ແຂວງ ອັດຕະປື ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ.

 

ໃນວັນທີ 19 ກັນຍາ 2025 ແຂວງ ອັດຕະປືໄ ດ້ຈັດງານວາງສະແດງ ແລະຈໍາໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຂອງອົງຄະນະພັກ ແຂວງ ອັດຕະປື ຄັ້ງທີ XII.

ພິທີໄດ້ຈັດຂຶ້ນທີ່ສວນສາທາລະນະແຂວງອັດຕະປືໃຫ້ກຽດເຂົ້າຮ່ວມໂດຍທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີບັນດາຮອງເຈົ້າແຂວງ, ຄະນະປະຈໍາພັກແຂວງ,ກຳມະການພັກແຂວງ, ຫົວໜ້າພະແນກການອ້ອມຂ້າງແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ໄດ້ໃຫ້ກຽດກ່າວເປີດງານວາງສະແດງແລະຈໍາໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP)ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ການຈັດງານໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນ ຈຸດປະສົ່ງແມ່ນເພື່ອສ້າງໂອກາດ ແລະ ເງື່ອນໄຂ ໃຫ້ຜູ້ປະກອບການ, ແມ່ຄ້າຊາວ-ຂາຍ, ຫົວໜ່ວຍທຸລະກິດ ຜະລິດສິນຄ້າ ແລະ ການ ບໍລິການ ພາຍໃນແຂວງ ແລະ ຕ່າງແຂວງ ໄດ້ນໍາເອົາສິນຄ້າ ຂອງຕົນ ມາວາງສະແດງ ໂຄສະນາ ຈໍາ ໜ່າຍຊື້-ຂາຍ ບໍ່ວ່າຈະເປັນສີນຄ້າໂອດັອບ, ສິນຄ້າກະສິກຳ, ຫັດຖະກຳຕຳແຜ່ນ, ແກະສະຫຼັກ-ຈັກ ສານ, ປະເພດອາຫານ ແລະ ເຄື່ອງດື່ມ

ຫຼາກຫຼາຍຊະນິດ ເຊິ່ງຜະລິດຈາກພູມປັນຍາຊາວບ້ານ ທີ່ເປັນ ມູນເຊື້ອສືບທອດກັນມາແຕ່ປູຍາຕາຍາຍ ມີເອກະລັກສະເພາະຂອງບັນດາແຂວງ, ບັນດາທ້ອງຖິ່ນ ແລະ ຍັງເປັນສ່ວນໜຶ່ງ ໃນການສ້າງຂະບວນການ ປະກອບສ່ວນ ໃນການຂໍ່ານັບ ຮັບຕ້ອນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງອັດຕະປື ໃຫ້ມີບັນຍາກາດອັນຟົດຟື້ນ ແລະ ເຕັມໄປດ້ວຍຄວາມອົບອຸ່ນ, ຄວາມເບີກບານມ່ວນ ຊື່ນ ຂອງພໍ່ແມ່ປະຊາຊົນບັນດາເຜົ່າຊາວ ແຂວງ ອັດຕະປື , ສ້າງໃຫ້ປະຊາຊົນມີລາຍໄດ້ເພີ່ມ, ມີໂອກາດໃນການພົບປະແລກປ່ຽນຊື້-ຂາຍ ສີນຄ້າ ສ້າງເສດຖະກິດຄອບຄົວ, ແນໃສ່ຊຸກຍູ້ສົ່ງເສີມທາງດ້ານ ການຄ້າ ແລະ ການທ່ອງທ່ຽວ ປະກອບສ່ວນເຂົ້າໃນການພັດທະນາດສດຖະກິດ-ສັງຄົມ ຂອງແຂວງອັດຕະປື. ພ້ອມນີ້: ກໍ່ໄດ້ຮ່ວມຕັດແຖບຝ້າ ແລະ ເປີດງານຢ່າງເປັນທາງການ.


ຂ່າວ-ພາບ:ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa