ແຂວງ ອັດຕະປື ປາຖະກະຖາ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ.

ວັນທີ 18 ກັນຍາ 2025 ທີ່ສະໂມສອນຫ້ອງວ່າການເມືອງໄຊເສດຖາ ແຂວງອັດຕະປື ໄດ້ຈັດພິທີປາຖະກະຖາ ວັນຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ ຄື: ວັນທີ 2 ກັນຍາ 1945 ຫາ ວັນທີ 2 ກັນຍາ 2025, ໃຫ້ກຽດປາຖະກະຖາໂດຍ ສະຫາຍ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ, ມີການນໍາຂອງແຂວງ, ເມືອງ, ມີພະນັກງານ-ລັດຖະກອນ ຕະຫຼອດຮອດສະມາຄົມຫວຽດກຽວ ພາຍໃນແຂວງ ເຂົ້າຮ່ວມ.

ສະຫາຍ ຄໍາບຸນ ດວງພະບາງ ໄດ້ຍົກໃຫ້ເຫັນການກຳເນີດຂອງພັກກອມມູນິດອິນດູຈີນ ໂດຍແມ່ນປະທານ ໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່ ເປັນຜູ້ກໍ່ຕັ້ງຂຶ້ນໃນປີ 1930, ເຊິ່ງເປັນຕົ້ນກຳເນີດຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວໃນປັດຈຸບັນ, ພັກກອມມູນິດຫວຽດນາມ ໄດ້ກາຍເປັນຄັນທຸງນໍາພາປະຊາ ຊົນຫວຽດນາມ ພ້ອມກັນລຸກຮືຂຶ້ນຍາດເອົາໄຊຊະນະອັນເປັນປະຫວັດສາດຂອງຊາດຄື: ດໍາເນີນການປະຕິວັດເດືອນສິງຫາສໍາເລັດຜົນ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ຫວຽດນາມຢ່າງສະຫງ່າ ຜ່າເຜີຍໃນວັນທີ 2 ກັນຍາ ປີ 1945.

ພາຍຫຼັງປົດປ່ອຍປະເທດຊາດໄດ້ຢ່າງສົມບູນ, ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໄດ້ສືບຕ່ໍພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດສັງຄົມນິຍົມ, ໂດຍມີຄວາມສະດຸ້ງໄວຕໍ່ສະພາບການ, ໃນໄລຍະ 80 ປີຜ່ານມາ ພັກກອມມູນິດຫວຽດນາມ ໄດ້ມີການນໍາພາລິເລີ່ມພາລະກິດປ່ຽນແປງໃໝ່ຢ່າງທັນການ, ມີຫຼັກການ, ມີບາດກ້າວທີ່ເໝາະສົມ ແລະ ມີການປະສານສົມທົບຢ່າງກົມກຽວລະຫວ່າງ ການປ່ຽນ ແປງ ໃໝ່ກັບການຮັກສາສະຖຽນລະພາບທາງການເມືອງ, ຖືເອົາການສ້າງສາພັດທະນາເສດຖະກິດເປັນໜ້າທີ່ໃຈກາງ, ເອົາການສ້າງພັກເປັນອັນຕັດສິນ, ເອົາການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ການສ້າງກໍາລັງແຮງສັງລວມໃຫ້ແກ່ປະເທດຊາດເປັນໄມ້ຫຼາວັດແທກຜົນສໍາເລັດຂອງການປ່ຽນແປງໃໝ່. ມາຮອດກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກ ໃນປີ 1991, ພັກໄດ້ຮັບຮອງເອົາໂຄງການການເມືອງ ແຫ່ງການສ້າງປະເທດຊາດໃນໄລຍະຂ້າມຜ່ານໄປສູ່ສັງຄົມນິຍົມ.

ທັງນີ້ ກໍເພື່ອເຮັດໃຫ້ນັກຮົບ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ, ລວມທັງ ສະມາຄົມຫວຽດກຽວ ພາຍໃນແຂວງອັດຕະປື ໄດ້ຮັບຮູ້ເຂົ້າໃຈ ກ່ຽວກັບມູນເຊື້ອວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ. ພ້ອມນັ້ນ ກໍ່ເພື່ອເສີມຂະຫຍາຍມູນເຊື້ອຮັກຊາດ, ນໍ້າໃຈພິລະອາດຫານບໍ່ຍອມຈຳນົນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ, ຄວາມສາມັກຄີປອງດອງກັບບັນດາປະເທດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຊຶ່ງເປັນປັດໃຈອັນສໍາຄັນ ຕັດສິນໄຊຊະນະຂອງການປະຕິວັດລາວ ແລະ ຫວຽດນາມໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືການສ້າງສາພັດທະນາ ຂອງທັງສອງປະເທດໃນປະຈຸບັນ.


#ຂ່າວ: ວັດທະນາ
#ພາບ: ວົງສະໄໝ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa