ແຂວງອັດຕະປື ມີ 140 ບ້ານ, ໃນນີ້ ບ້ານປ້ອງກັນຊາດເຂັ້ມແຂງ ມີ 46 ບ້ານ, ຄອບຄົວປ້ອງກັນຊາດ ມີ 6,326 ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ມີ 86 ບ້ານ.
ຢູ່ໃນວາລະຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII ໃນລະຫວ່າງວັນທີ 25-26 ກັນຍາ 2025, ສະຫາຍ ພົທ ວັນທອງ ກອງມະນີ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາ-ບັນຊາ ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ໂດຍສຸມໃສ່ສຶກສາອົບຮົມສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ເຊື່ອມຊຶມກໍາແໜ້ນ ແລະ ເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຕັ້ງໜ້າສ້າງ ແລະ ປັບປຸງກໍາລັງປະກອບອາວຸດຂອງປະຊາຊົນເຂັ້ມແຂງ, ໜັກແໜ້ນ ແລະ ມີແບບແຜນທັນສະໄໝ ສາມາດນໍາພາ – ບັນຊາໂດຍກົງຮອບດ້ານ, ເປັນກໍາລັງປະຈັນບານໃນການຕ້ານສະກັດກັ້ນ ແລະ ທັບມ້າງກົນ ອຸບາຍ ຂອງອິດທິກຳລັງປໍລະປັກ, ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ, ປັບປຸງກໍາລັງກອງຫຼອນ – ກໍາລັງປ້ອງກັນຕົວ, ປຸກລະດົມຊາວໜຸ່ມເຂົ້າເປັນທະຫານ ພັນທະ ແລະ ອາຊີບ ບັນລຸຕາມຄາດໝາຍໃນແຕ່ລະປີ, ກໍ່ສ້າງນາຍທະຫານສືບທອດປ່ຽນແທນ ຕິດພັນກັບການ ສ້າງພະລາທິການກັບທີ່ ຮັບປະກັນໃຫ້ຊີວິດການເປັນຢູ່ຂອງພະນັກງານນັກຮົບດີຂຶ້ນ, ນໍາພາຝຶກອົບຮົມຫັດແອບສິນລະປະຍຸດ – ຍຸດທະ ວິທີ ຂອງບັນດາກົມກອງ ແລະ ເລົ່າຮົບວິຊາສະເພາະ, ກຽມພ້ອມສູ້ຮົບທຸກເວລາ, ຝຶກອົບ ຮົມວຽກງານສຶກສາປ້ອງກັນຊາດຂັ້ນພື້ນຖານໃຫ້ນັກຮຽນມັດທະຍົມສຶກສາ ແລະ ວິຊາຊີບ, ປ້ອງກັນຄວາມສະຫງົບລຽບຕາມບໍລິເວນຊາຍແດນ, ຊ່ວຍເຫຼືອປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດ. ພ້ອມນັ້ນ, ເອົາໃຈໃສ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ຕາມທິດຍຸດທະສາດປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຢູ່ບັນດາບ້ານຈຸດສຸມຫຼໍ່ແຫຼມ, ບ້ານລຽບຊາຍແດນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ສ້າງທ່າສະໜາມສົງຄາມປະຊາຊົນ ຕາມທິດຍຸດທະສາດປ້ອງກັນບໍລິເວນແຂວງ, ເມືອງ, ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລ່ຽນ, ສ້າງຄອບຄົວປ້ອງກັນຊາດໄດ້ 6,326 ຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງບັນລຸ 46 ບ້ານ. ຕັ້ງໜ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 4 ຄາດໝາຍ 41 ແຜນງານຂອງກະຊວງປ້ອງກັນຄວາມສະ ຫງົບວາງອອກ, ປັບປຸງຕໍາຫຼວດບໍລິການປະຊາຊົນ, ສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ 86 ບ້ານ, ເອົາໃຈໃສ່ຄຸ້ມຄອງກວດກາ, ຈົດທະບຽນສໍາມະໂນຄົວ, ອອກບັດປະຈໍາຕົວແບບທັນສະໄໝໃຫ້ພົນລະເມືອງ, ພົ້ນເດັ່ນແມ່ນ ແກ້ໄຂບັນຫາທີ່ເຄັ່ງຮ້ອນຕາມ 4 ວາລະໃຫຍ່ຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດທັບມ້າງຜູ້ຄອບຄອງ-ຂາຍ-ເສບຢາເສດຕິດ ແລະ ດໍາເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ, ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢ່າງເດັດຂາດ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
#ຂ່າວ: ພອນປະເສີດ