
ໃນວັນທີ 17 ພະຈິກ 2025, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງອັດຕະປື ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝ ວຽກງານໂຄສະນາອົບຮົມໃນໄລຍະໃໝ່, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມ, ຄວບຕໍາແໜ່ງເລຂານຸການ ປະຈໍາເລຂາ ທິການສູນກາງພັກ, ມີທ່ານ ດາວວັນ ຫຼວງອາໄພ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງອັດຕະປື, ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງຄະນະໂຄສະນາອົບຮົມແຂວງ, ຜູ້ຮັບຜິດຊອບວຽກສື່ເຂົ້າຮ່ວມ.


ທ່ານ ວັນຕຸລາ ຣັກນຸດ ໄດ້ມີຄໍາເຫັນວ່າ: ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝ ວຽກງານໂຄສະນາອົບຮົມໃນໄລຍະໃໝ່ ເທື່ອນີ້ ເປົ້າໝາຍແມ່ນເພື່ອຍົກສູງຄຸນນະພາບວຽກງານໂຄສະນາອົບຮົມ ໂດຍສະເພາະການນໍາໃຊ້ສື່ທີ່ທັນສະໄໝ (ເວັບໄຊ) ເຂົ້າໃນວຽກງານໂຄສະນາ, ນັບແຕ່ສູນກາງຮອດທ້ອງຖິ່ນ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ ຂອງວຽກງານ ການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບວຽກງານວິຊາສະເພາະ ແລະ ຫັນວຽກງານໂຄສະນາອົບຮົມ ໃຫ້ເປັນທັນສະໄໝເທື່ອລະກ້າວ ແລະ ແທດເໝາະກັບຍຸກ 4.0, ແນໃສ່ເຮັດໃຫ້ພະນັກງານ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງ ມີຄວາມຮູ້, ຄວາມສາມາດທາງດ້ານວຽກງານສື່ທີ່ທັນສະໄໝ ເຊັ່ນ: ການພັດທະນາເວັບໄຊ, ການຄຸ້ມຄອງລະບົບເວັບໄຊ ເພື່ອເຮັດໃຫ້ການນໍາໃຊ້ສື່ສະດວກວ່ອງໄວ ແລະ ທັນເຫດການ. ພ້ອມນີ້ ຍັງເປັນການຍົກລະດັບຄວາມຮູ້ໃຫ້ກັບພະນັກງານວິຊາການ ຜູ້ເຮັດວຽກງານສື່ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງ ໃຫ້ເຂົ້າໃຈເລິກເຊິ່ງ ເຖິງບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານ ໃນປັດຈຸບັນ ກ້າວໄປສູ້ສ້າງໃຫ້ແຂວງມີຄວາມເຂັ້ມແຂງໃນການນໍາໃຊ້ສື່ທີ່ທັນສະໄໝ.

ໃນທີ່ປະຊຸມບັນດາ ຜູ້ເຂົ້າຮ່ວມໄດ້ຮັບຟັງບາງບົດຮຽນສໍາຄັນ ທີ່ຕ້ອງໄດ້ເອົາໃຈໃສ່ໃນການໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານຜ່ານສື່ແບບໃໝ່ ແລະ ໄດ້ມີການສົນທະນາແລກປ່ຽນຄໍາຄິດເຫັນ ລະຫວ່າງ ທີມງານຂອງສູນກາງ ແລະ ພະນັກງານວິຊາການຂອງຄະນະໂຄສະ ນາອົບຮົມແຂວງ ຕໍ່ວຽກງານເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ການກະກຽມຄວາມພ້ອມໃນການຫັນເປັນທັນສະໄໝ ຂອງວຽກງານໂຄສະນາອົບຮົມໃນໄລຍະໃໝ່.

ຂ່າວ-ພາບ: ວົງສະໄໝ ສີວິໄລ