ແຂວງອັດຕະປື ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງອັດຕະປື ຄັ້ງທີ XII ໄດ້ໄຂຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 25-26 ກັນຍາ 2025 ທີ່ຫໍປະຊຸມໃຫຍ່ຂອງແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ວັນທອງ ກອງມະນີ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອັດຕະປື, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຮອງເລຂາພັກແຂວງ,ຮອງເຈົ້າແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາແຂກຖືກເຊີນຈາກສູນກາງ, ແລະ ບັນດາແຂວງໃກ້ຄຽງ, ພະນັກງານອາວຸໂສບຳນານ, ພ້ອມດ້ວຍຜູ້ແທນສົມບູນ ຈໍານວນ 247 ສະຫາຍ, ຍິງ 36 ສະຫາຍ ເຂົ້າຮ່ວມ.

ສະຫາຍ ພົນໂທ ວັນທອງ ກອງມະນີ ໄດ້ກ່າວໄຂກອງປະຊຸມໃຫຍ່ຢ່າງເປັນທາງການວ່າ: ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XII ຂອງອົງຄະນະພັກແຂວງອັດຕະປື ໃນຄັ້ງນີ້ ຈະໄດ້ພ້ອມກັນສະຫຼຸບຕີລາຄາຄືນໝາກຜົນ-ຜົນງານ ຜ່ານການນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ ຕະຫຼອດໄລຍະ 5 ປີຜ່ານມາ ແລະ ຍັງຈະໄດ້ສະເໜີທິດທາງ, ແຜນການໃນການພັດທະນາແຂວງອັດຕະປື ໃນ 5 ປີຕໍ່ໜ້າ, ລວມທັງບັນດາໂຄງ ການ, ວຽກງານຈຸດສຸມຈຳນວນໜຶ່ງ, ວິໄສທັດຮອດປີ 2030. ຕະຫຼອດໄລຍະຜ່ານມາ ພາຍໃຕ້ການນໍາພາ-ຊີ້ນຳ ຂອງອົງຄະນະບໍລິຫານງານພັກແຂວງ ເຫັນວ່າ ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ, ບາງດ້ານກໍມີລັກສະນະກ້າວກະໂດດຂະຫຍາຍຕົວໄວ ແລະ ເປັນພື້ນຖານອັນສໍາຄັນໃຫ້ແກ່ການພັດທະນາໃນຕໍ່ໜ້າ, ແຕ່ຄຽງຄູ່ກັນນັ້ນ ກໍ່ຍັງປະເຊີນກັບສິ່ງທ້າທາຍທົດສອບຫຼາຍປະການທັງພາຍໃນ ແລະ ພາຍນອກ ອັນທີ່ພົ້ນເດັ່ນ: ແມ່ນບັນຫາຄວາມບໍ່ສະຫງົບລະຫວ່າງຊາຍແດນລາວ-ກຳປູເຈຍ, ບັນຫາປະກົດການສໍ້ລາດ – ບັງຫຼວງໃນຂົງເຂດພັກ-ພະນັກງານ ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ແຂວງພວກເຮົາ, ການລັກລອບຂຸດຄົ້ນຊັບພະ ຍາກອນທຳມະຊາດແບບຊະຊາຍ, ຄວາມຂັດແຍ່ງກ່ຽວກັບບັນຫາທີ່ດິນ, ບັນຫາຄ່າຄອງຊີບສູງ, ການປະ ລະການຮຽນ ແລະ ປະກົດການຫຍໍ້ທໍ້ຈໍານວນໜຶ່ງໃນສັງຄົມທີ່ແກ້ໄຂບໍ່ທັນຕົກ.

ທັງໝົດນີ້ເປັນການທົດສອບຄວາມຮູ້-ຄວາມສາມາດໃນການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານພັກແຂວງ ກໍ່ຄືການບໍລິຫານ-ການປົກຄອງຂອງການນໍາຂອງແຂວງພວກເຮົາ. ຜ່ານການເຄື່ອນໄຫວນໍາພາ – ຊີ້ນໍາ ໂດຍໄດ້ຮັບການເອົາໃຈໃສ່ຊີ້ນໍາຢ່າງແທດຕົວຈິງ ແລະຮອບດ້ານຕໍ່ເນື່ອງຂອງສູນກາງພັກ-ລັດຖະບານ ແລະ ຄວາມເປັນເຈົ້າການມີສະຕິສະດຸ້ງໄວຂອງ ການນໍາ ບວກກັບມູນເຊື້ອອັນດີງາມ, ຄວາມອົດທົນ ແລະ ສາມັກຄີປອງດອງຂອງສະມາຊິກພັກ-ພະນັກງານ ກໍຄືປະຊາຊົນບັນດາເຜົ່າທຸກທົ່ວໜ້າ ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນ ຜ່ານຜ່າອຸປະສັກນາໆປະການພ້ອມກັນສຸມໃສ່ປະຕິບັດບັນດາຄາດໝາຍສູ້ຊົນຕົ້ນຕໍ ຄື: ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງປົກກະຕິ, ການແກ້ໄຂ 4 ວາລະຂອງແຂວງ, ຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ຕິດພັນກັບການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ຂະບວນການຮັກຊາດ-ພັດທະນາ, ດໍາເນີນການປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ດໍາເນີນຊີວິດການການເມືອງ ແລະ ປັບປຸງປົວແປງພາຍໃນພັກນັບແຕ່ຮາກຖານຂື້ນມາ, ແຕ່ລະໜ່ວຍພັກ, ຄະນະພັກຮາກຖານ ແລະ ອົງຄະນະພັກເມືອງ 5 ເມືອງ ໄດ້ສໍາເລັດກອງປະຊຸມໃຫຍ່ຂອງຕົນ ຊຶ່ງໄດ້ເສີມຂະ ຫຍາຍສິດປະຊາທິປະໄຕພາຍໃນພັກ, ສະມາຊິກພັກ ພະນັກງານໄດ້ເຂົ້າຮ່ວມ ແລະ ຄົ້ນຄວ້າປະກອບຄໍາຄິດເຫັນຢ່າງເລິກເຊິ່ງ. ສະເພາະການຄັດເລືອກບຸກຄະລາກອນ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມກໍ ໄດ້ພ້ອມກັນຄົ້ນຄວ້າຢ່າງພາວະວິໄສມີປະຊາທິປະໄຕຜ່ານຫຼາຍຂັ້ນຕອນຕາມການຊີ້ນໍາ ຂອງຂັ້ນເທິງ ແລະ ກົດລະບຽບຂອງພັກຢ່າງເຂັ້ມງວດ, ບົດລາຍງານການເມືອງ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມກໍໄດ້ຜ່ານການວິເຄາະວິໄຈ, ໄຈ້ແຍກ ດ້ວຍການດໍາເນີນສໍາມະນາວິທະຍາສາດ, ທາບທາມຄວາມຄິດຄວາມເຫັນຢ່າງເລິກເຊິ່ງ, ກວ້າງຂວາງ ເພື່ອຮັບປະກັນເຮັດໃຫ້ເນື້ອໃນມີຄວາມອຸດົມສົມບູນ, ສອດຄ່ອງກັບຕົວຈິງ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີໝາກມີຜົນ.

ຕະຫຼອດໄລຍະ 2 ວັນຂອງການດໍາເນີນກອງປະຊຸມ, ນອກຈາກຈະໄດ້ຮັບຟັງຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ – ສັງຄົມແລ້ວ ຍັງຈະໄດ້ຄົ້ນຄວ້າລົງເລິກຕີລາຄາບັນດາ ຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ຈະໄດ້ຮັບຮອງເອົາທິດທາງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນຕໍ່ໜ້າ. ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາເຫັນ ຂອງບັນດາຕົວແທນຈາກກົມກອງຕົບແບບ ແລະ ຄອບຄົວຕົວແບບຈຳນວນໜຶ່ງຕື່ມອີກ. ບັນຫາສຳຄັນໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນກອງປະຊຸມ ຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ເປັນຄັນທຸງນໍາໜ້າໃນທຸກວຽກງານ ແລະ ເປັນໃຈກາງໃນການເຕົ້າໂຮມ ຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ໃນໄລຍະໃໝ່, ສ້າງໃຫ້ແຂວງອັດຕະປື ກາຍເປັນແຂວງທີ່ມີການພັດທະນາຢ່າງຮອບດ້ານ. ພ້ອມດຽວກັນ ຍັງຈະໄດ້ປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະໄຂຂື້ນໃນຕໍ່ໜ້າ.


ຂ່າວ: ພອນປະເສີດ
ພາບ: ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa