ການນໍາພັກ-ລັດ​ ແຂວງອັດຕະປື​ ເຂົ້າວາງພວງມາລາ ແລະກະຕ່າດອກໄມ້ຢູ່ສະຖານທີ່ສໍາຄັນຂອງແຂວງ

 

ໃນຕອນເຊົ້າວັນທີ 24 ກັນຍາ 2025, ການນຳພັກ-ລັດ ຂອງແຂວງອັດຕະປື, ນຳໂດຍສະຫາຍ ພົທ ວັນທອງ ກອງມະນີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື, ພ້ອມດ້ວຍບັນ ດາທ່ານ ຄະນະນໍາຂອງແຂວງ ໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ດາວແດງ ແລະ ເຂົ້າວາງກະຕ່າດອກໄມ້ຢູ່ອະນຸສອນສະຖານປະທານ ໄກສອນພົມວິຫານ, ເນື່ອງໃນໂອກາດ ການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ​ XII​.ທີ່ຈະໄຂຂື້ນຢ່າງເປັນທາງການໃນລະຫວ່າງວັນທີ 25-26​ ກັນຍາ​ 2025​ ນີ້.​

 

ສໍາລັບການວາງພວງມາລາທີ່ອະນຸ ສາວະລີນັກຮົມນິລະນາ ດາວແດງ ແລະ​ ອະນຸສາວະລີຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ​ ໃນຄັ້ງນີ້, ເປັນການສະແດງຄວາມເຄົາລົບຮັກ, ຄວາມກະ​ຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມ ດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດາ ນັກຮົບປະຕິວັດ ລາວ-ຫວຽດນາມ​ ທີ່ໄດ້ເສຍສະລະຊີວິດ, ເລືອດ​ເນື້ອເພື່ອພາລະກິດ ປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການນໍາພາ-ຊີ້ນຳ ຂອງພັກ ປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975.

ຈາກນັ້ນ ຄະນະການນຳພັກ-ລັດ ຂອງແຂວງກໍ່ໄດ້ສືບຕໍ່ໄປວາງກະຕ່າດອກໄມ້ ຢູ່ຕໍ່ໜ້າອະສອນສະຖາ ປະທານ ໄກສອນ ພົມວິຫານ ອະດີດຜູ້ນຳທີ່ ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ປະທານ ໄກສອນພົມວິຫານ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການນຳພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນ ລາວບັນດາເຜົ່າ, ຊຶ່ງຜົນງານ ແລະ ຄຸນງາມຄວາມດີຂອງທ່ານໄກສອນ ພົມວິຫານ ແມ່ນໄດ້ຈາລຶກໃນຄວາມຊົງຈຳຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄປ.

ຂ່າວ-ພາບ: ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa