ໄລຍະ 5 ປີຜ່ານມາ (2021-2025) ພາຍໃຕ້ການນໍາພາ-ຊີ້ນໍາ ຂອງອົງຄະນະພັກແຂວງອັດຕະປື ສະໄໝທີ XI ເຮັດໃຫ້ແຂວງອັດຕະປື ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດ-ສັງຄົມ ມີການພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໄດ້ຮັບການປັບປຸງດີຂື້ນເທື່ອລະກ້າວ.
ສະຫາຍ ສົມບູນ ຈັນທະມາດ ອາດິດການນໍາຂອງແຂວງ ໄດ້ໃຫ້ທັດສະນະຕໍ່ການນໍາພາ-ຊີ້ນໍາຂອງອົງຄະນະພັກແຂວງອັດຕະປື ສະໄໝທີ XI ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII ໃນລະຫວ່າງວັນທີ 25-26 ກັນຍາ 2025 ນີ້ວ່າ: ໃນນາມທັດສະນະຕົວເຫັນວ່າ ຕະຫຼອດໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະນະພັກແຂວງອັດຕະປື ສະໄໝທີ XI ເຫັນວ່າ ແຂວງອັດຕະປື ໄດ້ຮັບການພັດທະນາຫຼາຍດ້ານ ໂດຍສະເພາະ ພາຍໃນແຂວງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດປອດໄພ ປະຊາຊົນມີຊ່ອງທາງທຳມາຫາກິນສະດວກສະບາຍ, ເສດຖະກິດມີການເຕີບໃຫ່ຍຂະຕົວຢ່າງກວ້າງຂວາງ ຈາກຕົວເມືອງລົງສູ່ຊົນນະບົດ, ວຽກງານສາທາລະສະສຸກ, ວຽກງານສືກສາ, ວຽກງານໂຍທາທິການ ແລະ ຂົນສົ່ງ ແລະ ວຽກງານອື່ນໆ ໄດ້ຂະຫຍາຍລົງຮອດຖານບ້ານ ເປັນຕົ້ນ: ມີໂຮງ ຮຽນ, ໂຮງໜໍນ້ອຍ, ໄຟຟ້າ, ນໍ້າປາໆ, ລະບົບສັນຍາໂທລະສັບອີນເຕີເນັດ, ເສັ້ນທາງສັນຈອນໄປ-ມາໄດ້ສອງລະດູ ເຮັດໃຫ້ປະຊາຊົນທໍາມາຊື້-ຂາຍແລກປ່ຽນສິນຄ້າສະດວກສະບາຍ.
ໃນຄະນະດຽວກັນ ສະຫາຍ ວັນທອງ ວຽງພະຈັນ ອາດີດການນຳຂອງແຂວງ ແລະ ອາດີດການນໍາຂອງເມືອງສະໜາມໄຊ ກໍ່ໄດ້ໃຫ້ທັດສະອີກວ່າ: ຕະຫຼອດໄລຍະ 5 ປີ ພາຍໃຕ້ນຳພາ-ຊີ້ນຳຂອງອົງຄະນະພັກແຂວງ ສະໄໝທີ XI ເຫັນວ່າ ເມືອງສະໜາມໄຊ ແມ່ນໄດ້ຮັບການພັດທະນາຫຼາຍດ້ານອັນທີ່ພົ່ນເດັ່ນ ຢູ່ເມືອງສະໜາມໄຊ ໄດ້ແກ້ໄຂບັນຫາໄພພິບັດ ຈາກເຫດການສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຕິດພັນກັບການຈັດສັນທີ່ຢູ່ອາໃສ່, ສ້າງວຽກເຮັດງານທຳໃຫ້ປະຊາຊົນຢູດີກິນດີ ແມ່ນໄດ້ຮັບການແກ້ໄຂຢ່າງເປັນລະບົບ,ໃນໂອກາດດັ່ງກ່າວນີ້ ທັງ ສອງອາດີດການນໍາຂອງແຂວງ ຍັງໄດ້ຝາກເຖິງຄະນະບໍລິຫານງານພັກແຂວງອັດຕະປື ຊຸດໃໝ່ ສະໄໝທີ XII ຈົ່ງສືບຕໍ່ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປືກແຜນແໜ້ນໜາ ແລະ ສືບຕໍ່ນໍາພາສືກສາອົບຮົມການເມືອງແນວຄິດໃນຖັນແຖວ ພະນັກງານ-ສະມາຊິກພັກ ທະຫານ-ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນ ດາເຜົ່າ ຢ່າງເລີກເຊິ່ງເຖິງຖອງ, ເພື່ອສ້າງຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ສຸມໃສ່ນໍາພາ ການພັດ ທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຫັນລົງກໍ່ສ້າງຮາກຖານການເມືອງຮອບດ້ານຢ່າງແຂງແຮງ, ລະບົບການສຶກສາ, ສາທາ ມີການພັດທະນາ, ຊຸກຍູ້ພໍ່ແມ່ປະຊາຊົນຜະລິດກະສິກຳໃຫ້ກາຍເປັນສິນຄ້າ, ແນ່ໃສ່ແກ້ໄຂຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າໃຫ້ມີຢູ່ມີກີນຕາມແນວທາງການສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ເທື່ອລະກ້າວ.
ຂ່າວ: ໄຊຈະເລີນ.