ກອງປະຊຸມຄົບຄະນະ ທ້າຍສະໄໝທີ Xl ຂອງຄະນະບໍລິຫານງານພັກແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 23 ກັນຍາ 2025 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍການເປັນປະທານຂອງສະຫາຍ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື, ມີບັນດາສະຫາຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງເຂົ້າຮ່ວມ.
ໃນທີ່ປະຊຸມສະຫາຍ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ ໄດ້ລາຍງານຄວາມພ້ອມ ການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII, ໃນນີ້ ມາຮອດວັນທີ 23 ກັນຍາ 2025, ວຽກງານກິດຈະກໍາ 5 ຂະບວນການ ໂດຍລວມແມ່ນມີຜົນສໍາເລັດເກືອບ 100%, ໃນນີ້ ດ້ານເນື້ອໃນກອງປະຊຸມ ສໍາເລັດໂດຍພື້ນຖານ ລວມມີ 19 ບົດ, ເພື່ອແຈກຢາຍໃຫ້ຜູ້ແທນກອງປະຊຸມ, ເອົາເນື້ອໃນເຂົ້າຄິວອາໂຄດ, ຈັດວາງກອງເລຂາຊ່ວຍວຽກ ເວລາດໍາເນີນກອງປະຊຸມໃຫຍ່, ສ່ວນທີ່ຍັງຄົງຄ້າງ ແມ່ນຮ່າງວາລະດໍາເນີນກອງປະຊຸມ ຍັງມີບາງຈຸດທີ່ບໍ່ທັນມີຄວາມເປັນເອກະພາບ, ດ້ານການດໍາເນີນຊີວິດການເມືອງ ແລະ ບຸກຄະນະລາກອນ ໄດ້ສໍາເລັດການດໍາເນີນຊີວິດການເມືອງ ແລະ ທາບທາມບຸກຄະລາກອນ, ໄດ້ບຸກຄະລາກອນອອກຮັບສະໝັກເລືອກຕັ້ງ ຢູ່ ໃນຄວາມຮັບຜິດຊອບຂັ້ນສູນກາງ, ຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມ ມີຈໍານວນ 243 ສະຫາຍ, ຮ່າງໜັງສືເຊີນເປົ້າໝາຍເຂົ້າຮ່ວມກອງປະຊຸມ (ແຂກສູນກາງ, ແຂກຕ່າງແຂວງ, ແຂກພາຍໃນແຂວງ, ກົມກອງ ແລະ ຄອບຄົວຕົວແບບ ແລະ ຜູ້ແທນສົມບູນ) ພ້ອມທັງໄດ້ຮ່າງນິຕິ ກຳຕ່າງໆ ທີ່ຕິດພັນກັບວຽກງານບຸກຄະລາກອນ, ກໍານົດລາຍຊື່ຄະນະປະທານ, ກອງເລຂາລວມ, ກອງເລຂາຄວບຄຸມການປ່ອນບັດເລືອກຕັ້ງ, ລົງທະບຽນ ແລະ ກຽມອຸປະກອນຮັບໃຊ້ໃນການ ປ່ອນບັດ, ດ້ານວຽກງານໂຄສະນາ ແລະ ຂະບວນການ ໄດ້ສຳເລັດໃນການຊຸກຍູ້ກົມກອງ, ຂະແໜງການອ້ອມຂ້າງແຂວງ, ການຈັດຕັ້ງ 5 ຕົວເມືອງ ແລະ ປະຊາຊົນບັນດາເຜົ່າ ສ້າງຂະບວນການອະນາໄມ, ປ້ອງກັນເວນຍາມ ເພື່ອຮັກສາຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໃນແຕ່ລະທ້ອງຖິ່ນ, ຕິດທຸງພັກ-ທຸງຊາດລາວ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຢ່າງເປັນ ຂະບວນຟົດຟື້ນ, ເປີດງານຕະຫຼາດນັດ ວາງສະແດງສິນຄ້າ, ກິດຈະກຳສິລະປະວັນນະຄະດີ, ຂະບວນການແຂ່ງຂັນກິລາ ໂດຍສະເພາະກິລາບານເຕະ, ວຽກງານຖ່າຍທອດສົດຜ່ານວິທະຍຸ ແລະ ໂທລະໂຄ່ງບ້ານ, ວຽກ ກ້ອນກໍາລັງເຂົ້າອວຍພອນ ຈໍານວນ 300 ຄົນ,
ສ່ວນການປະດັບປະດາໃນຫ້ອງປະຊຸມ ຍັງຈໍານວນໜຶ່ງບໍ່ທັນສໍາເລັດ, ດ້ານວຽກງານ ປກຊ-ປກສ ແລະ ຕິດຕາມສຸຂະພາບ ໄດ້ສໍາເລັດໃນການຄົ້ນຄ້ວາ ຄັດເລືອກກໍາລັງ, ພາຫານະຮັບໃຊ້ ແລະ ວຽກປະກອບອື່ນໆດ້ານວິຊາ ສະເພາະ, ມອບໝາຍຄວາມຮັບຜິດຊອບໃຫ້ກໍາລັງ ປກຊ-ປກສ ເປັນຈຸໜ່ວຍ ແລະ ບຸກຄົນ ເພື່ອປະຈໍາຕາມຈຸດເປົ້າໝາຍທີ່ກໍານົດໄວ້ ຢ່າງເປັນລະບົບ, ວຽກງານຕິດຕາມສຸຂະພາບ ໄດ້ກຳນົດ 3 ທິມ ຄື: ທິມທີ 1 ປະຈຳຢູ່ໂຮງໝໍແຂວງ, ທິມທີ 2 ປະຈຳໃນຫ້ອງປະຊຸມ ແລະ ທິມທີ 3 ກວດກາອາຫານ ຢູ່ຕາມແຕ່ລະຈຸດທີ່ຄະນະຮັບຜິດຊອບກອງປະຊຸມໃຫຍ່ກໍານົດ,ດ້ານເສດຖະກິດ, ພິທີການ ແລະ ຮັບແຂກ, ດ້ານພື້ນຖານມີຜົນສໍາເລັດດັ່ງນີ້:
ດ້ານເສດຖະກິດ ລາຍຮັບ-ລາຍຈ່າຍ ຮັບໃຊ້ກອງປະຊຸມ ເປັນຕົ້ນ: ດ້ານລາຍຮັບ ລວມມີເງິນຈັດສັນ ໄວ້ເບື້ອງຕົ້ນ ແລະ ເງິນປະກອບສ່ວນ ລວມທັງໝົດ 17 ຕື້ກ່ວາກີບ ໃນນີ້, ຮັບຈາກການລະດົມນໍາ ຜູ້ປະກອບການ ຮອດວັນທີ 22 ກັນຍາ 2025 ມີ 29 ພາກສ່ວນ ຈໍານວນ 9 ຕື້ກວ່າກີບ, ງົບປະມານປະຈໍາປີ 2025 (ບ້ວງດັດສົມ-ສົ່ງເສີມ) ຈໍານວນ 1 ຕື້ກ່ວາກີບ ແລະ ບ້ວງເງິນບໍາເນັດ ເກັບລາຍຮັບເກີນແຜນ ຈໍານວນ 6 ຕື້ກ່ວາກີບ, ດ້ານການຈ່າຍ ໄດ້ຈັດສັນຕາມແຜນກິດຈະກໍາຂອງແຕ່ລະອະນຸກຳມະການ ເພື່ອສະໜອງລາຍຈ່າຍ ໃນເບື້ອງຕົ້ນ ຈໍານວນ 9 ຕື້ກ່ວາ ກີບ ໃນນີ້, ໄດ້ອະນຸມັດຈ່າຍໃຫ້ແຕ່ລະອະນຸກໍາມະການແລ້ວເປັນສ່ວນຫຼາຍ ແຕ່ຍັງຄ້າງຈ່າຍຈໍາ ນວນໜຶ່ງ ຕິດພັນກັບການປະກອບເອກະສານບໍ່ທັນຄົບຖ້ວນ ບໍ່ສາມາດຖອນໄດ້, ພ້ອມ ກັນນັ້ນ ນອກຈາກແຜນລາຍຈ່າຍເບື້ອງຕົ້ນແລ້ວ ໄດ້ຄາດຄະເນແຜນລາຍຈ່າຍເພີ່ມເຕີມໃນ 6 ອະນຸກໍາມະການ, ດ້ານວຽກງານກິດຈະກຳ ໂດຍສະເພາະ ການຈັດຊື້ກະເປົ່າໃຫ້ຜູ້ແທນກອງປະຊຸມ ສໍາເລັດ ເພື່ອກຽມແຈກຢາຍໃນເວລາເຮັດທົດລອງກອງປະຊຸມ.ດ້ານວຽກພິທິການ ແລະ ຮັບແຂກ ໂດຍລວມແມ່ນກະກຽມສໍາເລັດເປັນສ່ວນຫຼາຍ, ແຕ່ຍັງຄ້າງ ການປະດັບປະດາໃນຫ້ອງປະຊຸມ ບາງຈຸດທີ່ເຫັນວ່າ ບໍ່ທັນເໝາະ ສົມ, ສ່ວນໂຮງແຮມ ແມ່ນກໍານົດເອົາໂຮງແຮມຮ່ວາງແອັງ ເພື່ອຮັບຕ້ອນແຂກສູນກາງ ແລະ ແຂກຕ່າງແຂວງ ໃນ ເບື້ອງຕົ້ນ ແມ່ນກໍານົດເອົາຊັ້ນ 5 ແລະ ຊັ້ນ 2 ເຫັນວ່າເໝາະສົມ (ຊັ້ນ 5 ພັກເຊົາ, ຊັ້ນ 2 ຮັບ ປະທານອາຫານ).
ພ້ອມນີ້, ກອງປະຊຸມຍັງໄດ້ປະກອບຄໍາຄິດເຫັນເພື່ອໃຫ້ການກະກຽມຄວາມພ້ອມໃນການຈັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອັດຕະປື ດໍາເນີນໄປມີຜົນສໍາເລັດ.
ໂອກາດດັ່ງກ່າວ ສະຫາຍ ພົທ ວັນທອງ ກອງມະນີ ໄດ້ມີຄໍາເຫັນໂອລົມໂດຍໄດ້ເນັ້ນໜັກໃຫ້ບັນດາອະນຸກຳມະການແຕ່ລະພາກສ່ວນຕິດຕາມໜ້າວຽກຂອງຕົນເອງຮັບຜິດຊອບໃຫ້ເຄັ່ງຄັດເພື່ອໃຫ້ມີຄວາມລະອຽດ ແລະ ເປັນລະບຽບຈົບງາມເປັນໃບໜ້າຂອງແຂວງອັດຕະປື.
ຂ່າວ: ມະນີວອນ