ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທົ່ວແຂວງອັດຕະປື ຄັ້ງທີ IX ໄດ້ໄຂຂື້ນ ແລະ ອັດລົງດ້ວຍຜົນສໍາເລັດອັນສະຫງ່າງາມ ໃນວັນທີ 25 ມິຖຸນາ 2025 ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍໄດ້ຮັບກຽດເຂົ້າຮ່ວມ ມີສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໄດ້ດໍາເນີນເປັນເວລາ 1 ວັນເຕັມ, ເຊິ່ງຕະຫຼອດໄລຍະຂອງການດຳເນີນກອງປະຊຸມ ບັນດາຜູ້ແທນສົມບູນ ຈໍານວນ 146 ສະຫາຍ, ຍິງ 28 ສະຫາຍ ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ ທັງ 2 ພາກ, ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ແລະ ຮັບຮອງເອົາບົດສໍາຫຼວດການນໍາພາລວມ ໂດຍໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ XIII ຜ່ານມາ. ພ້ອມທັງຮັບຮອງເອົາທິດທາງແຜນການພັດທະນາຊາວຫນຸ່ມ – ເຍົາວະຊົນຕໍ່ໜ້າ, ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານ ໃຫ້ມີການຂະຫຍາຍຕົວຕໍ່ເນື່ອງ, ມີຄວາມໜັກແໜ້ນ, ເຂັ້ມແຂງ, ເຮັດສຳເລັດພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສາມາດຕ້ານກຸ່ມຄົນບໍ່ຫວັງດີຕໍ່ພັກ, ຕໍ່ປະເທດຊາດ ພ້ອມທັງເຮັດໃຫ້ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທົ່ວແຂວງອັດຕະປື ໄດ້ຮັບການພັດທະນາໄປສູ່ຄຸນນະພາບໃໝ່.
ຢູ່ໃນວາລະສໍາຄັນຂອງກອງປະຊຸມ ບັນດາຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມ ແຂວງອັດຕະປື ຊຸດໃໝ່, ເຊິ່ງມີຜູ້ອອກສະໝັກ ຈຳນວນ 35 ສະຫາຍ ເລືອກ 31 ສະຫາຍ, ຜ່ານການປ່ອນບັດ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ຄະນະປະຈໍາ ຄະນະບໍລິຫານງານຊາວໜຸ່ມແຂວງ ຈໍານວນ 9 ສະຫາຍ,ໃນນັ້ນ, ໄດ້ເລືອກເອົາ ສະຫາຍ ພູວັນ ພົມມະຈັນ ເປັນເລຂາ ຄະນະບໍລິຫານງານຊາວໜຸ່ມແຂວງ ອັດຕະປື ຊຸດໃໝ່ ສະໄໝທີ IX, ເລືອກເອົາ ສະຫາຍ ຄຳພາສີ ເວັນມະສອນ, ສະຫາຍ ໄຊລະຄອນ ອິນທີວົງ ແລະ ສະຫາຍ ນາງ ພິມພອນ ກອງບົວຄຳ ເປັນຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ເລືອກເອົາ ສະຫາຍ ໄຊລະຄອນ ອິນທີວົງ ເປັນປະທານກວດກາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ເລືອກເອົາອີກ 2 ສະຫາຍເປັນຄະນະກວດກາ ຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດຽວກັນນັ້ນ ຍັງໄດ້ເລືອກເອົາຜູ້ແທນສົມບູນ-ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ IX ຈຳນວນ 10 ສະຫາຍ ຍິງ 5 ສະຫາຍ, ສຳຮອງ 2 ສະຫາຍຕື່ມອີກ.
ໂອກາດດັ່ງກ່າວ ໃນທີ່ປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ທອງລີ ສີສຸລິດ ຮອງເລຂາ ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເຊິ່ງສະຫາຍ ໄດ້ເນັ້ນໃຫ້ບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມແຂວງອັດຕະປື ຊຸດໃໝ່ ເທື່ອນີ້ ຕ້ອງສຸມສະຕິປັນຍາກໍາລັງວັງຊາ, ເຊີດຊູຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອສືບຕໍ່ແບກຫາບພາລະໜ້າທີ່ອັນສູງສົ່ງ ທີ່ກອງປະຊຸມໃຫຍ່ຄັ້ງນີ້ມອບໝາຍໃຫ້ຢ່າງສົມກຽດ.
#ຂ່າວ-ພາບ: ມະນີວອນ