ພິທີເປີດນໍາໃຊ້ສະຖານີ ຄ່ຽນຖ່າຍສິນຄ້າ ແບບທົດລອງ ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ໄດ້ຈັດຂື້ນໃນວັນທີ 18 ກັນຍາ 2025 ທີ່ດ່ານສາກົນພູເກືອ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາຫວັນ ຈັນທະໂຄດ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ມີພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ສົມໄຊ ແກ້ວມະນີວັນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ລາຍງານວ່າ: ໂຄງ ການກໍ່ສ້າງສະຖານີ ຄ່ຽນຖ່າຍສິນຄ້າ ແບບທົດລອງ ຢູ່ດ່ານສາກົນພູເກືອ ແຫ່ງນີ້ ແນໃສ່ຍົກລະດັບ ແລະ ການບໍລິການລະບົບຈາລະຈອນສິນຄ້າລະຫວ່າງປະເທດ ແລະ ການເຊື່ອມໂຍງ ເຊື່ອມຈອດກັບບັນດາແຂວງໃກ້ຄຽງ ທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ແມ່ນບັນດາແຂວງຂອງ ສສ ຫວຽດນາມ ໃຫ້ສາມາດສັນ ຈອນໄປມາສະດວກສະບາຍ, ການຈັດຕັ້ງປະຕິບັດໂຄງການນີ້ ແມ່ນປະຕິບັດຕາມຂໍ້ຕົກລົງທ່ານເຈົ້າແຂວງ ສະບັບເລກທີ 950/ຈຂອປ, ລົງວັນທີ 27 ມິຖຸນາ 2024 ວ່າດ້ວຍການອະນຸມັດໃຫ້ບໍລິສັດ ລາຊາວຽງຊັບພັດ ທະນາຄົບວົງຈອນ ຈໍາກັດຜູ້ດຽວເຊັນສັນຍາສໍາປະທານ ເພື່ອພັດທະນາໂຄງການເປັນເຂດຂົນສົ່ງ ໂລຈິດສຕິກ ແລະ ສ້າງເປັນເຂດການຄ້າ-ການລົງທຶນ ໃນເນື້ອທີ່ດິນຈໍານວນ 14.5 ເຮັກຕາ, ຢູ່ເຂດບ້ານພູເກືອ ເມືອງພູວົງ ແຂວງອັດຕະປື.
ໄລຍະການດໍາເນີນກໍ່ສ້າງ ແລະ ພັດທະນາໂຄງການ ປະຕິບັດຕາມສັນຍາສໍາປະທານ ມີກໍານົດເວລາໃນການດໍາເນີນການກໍ່ສ້າງ ແລະ ພັດທະນາໂຄງການ 2 ປີ, ເລີ່ມແຕ່ເດືອນ ມິຖຸນາ 2024 ຫາ ເດືອນ ມິຖຸນາ 2026 ໃຫ້ສໍາເລັດ, ໄລຍະເວລາສໍາປະທານ ພາຍຫຼັງສໍາເລັດການກໍ່ສ້າງເປັນເຂດຂົນສົ່ງ ໂລຈິດສຕິກ ແລະ ສ້າງເປັນເຂດການຄ້າ-ການລົງທຶນ ບໍລິສັດຜູ້ພັດທະນາໂຄງການ ຈະໄດ້ສືບຕໍ່ເຊັນສັນຍາສໍາປະທານ ເກັບຄ່າບໍລິການນໍາໃຊ້ກິດຈະການດັ່ງກ່າວ ກັບ ຄະນະກໍາມະການປົກຄອງແຂວງອັດຕະປື ໃນໄລຍະເວລາ 45 ປີ, ເມື່ອຮອດກໍານົດເວລາ ບໍລິສັດຜູ້ພັດທະນາໂຄງການ ຕ້ອງມອບໂອນຄືນໃຫ້ຄະນະກໍາມະການປົກຄອງແຂວງ.
#ຂ່າວ: ມະນີວອນ