ແຂວງອັດຕະປື ຈັດຊຸດອົບຮົມທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ.

ຊຸດອົບຮົມທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ແລະ ຄະນະໂຄສະນາອົບຮົມເມືອງ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 15 ຕຸລາ2025 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງ ທ່ານ ປອ ຄອນສະຫງ່າ ພິມມະສອນ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບ ພ້ອມດ້ວຍນັກສໍາມະນາກອນເຂົ້າຮ່ວມ ທັງຫມົດ 35 ທ່ານ, ຍິງ 17 ທ່ານ.

ໃນພິທີ ທ່ານ ປອ ຄອນສະຫງ່າ ພິມມະສອນ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ກ່າວໄຂຊຸດອົບຮົມວ່າ: ຊຸດອົບຮົມຄັ້ງນີ້ ກໍ່ເພື່ອສ້າງໃຫ້ພະນັກງານ-ລັດຖະກອນ ມີຄວາມຮັບຮູ້ເຂົ້າໃຈ ຄວາມຮູ້ພື້ນຖານ ກ່ຽວກັບລັດທິມາກ-ເລນິນ, ມູນເຊື້ອຂອງຊາດລາວ, ການສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ, ເຂົ້າໃຈແນວທາງນະໂຍບາຍຂອງພັກ, ທັງເປັນການປັບປຸງທັດສະນະຫຼັກໜັ້ນຊົນຊັ້ນກໍາມະກອນ, ຄຸນສົມບັດສິນທໍາປະຕິວັດໃຫ້ໜັກແໜ້ນກວ່າເກົ່າ, ຍົກສູງຄວາມສາມາດໃນການຜັນຂະຫຍາຍແນວທາງຂອງພັກ ໃຫ້ຖືກຕ້ອງສອດຄ່ອງກັບເງື່ອນໄຂຕົວຈິງຂອງອົງການ, ຂະແໜງການ ແລະ ທ້ອງຖິ່ນຂອງຕົນ, ເພື່ອປັບປຸງແບບແຜນວິທີເຮັດວຽກໃຫ້ດີຂື້ນກວ່າເກົ່າ. ນອກນີ້ ຍັງໄດ້ຮຽກຮ້ອງໃຫ້ສໍາມະນາກອນເຂົ້າຮ່ວມອົບຮົມ ຈົ່ງພ້ອມກັນເອົາໃຈໃສ່ເຂົ້າຮ່ວມດ້ວຍຄວາມຮັບຜິດຊອບສູງ,ປະຕິບັດລະບຽບການຕ່າງໆທີ່ຄະນະຮັບຜິດຊອບກຳນົດໄວ້ຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ມີຜົນສໍາເລັດຕາມລະດັບຄາດຫມາຍ.
ຊຸດອົບຮົບຄັ້ງນີ້, ຈະໄດ້ດໍາເນີນເປັນເວລາ 9 ວັນ.


ຂ່າວ-ພາບ: ວົງສະໄໝ (ຄອຮຂ).
ກວດແກ້:ບກ.ຂ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa