ພະນັກງານການນຳຫຼັກແຫຼ່ງ#ແຂວງອັດຕະປືໄດ້ເຊື່ອຊຶມຜົນສຳເລັດກອງປະຊຸມຄົບຄະນະຄັ້ງທີ10ຂອງຄະນະບໍລິຫານງານສູນກາງພັກສະໄໝທີXI.

ວັນທີ 20 ມິຖຸນາ 2025 ນີ້ທີ່ຫໍປະຊຸມຂອງແຂວງໄດ້ຈັດພິທີເຜີຍແຜ່ເຊື່ອມຊືມຜົນສຳເລັດຜົນສຳເລັດກອງປະຊຸມຄົບຄະ ນະຄັ້ງທີ10ຂອງຄະນະບໍລິຫານງານສູນກາງພັກສະໄໝທີXIໂດຍການເຜີຍແຜ່ເຊື່ອມຊິມ ຂອງສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ,ເລຂາພັກແຂວງເຈົ້າແຂວງອັດຕະປື.ເຂົ້າຮ່ວມຮັບຟັງມີບັນດາສະຫາຍຄະນະປະຈຳພັກແຂວງ,ກຳມະການພັກແຂວງ,ກຳລັງປກສ,ປກຊ,ສະມາຊິກພັກ ,ພະ ນັກງານການນໍາຫຼັກແຫຼ່ງທົ່ວແຂວງ.

ໃນພິທີສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ,ເລຂາພັກແຂວງເຈົ້າແຂວງອັດຕະປື.ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊຶມຜົນສຳເລັດຜົນສຳເລັດກອງປະຊຸມຄົບຄະນະຄັ້ງທີ 10ຂອງຄະນະບໍລິຫານງານສູນ ກາງພັກສະໄໝທີXIເຊິ່ງມີເນື້ອ ໃນ ສຳຄັນຫຼາຍຢ່າງເປັນຕົ້ນ: ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ໄດ້ການຄົ້ນຄວ້າ- ປະກອບຄໍາເຫັນ ຢ່າງມີບັນຍາກາດຟົດຟື້ນ ແລະ ມີເນື້ອໃນ ເລິກ ເຊິ່ງ, ຊຶ່ງໄດ້ໃຫ້ທິດຊີ້ນໍາ ຕໍ່ບັນຫາສໍາຄັນຂອງພັກ, ຂອງປະ ເທດຊາດ ແລະ ຕີລາຄາກ່ຽວກັບການຈັດຕັ້ງປະ ຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງ ຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາ 06 ເດືອນ ຕົ້ນປີ 2025 ແລະ ທິດ ທາງແຜນການ 06 ເດືອນ ທ້າຍປີ 2025

ຕິດພັນກັບ 02 ວາລະແຫ່ງຊາດ, ຊຶ່ງເຫັນວ່າ ລັດຖະບານ ແລະ ອົງການປົກຄອງທ້ອງ ຖິ່ນ ທຸກຂັ້ນ ໄດ້ມີຄວາມພະຍາຍາມສູງ ໃນການແກ້ໄຂບັນຫາເຄັ່ງຮ້ອນໃຫ້ຜ່ອນຄາຍລົງ, ເຮັດໃຫ້ປະ ເທດເຮົາສາມາດຜ່ານຜາ ແລະ ແກ້ໄຂບັນຫາໄດ້ໂດຍພື້ນຖານ, ການພັດທະນາເສດ ຖະກິດ-ສັງ ຄົມ ຍັງຮັກສາໄດ້ຈັງຫວະການຂະຫຍາຍຕົວຢ່າງ ຕໍ່ເນື່ອງ ເປັນຕົ້ນ ການຜະລິດສິນຄ້າ, ການຈັດ ເກັບລາຍຮັບງົບປະມານ ປະຕິບັດໄດ້ຕາມຄາດ ໝາຍ; ຍັງຮັກສາໄດ້ສະຖຽນ ລະພາບທາງ ການເມືອງ ແລະ ສັງຄົມມີຄວາມສະຫງົບ-ປອດ ໄພ ໂດຍພື້ນຖານພອ້ມກັນນີ ໄດ້ຕີລາຄາຢ່າງກົງໄປກົງມາ ຕໍ່ຂໍ້ຄົງຄ້າງ ແລະ ສາເຫດ ທີ່ເຮັດໃຫ້ເກີດມີ ຂໍ້ຄົງຄ້າງ ເປັນຕົ້ນ ແມ່ນກົນໄກ, ຂອດຂັ້ນໃນການນໍາພາ ຂອງເລຂາຄະນະພັກ, ຄະນະ ພັກ ແລະ ການບໍລິຫານ-ຄຸ້ມຄອງ ຂອງບັນດາກະຊວງ-ອົງການ ແລະ ອົງການປົກຄອງແຕ່ລະຂັ້ນ ກໍ່ຄື ການປະຕິບັດກົດໝາຍ, ລະບຽບການຕ່າງໆ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ:

ການແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ອັດຕາແລກປ່ຽນ, ອັດຕາເງິນເຟີ້, ຄ່າຄອງຊີບສູງ ແລະ ປະກົດການຫຍໍ້ ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ ບັນຫາຢ່າເສບຕິດ, ການຄ້າມະນຸດ, ບັນຫາ ອຸບັດຕິເຫດຕາມທ້ອງຖະໜົນ, ການປະລະການຮຽນ- ການສອນ ແລະ ບັນຫາແຮງງານ ທີ່ຫຼັ່ງໄຫຼ ໄປຕ່າງປະເທດ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ.ຕໍ່ກັບບັນຫາດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ລັດຖະບານ ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດທິດ ທາງ, ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ໂດຍສຸມໃສແກ້ໄຂບັນຫາເຄັ່ງຮ້ອນ ແລະ ບັນຫາ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ ໂດຍສະເພາະໃຫ້ລັດຖະບານ ຕ້ອງເລັ່ງໃສ່ແກ້ໄຂບັນຫາເຄັ່ງຮ້ອນ ເປັນຕົ້ນ ສຸມໃສ່ແກ້ໄຂບັນຫາເງິນ ເພີ້, ອັດຕາແລກ ປ່ຽນເງິນຕາຕ່າງປະເທດ ໃຫ້ມີຄວາມສະຖຽນ ແລະ ບັນລຸຕາມຄາດໝາຍທີ່ ວາງໄວ ດ້ວຍບັນດາມາດຕະການ, ກົນໄກທີ່ຮັດ ກຸມ, ການປະສານສົມທົບທີ່ກົມກຽວ ແລະ ຍູ້ແຮງ ການຜະລິດ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກໃຫ້ແຂງແຮງ ເຮັດໃຫ້ຄັງສຳ ຮອງເງິນຕາ ຕ່າງປະເທດ ແລະ ຄັງສະສົມແຫ່ງຊາດ ເພີ່ມຂຶ້ນຕື່ມ; ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃນທ້ອງ ຕະຫຼາດ, ຫຼຸດຄວາມແຕກໂຕນ ທີ່ບໍ່ສົມເຫດສົມຜົນ ລະຫວ່າງ ລາຄາຊື້ ແລະ ລາຄາຂາຍ ຂອງ ພໍຄາຄົນກາງ ແນໃສ່ແກ້ໄຂບັນຫາຄ່າຄອງຊີບຂອງປະຊາຊົນ ແລະ ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ໃຫ້ດີຂຶ້ນແລະ ຕ້ອງເລັ່ງປັບປຸງໂຄງປະກອບເສດຖະກິດ ຄຽງຄູ່ກັບການປັບປຸງໂຄງ ສ້າງດ້ານການເກັບລາຍຮັບ ແລະ ການກວດຄືນບັນດາຫົວໜ່ວຍທຸລະກິດທີ່ເກີດຂຶ້ນໃໝ່ ແລະ ບັນດາຫົວໜ່ວຍທຸລະກິດທີ່ມີຢູ່ແລ້ວ ໃຫ້ເຄື່ອນໄຫວຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ, ພອມທັງກວດຄືນບັນດາໂຄງການສໍາປະທານທັງໝົດ ນັບທັງທີ່ດິນ, ບໍ່ແຮ່, ເຂື່ອນໄຟຟ້າຕ່າງໆ ຢ່າງລະອຽດ ເພື່ອລາຍງານກົມການເມືອງສູນກາງພັກ ມີທິດຊີ້ນໍາ.ເອົາໃຈໃສ່ຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ ບົນພື້ນຖານການປະຢັດ ຕາມລະ ບຽບກົດໝາຍ ແລະ ວິໄນການ ເງິນຢ່າງເຂັ້ມງວດ; ສຸມງົບປະມານເຂົ້າໃສ່ບັນດາໂຄງການທີ່ ເປັນພື້ນຖານ ຮັບປະກັນການພັດທະນາເສດຖະກິດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ເພີ່ມທະວີການຄຸ້ມຄອງໜີ້ສາທາລະນະ, ເຈລະຈາກັບບັນດາປະເທດເຈົ້າໜີ້ ຢ່າງສົມ ເຫດສົມຜົນ ແລະ ເລັ່ງທວງເກັບໜີ້ສິນນໍາບັນດາບໍລິສັດເອກະຊົນ ໃຫ້ໄດ້ຕາມແຜນການ, ຖ້າ ບໍລິສັດໃດ ບໍ່ໃຫ້ການຮ່ວມມື ກໍ່ໃຫ້ນໍາໃຊ້ມາດຕະການ ເດັດຂາດ. ໃຫ້ລັດຖະບານ ໂຈະການພິຈາ ລະນາໂຄງການຂຸດຄົ້ນແຮ່ທາດໃໝ່ທຸກປະເພດ ເພື່ອສຸມໃສ່ຕິດຕາມກວດກາ ແລະ ປະເມີນການປະຕິບັດບັນດາໂຄງການ ທີ່ໄດ້ອະນຸມັດ ຜ່ານ ມາ.

ຖ້າໂຄງການໃດມີຄວາມຄືບໜ້າຊາ, ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ບໍ່ ປະຕິບັດຕາມລະ ບຽບກົດໝາຍ ແລະ ສັນຍາ ແມ່ນໃຫ້ແຈ້ງເຕືອນ ແລະ ກໍານົດເວລາໃຫ້ ປັບປຸງ ແກ້ໄຂ, ຫາກບໍ່ສາມາດແກ້ໄຂໄດ້ ແມ່ນໃຫ້ຍົກເລີກສັນຍາ ຫຼື ຖອນໂຄງການຄືນ.ສໍາລັບບັນດາໂຄງການທີ່ລັດຖະບານໄດ້ຍົກເລີກ ຫຼື ຖອນຄືນແລ້ວ, ຖ້າບໍລິສັດໃດມີ ເງື່ອນໄຂພັດທະນາ ແລະ ສົນໃຈສືບຕໍ່ໂຄງການ ແມ່ນໃຫ້ລັດ ຖະບານ ພິຈາລະນາເປັນແຕ່ລະ ກໍລະນີ, ຫາກມີຫຼາຍບໍລິສັດສົນໃຈ ແມ່ນໃຫ້ດໍາເນີນການປະມູນສິດສໍາປະທານ ຕາມກົດ ໝາຍ.ເດັດຂາດຢຸດຕິການຂຸດຄົ້ນແຮ່ຄໍາຕົກຂ້ອນ ແລະ ແຮ່ຕິດພັນ ຊຶ່ງລັດຖະບານ ກໍ່ໄດ້ ອອກຄໍາສັ່ງແລ້ວ, ຕ້ອງເພີ່ມທະວີຄວາມເອົາໃຈໃສ່ຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາ ກະຊວງ -ອົງການ ແລະ ຂະແໜງການກ່ຽວຂ້ອງ ແຕ່ສູນກາງຮອດທ້ອງ ຖິ່ນ ຕ້ອງເປັນເອກະ ພາບ ແລະ ພ້ອມກັນຮີບຮ້ອນແກ້ໄຂບັນ ຫາທີ່ເກີດຂຶ້ນໂດຍໄວ,
#ຂ່າວ:ມະນິວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa