ແຂວງອັດຕະປື ໂຮມຊຸມນຸມມິດຕິງ ສະເຫຼີມສະຫຼອງຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງ ຄັ້ງທີ XII.

ວັນທີ 27 ກັນຍາ 2025 ທີ່ຫໍປະຊຸມໃຫຍ່ຂອງ ແຂວງອັດຕະປື ໄດ້ຈັດພິທີມິດຕິງສະເຫຼີມສະຫຼອງຜົນສໍາເລັດກອງປະຊຸມ ໃຫຍ່ຜູ້ແທນອົງຄະນະພັກ ແຂວງ ຄັ້ງທີ XII. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີຄະນະນຳຂັ້ນແຂວງ, ພະແນກການ-ອົງການທຽບເທົ່າຂັ້ນແຂວງ ແລະ ເມືອງ, ນັກຮຽນຮູ້-ນັກສຶກສາ, ພ້ອມດ້ວຍ ປະຊາຊົນບັນ ດາເຜົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.

ກ່ອນເຂົ້າພິທີສະເຫຼີມສະຫຼອງຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງ ຄັ້ງທີ XII ຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຊົມສາລະຄະດີ ຜົນງານ 5 ປີ ຂອງອົງຄະນະພັກແຂວງຄັ້ງທີ XI ໃນໄລຍະຜ່ານມາ ແລະ ຮັບຊົມ ສິນລະປະການສະແດງ ເພື່ອສ້າງບັນຍາກາດ ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ.
ໂອກາດດັ່ງກ່າວ ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ໄດ້ກ່າວປາໄສວ່າ : ພິທີໂຮມຊຸມນຸມມົດຕິງ ຄັ້ງນີ້ ແມ່ນເພື່ອຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຜູ້ ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII ທີ່ໄດ້ໄຂຂຶ້ນ ແລະ ອັດລົງຢ່າງສະຫງ່າຜ່າເຜີຍ. ຊຶ່ງດໍາ ເນີນພາຍໃຕ້ຄໍາຂັວນ ” ເພີ່ມທະວີຄວາມສາມາດນໍາພາທີ່ເຂັ້ມແຂງ, ຄຸ້ມຄອງລັດ-ສັງຄົມດ້ວຍກົດໝາຍ, ພັດທະນາເສດຖະກິດເອກະລາດເປັນເຈົ້າຕົນເອງ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າ ແລະ ສູ້ຊົນພັດທະນາແຂວງອັດຕະປື ກ້າວຂຶ້ນຢ່າງໜັກແໜ້ນ ”
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ອັດຕະປື ຄັ້ງທີ XII ຄັ້ງນີ້ ເປັນເຫດການ ການເມືອງ ທີ່ມີຄວາມໝາຍຄວາມສໍາຄັນ ແຫ່ງການນໍາພາຂອງອົງຄະນະພັກແຂວງ ຕາມແນວທາງ ປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກນໍາພາ ຢ່າງປະ ດິດສ້າງຕາມ 4 ເນື້ອໃນ 4 ຄາດໝາຍ ໃນການກໍ່ສ້າງຮາກຖານ ການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກ ຍາກ ແລະ ຜັນຂະຫຍາຍວຽກງານ 3 ສ້າງສູ່ລວງເລິກ ຕິດພັນກັບການສ້າງບ້ານໃຫຍ່ ໃຫ້ມີສີສັນເປັນຕົວເມືອງ ນ້ອຍໃນຊົນລະບົດ ຢ່າງເປັນຂະບວນຟົດຟື້ນ.

ເນື້ອໃນກອງປະຊຸມໃຫຍ່ຄັ້ງນີ້ ແມ່ນໄດ້ສະຫຼຸບທົບທວນຄືນຜົນງານ ແລະ ໄຊຊະນະແຫ່ງ ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກແຂວງ ຕະຫຼອດໄລຍະ 5 ປີຜ່ານມາ, ເຊິ່ງສະແດງໃຫ້ ເຫັນດ້ານຜົນງານທີ່ຕັ້ງໜ້າ ແລະ ຂໍ້ຂາດຕົກບົກຜ່ອງ ທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ, ພ້ອມນີ້ກໍ່ໄດ້ ກຳນົດແນວທາງ ແລະ ວາງທິດທາງໜ້າທີ່ 5 ປີຕໍ່ໜ້າ ແນໃສ່ປັບປຸງກໍ່ສ້າງພື້ນຖານໂຄງລ່າງ, ພັດທະນາດ້ານເສດຖະກິດ-ສັງຄົມ, ລຶບລ້າງຄວາມທຸກຍາກ ແລະ ສ້າງບັນດາປັດໃຈ ເພື່ອເຮັດໃຫ້ ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າຊາວແຂວງອັດຕະປື ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.
ກອງປະຊຸມໃຫຍ່ ຍັງໄດ້ຮັບຟັງການປະກອບຄໍາເຫັນ ຈາກຕາງໜ້າກໍາລັງປ້ອງກັນຊາດ, ຈາກຄອບຄົວຕົວແບບການປູກ-ການລ້ຽງເປັນສິນຄ້າ ເຊິ່ງຄໍາເຫັນຂອງແຕ່ລະພາກສ່ວນລ້ວນ ແລ້ວແຕ່ໄດ້ສະແດງເຖິງ ຄວາມເປັນເອກະພາບສູງຕໍ່ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ທີ່ມີຜົນສໍາເລັດຂອງການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ສະໄໝທີ XI ຂອງ ອົງຄະນະພັກແຂວງ; ນອກນັ້ນ, ຍັງໄດ້ຕ້ອນຮັບການເຂົ້າອ່ວຍພອນ-ຊົມເຊີຍກອງປະຊຸມໃຫຍ່ ຈາກ ກ້ອນກໍາລັງມວນຊົນຕ່າງໆ ຊຶ່ງໄດ້ເຮັດໃຫ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງນີ້ ມີເນື້ອໃນຄົບຖ້ວນ ແລະ ອຸດົມສົມບູນຍິ່ງໆຂຶ້ນ.

ກອງປະຊຸມໃຫຍ່ຄັ້ງນີ້, ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດ ຄັດເລືອກເອົາ ຄະນະບໍລິຫານງານພັກແຂວງ ສະໄໝທີ XII ບົນພື້ນຖານຫຼັກການລວມສູນ ປະຊາທິປະ ໄຕ ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂ ທີ່ໄດ້ກຳນົດໄວ້, ເຊິ່ງມີຜູ້ອອກສະໝັກເລືອກຕັ້ງ 39 ສະຫາຍ, ຍິງ 6 ສະຫາຍ; ເລືອກໄດ້ 35 ສະຫາຍ, ຍິງ 5 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາຄະນະປະຈຳພັກແຂວງ, ຈໍານວນ 11 ສະຫາຍ, ຍິງ 2 ສະຫາຍ, ໄດ້ເປັນເອກະສັນເລືອກເອົາ ສະຫາຍ ພົນໂທ ວັນທອງ ກອງມະນີ ເປັນເລຂາຄະນະບໍລິຫານງານພັກແຂວງ; ສະຫາຍ ນາງ ມີນາພອນ ໄຊສົມພູ ແລະ ສະ ຫາຍ ທະນູໄຊ ບັນຊາລິດເປັນຮອງເລຂາຄະນະບໍລິຫານງານພັກແຂວງ. ໄດ້ເປັນເອກະສັນເລືອກເອົາ ສະຫາຍ ສຸວັນສີ ແກ້ວວິເສີດ ເປັນປະທານຄະນະກວດກາພັກແຂວງ;ສະຫາຍ ສົມຫວັງ ນາມສີນາ , ສະຫາຍ ຄໍາປານ ກິ່ນສົມບັດ ,ສະຫາຍ ວິໄລພອນ ແກ່ນຈັນແລະ ສະຫາຍ ໃຈພອນ ພາມຸງຄຸນເປັນຮອງປະທານຄະນະກວດກາພັກແຂວງ. ພ້ອມນັ້ນ, ກອງປະຊຸມໄດ້ເລືອກເອົາຜູ້ແທນສົມບູນ-ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຊຶ່ງຜົນການເລືອກຕັ້ງໄດ້ຜູ້ແທນສົມບູນ ຈໍານວນ 19 ສະຫາຍ, ຍິງ 1 ສະຫາຍ, ຜູ້ແທນສຳຮອງ 3 ສະຫາຍ.
#ຂ່າວ:ສິດທິພອນ
ພາບ:ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa