ໄລຍະ 5 ປີ ແຕ່ປີ 2026-2030 ແຂວງອັດຕະປື ຕ້ອງການທຶນເພື່ອການພັດທະນາ ບໍ່ໃຫ້ຫຼຸດ 30% ຂອງ GDP, ໃນນີ້: ງົບປະມານພາຍໃນ ປະມານ 10-15% ຂອງການລົງທຶນທັງໝົດ, ການຊ່ວຍເຫຼືອທາງການເພື່ອການພັດທະນາ ປະມານ 10-15% ຂອງການລົງທຶນທັງໝົດ, ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ປະມານ 55-60% ຂອງການລົງທຶນທັງໝົດ ແລະ ການລົງທຶນອື່ນໆ ປະມານ 20% ຂອງການລົງທຶນທັງໝົດ.
ຢູໃນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ທີ່ສະເໜີ ໂດຍ ສະຫາຍ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII ທີ່ຫາກໍ່ສໍາເລັດໄປຫວ່າງບໍ່ດົນແລ້ວນີ້ໃຫ້ຮູ້ວ່າ: ໃນອີກ 5 ປີຕໍ່ໜ້າ ແຂວງອັດຕະປື ຈະຍົກສູງປະສິດທິພາບການລົງທຶນ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ, ໃນນີ້: ການລົງທຶນພາກລັດ ຈະສຸມໃສ່ປັບໂຄງສ້າງການລົງທຶນຄືນໃໝ່, ຍົກສູງປະສິດທິຜົນການລົງທຶນຂອງລັດ, ສຸມງົບປະມານເຂົ້າໃນບັນດາໂຄງການຈຸດສຸມ ເພື່ອແກ້ໄຂບັນຫາການພັດທະນາຂອງແຂວງ, ເມືອງ ແລະ ຕາແສງ, ໃຫ້ບູລີມະສິດການລົງທຶນການພັດທະນາໂຄງລ່າງ ພື້ນຖານຄົມມະນາຄົມ, ການສຶກສາ, ສາທາລະນະສຸກ, ສໍາລັບເຂດຊົນນະບົດ, ເຂດພູດອຍຫ່າງໄກສອກຫຼີກ ເພື່ອຮັບປະກັນການເຊື່ອມຕໍ່ຢ່າງເປັນລະບົບ ລະຫວ່າງ ຊົນນະບົດກັບຕົວເມືອງ, ເຂດພູດອຍ ກັບ ເຂດທົ່ງພຽງ ແນໃສ່ສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກ ໃນການດຶງດູດການລົງທຶນຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ເພື່ອສ້າງເປັນປັດໄຈພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ທີ່ຍືນຍົງ ແລະ ທົ່ວເຖິງ, ຫຼັກເວັ້ນການສ້າງໂຄງການລົງທຶນທີ່ບໍ່ໄປຕາມກົດໝາຍ ແລະ ລະບຽບການ, ເລັ່ງຊຳລະໜີ້ສິນໂຄງການລົງທຶນ, ກວດກາ ແລະ ພິຈາລະນາຄືນ ການໂຈະໂຄງການລົງທຶນລັດທີ່ບໍ່ສອດຄ່ອງກັບແຜນການ 5 ປີ ຄັ້ງທີ X ຫຼື ໂຄງການທີ່ມີຄ່າໃຊ້ຈ່າຍສູງຂຶ້ນ ແຕ່ຜົນຕອບແທນຕໍ່າ ຖ່ວງດຶງງົບປະມານ, ຮັບປະກັນຄວາມກົມກຽວລະຫວ່າງການວາງແຜນພັດທະນາ ແລະ ແຜນງົບປະມານ.
ການຊ່ວຍເຫຼືອທາງການເພື່ອການພັດທະນາ: ຮັບປະກັນຄວາມມີປະສິດທິພາບ ແລະ ປະສິດທິຜົນຂອງ (ODA) ດ້ວຍການສືບຕໍ່ຜັນຂະຫຍາຍນິຕິກຳ ໃນການຄຸ້ມຄອງ ແລະ ນໍາໃຊ້ການຊ່ວຍເຫຼືອທາງການເພື່ອການພັດທະນາໃຫ້ສອດ ຄ່ອງກັບສະພາບຕົວຈິງ ແລະ ສຸມໃສ່ປັບປຸງລະບົບຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ(ODA), ເພື່ອເປັນບ່ອນອີງໃຫ້ແກ່ການຈັດສັນງົບປະມານຂອງແຂວງ ແລະ ຄູ່ຮ່ວມພັດທະນາໃຫ້ມີຄວາມສອດຄ່ອງ ກັບແຜນບູລິມະສິດການພັດທະນາ. ພ້ອມກັນນີ້, ຜັນຂະຫຍາຍບັນດານະໂຍບາຍ ແລະ ມາດຕະການທີ່ໄດ້ການົດໃນຍຸດທະສາດການ ຂ້າມຜ່ານແບບໂລ່ງລ່ຽນ ເພື່ອຮັບປະກັນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ບໍ່ໃຫ້ກະທົບຕໍ່ການພັດທະນາ. ທົບທວນກອບສັນຍາ, ບົດບັນທຶກການຮ່ວມມື ແລະ ຂະບວນການກອງປະຊຸມໂຕະມົນ ແລະ ໜ່ວຍງານຂະແໜງການ ເພື່ອສົ່ງເສີມກົນໄກການຮ່ວມມືແບບມີສ່ວນຮ່ວມ ແນໃສ່ອຳນວຍຄວາມສະດວກໃນການວາງແຜນຮ່ວມກັນໂດຍ ອີງໃສ່ຫຼັກຖານ ແລະ ການຈັດຕັ້ງປະຕິບັດແຜນງານ ທີ່ປະກອບສ່ວນຕໍ່ກັບເປົ້າໝາຍໃຫຍ່ແຜນການ 5 ປີ ຄັ້ງທີ X.
ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ: ເລັ່ງຈັດຕັ້ງປະຕິບັດຄໍາສັ່ງນາຍົກລັດຖະມົນຕີ ເລກທີ 02/ນຍ ແລະ 03/ນຍ ເພື່ອສ້າງສະພາບແວດລ້ອມສິ່ງອໍານວຍຄວາມສະດວກໃຫ້ແກ່ການເລີ້ມຕົ້ນ ແລະ ດໍາເນີນທຸລະກິດ, ໂດຍສະເພາະ ການເຜີຍແຜ່ກ່ຽວກັບການປ່ຽນແປງດ້ານນິຕິກຳ, ລະບຽບການ ທີ່ຕິດພັນກັບວຽການວິສະຫະກິດ ແລະ ວຽກງານຂໍອະນຸຍາດດໍາເນີນທຸລະກິດ, ສຸມໃສສ້າງ ແລະ ພັດທະນາລະບົບການຂື້ນທະບຽນວິສະຫະກິດທາງເອເລັກໂຕຣນິກໃຫ້ສຳເລັດ ແລະ ສາມາດປະຕິບັດໄດ້ ເພື່ອເປັນການຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ, ຫຼຸດຜ່ອນເວລາ ແນໃສ່ດຶງດູດການລົງທຶນເຂົ້າໃນຂະແໜງບູລິມະສິດ ແລະ ຂະແໜງສີຂຽວ ໄປຄຽງຄູ່ກັບການສ້າງຄວາມ ເຊື່ອໝັ້ນໃຫ້ຜູ້ລົງທຶນ, ສົ່ງເສີມການລົງທຶນຮ່ວມມືພາກລັດ-ເອກະຊົນ ທີ່ມີປະສິດຕິພາບ, ພ້ອມນັ້ນ ກໍ່ຄົ້ນຄວ້າປັບປຸງ ນະໂຍບາຍເອື້ອອໍານວຍ ແລະ ສ້າງແຮງຈູງໃຈ ດ້ວຍການພັດ ທະນາຂະແໜງການບູລິມະສິດ, ການເຊື່ອມໂຍງຕ່ອງໂສ້ການຜະລິດພາກພື້ນ ແລະ ຮັບປະກັນການດໍາເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບ, ສ້າງຄວາມກົມກຽວອັດຕາອາກອນ ເພື່ອຊຸກຍູ້ການເກັບລາຍຮັບ ລວມທັງຄວາມສາ ມາດໃນການຄາດຄະເນລາຍຮັບ, ການຂຶ້ນທະບຽນທຸລະກິດ ແລະ ອື່ນໆ.
ການລົງທຶນຈາກແຫຼ່ງທຶນອື່ນໆ ສົ່ງເສີມການປະກອບສ່ວນຂອງສັງຄົມ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ອໍານວຍຄວາມສະດວກໃນການໂອນເງິນກັບປະເທດຂອງແຮງງານລາວ ທີ່ໄປເຮັດວຽກຢູ່ຕ່າງປະເທດ ໃຫ້ມີຄວາມວ່ອງໄວ ແລະ ມີຄ່າທໍານຽມທີ່ເໝາະສົມ.
#ຂ່າວ: ພອນປະເສີດ