ພິທີວາງສີລາລຶກ ໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ແລະ ກໍ່ສ້າງຂົວຂ້າມນ້ຳເຊກະໝານ ຢູ່ເມືອງຊານໄຊ ແຂວງອັດຕະປື ໄດ້ຈັດຂື້ນໃນວັນທີ 13 ກັນຍາ 2025 ທີ່ເມືອງຊານໄຊ, ເປັນກຽດເຂົ້າຮ່ວມມີທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີບັນດາທ່ານການນໍາຂອງແຂວງ, ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ສົມໄຊ ແກ້ວມະນີວັນ ຫົວໜ້າພະແນກ ຍທຂ ແຂວງອັດຕະປື ໄດ້ລາຍງານວ່າ: ໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ແລະ ກໍ່ສ້າງຂົວຂ້າມນ້ຳເຊກະໝານ ໄລຍະທາງ 135 ກິໂລແມັດ ແຕ່ບ້ານ ວັງໄຊ ໄປຫາບ້ານ ໜອງໄກ່ໂອກ ເມືອງຊານໄຊ (ດ່ານຟໍ1 ຊາຍແດນລາວ-ຫວຽດນາມ) ລວມມູນຄ່າການລົງທຶນ 149 ລ້ານກ່ວາໂດລາສະຫະລັດ, ການລົງທຶນກໍ່ສ້າງໃນຮູບແບບ ( BOT) ຊຶ່ງແມ່ນບໍລິສັດ ດິໂດ(DEDO) ສໍາຫຼວດອອກແບບ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ຮ່ວມກັບບໍລິສັດ(DaSOL Company) ຈຳກັດຜູ້ດຽວ ( ສ.ເກົາຫຼີ ) ເປັນຜູ້ລົງທຶນຈັດຕັ້ງປະຕິບັດໂຄງການ ຕາມມາດຕະຖານເຕັກນິກຂອງການກໍ່ສ້າງເສັ້ນທາງ ແລະກໍ່ສ້າງຂົວ, ຜ່ານມາບໍລິສັດຜູ້ຮັບເໝົາ ໄດ້ມີການສຳຫຼວດອອກແບບ ກໍ່ສ້າງເສັ້ນທາງ ເບີ້ 9001, ເສັ້ນທາງເບີ້ 9065 ເສັ້ນທາງເບີ້ 9045 ເຂດຊຸມຊົນ ຈາກ 8 ແມັດ, ມາເປັນ 12 ແມັດ ໄປຕາມແລວທາງເກົ່າ, ຄວາມເນີນຍາວ 10% ເປັນເສັ້ນທາງພູດອຍ ມາດຕະຖານຮັບນ້ຳໜັກ ໄດ້ 11 ໂຕນຕໍ່ເພົາ ຕາມມາດຕະຖານທາງຫຼວງແຫ່ງ ຊາດ, ສຳລັບຂົວຂ້າມນ້ຳເຊກະໝານ ຈຸດບ້ານ ສຸກສະຫ່ວາງ ອອກແບບເປັນຂົວເບຕົງອັດແຫ້ງ, ມີຄວາມຍາວ 165 ແມັດ, ລວງກ້ວາງໜ້າຂົວ 10 ແມັດ, ສາມາດຮັບນ້ຳໜັກໄດ້ 80 ໂຕນ, ກຳນົດເວລາການກໍ່ສ້າງ 36 ເດືອນ ເລີ່ມແຕ່ເດືອນກັນຍາ 2025 ຫາ ເດືອນ ກັນຍາ 2028 ໃຫ້ສຳເລັດ. ເຊິ່ງພາຍຫຼັງສຳເລັດການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ແລະ ຂົວຂ້າມນ້ຳເຊກະໝານ, ບໍລິສັດຜູ້ພັດທະນາໂຄງການ ຈະໄດ້ສືບຕໍ່ເຊັນສັນຍາ ເກັບຄ່າບໍລິການນ້ຳໃຊ້ເສັ້ນທາງດັ່ງກ່າວ ກັບຄະນະກຳມະການປົກຄອງ ແຂວງອັດຕະປື ໃນໄລຍະເວລາ 50 ປີ
ໃນເມື່ອຮອດດຳນົດເວລາ ບໍລິສັດ ຜູ້ພັດທະນາໂຄງການຈະໄດ້ມອບຄືນໃຫ້ຄະນະກຳມະການປົກຄອງແຂວງ ອັດຕະປື ແລະໂຄງການນີ້ ຍັງມີຄວາມສໍາຄັນ ເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງອັດຕະປື ໄລຍະແຕ່ປີ 2025-2030 ໃຫ້ປະກົດຜົນເປັນຈິງ, ແນ່ໃສ່ຍົກລະດັບ ແລະ ຂະຫຍາຍຕາໜ່າງຄົມມະນາຄົມ ກໍ່ຄືການຮັບປະກັນປະສິດທິພາບໃນການຂົນສົ່ງສິນຄ້າ ແລະ ການທ່ອງທ່ຽວ, ການສົ່ງອອກຜະລິດຕະພັນກະສິກຳ, ແຮ່ທາດຕ່າງໆ ຂອງແຂວງອັດຕະປື ພ້ອມທັງ ເປັນການເຊື່ອມໂຍງການຄົມມະນາຄົມກັບບັນດາແຂວງໃກ້ຄຽງ ທັງພາຍໃນ ແລະຕ່າງປະເທດ ໃຫ້ສາມາດສັນຈອນໄປມາໄດ້ສະດວກສະບາຍ ແນໃສ່ການຍົກລະດັບດ່ານປະເພນີ ວັງຕັດ ຟໍ1 ໃຫ້ກາຍເປັນດ່ານທ້ອງຖິ່ນໃນອານາຄົດ.
ໃນພິທີ ທ່ານ ພົທ ວັນທອງກອງມະນີ ເຈົ້າແຂວງອັດຕະປື ຍັງໄດ້ກ່າວເປີດໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ແລະ ຂົວຂ້າມນ້ຳເຊກະໝານຢ່າງເປັນທາງການ ແລະ ໄດ້ຮ່ວມຕັດແຖບຜ້າ, ລັ່ນຄ້ອງເກົ້າບາດ ແລະ ເປີດປ້າຍໂຄງການກໍ່ສ້າງຢ່າງເປັນທາງການ
ຂ່າວ-ພາບ: ສຸດໃຈ