານການເມືອງ ແລະ ນຳພາ-ຊີ້ນຳການກະກຽມກອງປະຊຸມໃຫຍ່ອົງຄະນະພັກເມືອງ

      ຕອນບ່າຍວັນທີ 16 ກໍລະກົດ 2024, ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ຫັນລົງກໍ່ສ້າງຮາກຖານການເມືອງ ແລະ ນຳພາ-ຊີ້ນຳການກະກຽມກອງປະຊຸມໃຫຍ່ອົງຄະນະພັກເມືອງຢ່າງເປັນທາງທີ່ສະໂມສອນຫ້ອງວ່າການປົກຄອງເມືອງສາມັກຄີໄຊ ແຂວງອັດຕະປື.

ນຳໂດຍສະຫາຍ ຄຳບຸນ ດວງພະບາງ ຮອງເລຂາພັກແຂວງ, ມີທ່ານ ຄຳຫວັນ ຈັນທະໂຄດ ປະທານກວດກາພັກ-ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງຂັ້ນແຂວງ ພ້ອມຄະນະ. ໃຫ້ກຽດຕ້ອນຮັບຢ່າງອົບ ອຸ່ນຂອງສະຫາຍ ເພັດມີໄຊ ຄຳພັກດີ ເລຂາພັກເມືອງເຈົ້າເມືອງສາມັກຄີໄຊ, ມີບັນດາທ່ານການນຳຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນວາລະກອງປະຊຸມ ສະຫາຍ ຄຳໝັ້ນ ສີສະໝຸດ ຮອງເລຂາພັກເມືອງ ໄດ້ລາຍງານການກະກຽມກອງປະຊຸມ, ວຽກງານກໍ່ສ້າງຮາກຖານການເມືອງ ແລະ ສະຫາຍ ຂັນທອງ ຈະເລີນສຸກ ຮອງເຈົ້າເມືອງ ໄດ້ລາຍງານແຜນພັດທະນາເສດຖະກິດ-ສັງຄົມ ໂດຍສັງເຂບ.

ເຊິ່ງໄດ້ຍົກໃຫ້ເຫັນທັງຜົນສຳເລັດ, ບາງດ້ານອ່ອນຂໍ້ຄົງຄ້າງ ແລະ ດ້ານດີທີ່ເປັນປັດໄຈໃໝ່, ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ເພື່ອຮັບປະກັນໃຫ້ແກ່ການດຳເນີນກອງປະຊຸມໃຫຍ່3ຂັ້ນ ກໍ່ຄືຂອງອົງຄະນະພັກເມືອງສາມັກຄີໄຊ ໄດ້ມີຜົນສຳເລັດຕາມແຜນ ແລະ ທ່ວງທັນກັບເວລາທີ່ຂັ້ນເທິງໄດ້ກຳນົດໄວ້, ຄະນະບໍລິຫານງານພັກເມືອງກໍ່ໄດ້ຄົ້ນຄວ້າປຶກສາຫາລືອອກມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະ ກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ,ຂອງອົງຄະນະພັກເມືອງ,ຄະນະພັກຮາກຖານ ແລະ ໜ່ວຍພັກໃນທົ່ວເມືອງ, ເຊິ່ງໃນນັ້ນປະກອບມີບັນດາສະ ຫາຍໃນຄະນະບໍລິຫານງານພັກເມືອງ,ຄະນະຫນ່ວຍພັກ,ສະມາຊິກພັກ,ພະນັກງານ-ລັດຖະກອນ ໂດຍຖືເປັນວຽກງານສຳຄັນຕົ້ນຕໍ,ມີການຕົກລົງບັນຫາຢ່າງລວມສູນປະຊາທິປະໄຕ ມີການແບ່ງງານ,ແບ່ງຄວາມຮັບຜິດຊອບແຕ່ລະດ້ານຢ່າງລະອຽດ ເປັນຕົ້ນການກະກຽມດ້ານເນື້ອໃນ, ບຸກຄະລາກອນ, ການສ້າງຂະບວນການອະນາໄມ ປະດັບປະດາ ແລະ ຍ້ອງຍໍ,ສ້າງແຜນງົບປະມານ,ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມນັ້ນ ກອງປະຊຸມຍັງໄດ້ຮັບຟັງການມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງສາມັກຄີໄຊ ຈາກຄະນະປະທານກອງປະຊຸມຕື່ມອີກ..

.
ຂ່າວ-ພາບ: ຂາວພອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa