5 ປີຜ່ານມາ ມີຫຼາຍຄອບຄົວຢູ່ແຂວງອັດຕະປື ກາຍເປັນຄອບຄົວພົ້ນທຸກ

 

ແຂວງອັດຕະປື ມີ 5 ເມືອງ, 140 ບ້ານ, ມີ 32,257 ຄອບຄົວ, ໃນນີ້ ຄອບຄົວພົ້ນທຸກແລ້ວ ມີ 29,289 ຄອບຄົວ ຍັງບໍ່ພົ້ນທຸກ 2,968 ຄອບຄົວ, ບ້ານພົ້ນທຸກແລ້ວ ມີ 127 ບ້ານ ຍັງບໍ່ພົ້ນທຸກ 13 ບ້ານ, ເມືອງພົ້ນທຸກ ມີ 3 ເມືອງ ຍັງບໍ່ພົ້ນທຸກ 2 ເມືອງ, ທົ່ວແຂວງມີຄອບຄົວພັດທະນາ 24,455 ຄອບຄົວ, ມີບ້ານພັດທະນາ 80 ບ້ານ, ມີບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ 3 ບ້ານ ແລະ ມີເມືອງພັດທະນາ 3 ເມືອງ.
ສະຫາຍ ພົທ ວັນທອງ ກອງມະນີ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ລາຍງານຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII ໃນວັນທີ 25 ກັນຍາ 2025 ນີ້ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ຄະນະພັກ, ອົງການປົກຄອງແຂວງທຸກຂັ້ນ ໄດ້ຖືສໍາຄັນການນໍາພາ-ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນະຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ໂດຍຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ດ້ວຍຫຼາຍຮູບການ ຕາມຂະແໜງການສາຍຕັ້ງ, ສາຍຂວາງ ໃນການຈັດຕັ້ງປະຕິບັດວຽກງານຕາມ 4 ເນື້ອໃນ 4 ຄາດໝາຍ ຢູ່ 5 ເມືອງ, ເພື່ອສຸມໃສ່ປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນ, ເຂັ້ມແຂງ, ຊຶ່ງປັບປຸງລະບົບການເມືອງຢູ່ຮາກຖານ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ແຕ່ລະຂັ້ນມີຂະບວນການຟົດຟື້ນ, ໄດ້ຕັ້ງໜ້າຈັດສັນການເຕົ້າໂຮມບ້ານ, ສ້າງບ້ານໃຫຍ່ເປັນໃຈກາງພັດທະນາ ແລະ ກາຍເປັນສີສັນຕົວເມືອງນ້ອຍໃນຊົນນະບົດ. ນອກນັ້ນ, ຍັງໄດ້ຜັນຂະຫຍາຍເນື້ອໃນ ແລະ ທິດຊີ້ນໍາອາດີດປະທານພັກ-ປະທານປະເທດ ໃນການສ້າງບ້ານປະຊາ ຊົນຢູ່ດີກິນດີ ຕາມທິດສ້າງສັງຄົມນິຍົມ ມາແຕ່ຮາກຖານ ຢູ່ເມືອງສະໜາມໄຊ, ຊຶ່ງໄດ້ມອບສິດອໍານາດໃຫ້ແກ່ເມືອງຫຼາຍຂຶ້ນ ແລະ ເສີມຂະຫຍາຍສິດເປັນເຈົ້າໃຫ້ແກ່ການຈັດຕັ້ງບ້ານ ແລະ ປະຊາຊົນ ເປັນເຈົ້າ ການພັດ ທະນາ, ຊຸກຍູ້, ຕິດຕາມ, ປັບປຸງ ແລະ ບູລະນະກົງຈັກການຈັດຕັ້ງພັກ – ລັດໃນທົ່ວແຂວງ ສາມາດເຄື່ອນໄຫວຕາມສິດ – ພາລະບົດບາດຂອງຕົນ, ຍົກສູງບົດບາດການນໍາພາ – ຊີ້ນໍາ ຂອງຄະນະພັກ-ລັດແຕ່ລະຂັ້ນ ຫັນເຂົ້າສູ່ກົນໄກການແບ່ງສິດ, ແບ່ງອໍານາດ-ຄວາມຮັບຜິດຊອບໃຫ້ແກ່ເມືອງ ແລະ ເມືອງລົງສູ່ບ້ານເປັນຮູບປະທໍາຫຼາຍຂຶ້ນ, ອັນພົ້ນເດັ່ນ ແມ່ນການຫັນພະນັກງານຫຼັກແຫຼ່ງຂອງເມືອງລົງໄປເປັນນາຍບ້ານບາງຈຸດຫຼໍ່ແຫຼມ ເຮັດໃຫ້ສາມາດແກ້ໄຂບັນຫາຢູ່ຮາກຖານໄດ້ດີ.
#ຂ່າວ: ພອນປະເສີດ
#ພາບ:ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa