
ໃນວັນທີ 19 ພະຈິກ 2025 ກົມໂຄສະນາຂອງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບ ກັບຄະນະໂຄສະນາອົບຮົມ ແຂວງອັດຕະປື ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາ ຢູ່ທີ່ເມືອງສະໜາມໄຊ, ແຂວງອັດຕະປື ເຊິ່ງນຳໂດຍ ທ່ານ ທອນ ພົມທິກອນ ຮອງຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ມີ ທ່ານ ດາວວັນ ຫຼວງອາໄພ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມພະນັກງານທີ່ກ່ຽວຂ້ອງຈໍານວນໜຶ່ງ. ໂອກາດດັ່ງກາວກໍ່ໄດ້ເຂົ້າຮ່ວມເຮັດວຽກ ກັບຄະນະນໍາຂອງເມືອງ ທີ່ຫ້ອງວ່າການເມືອງ ໂດຍການຕ້ອນຮັບຂອງທ່ານ ພັນໂທ ຄຳໂພໄຊ ໄຊຍະເສນາ ກຳມະການພັກແຂວງ,ເລຂາພັກເມືອງສະໜາມໄຊ.
ທ່ານ ທອນ ພົມທິກອນ ຮອງຫົວໜ້າກົມໂຄສະນາ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: ຈຸດປະສົງໃນການລົງມາເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອ ນໍາເອົາແນວທາງ, ແຜນນະໂຍບາຍຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະຜົນສໍາເລັດໃນການສ້າງສາພັດນາປະເທດຊາດ ຕະຫຼອດໄລຍະ 50 ປີ ໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ.ທັງເປັນການຕ້ອນຮັບສາມວັນປະຫວັດສາດຂອງພັກ – ຂອງຊາດ.
ໂອກາດດັ່ງກ່າວທາງຄະນະກົມໂຄສະນາອົບຮົມສູນກາງພັກ ກໍ່ໄດ້ລົງສຳພາດເກັບກໍາຂໍ້ມູນຂອງຄອບຄົວຕົວແບບຢູ່ບ້ານສົ້ມປ່ອຍ ຄື: ຄອບຄົວ ທ່ານ ຕຸ໋ຍ ອຸດທະເດດ ອາຊີບ ປູກໝາກແຕ່ງໂມ ແລະ ຄອບຄົວ ຂອງທ່ານ ບຸນລັບ ພິລາວົງ ອາຊີບ ລ້ຽງງົວ ເປັນສີນຄ້າ ເພື່ອສ້າງເປັນສາລະຄະດີ ;ຕອນຄໍ່າຂອງມື້ດຽວກັນ ຍັງໄດ້ສາຍສາລະຄະດີ ກ່ຽວກັບຜົນສໍາເລັດແຫ່ງການສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ, ສາລະຄະດີການສ້າງເສດຖະກິດຄອບຕົວແບບ ແລະ ສາລະຄະດີ ກ່ຽວກັບຜົນຮ້າຍຂອງຢາເສບຕິດ ຢູ່ທີ່ບ້ານສົ້ມປ່ອຍ ເມືອງສະໜາມໄຊ ພ້ອມທັງໄດ້ຈັດກິດຈະກໍາຖາມ-ຕອບ ເພື່ອເອົາຂອງຂວັນລາງວັນຈຳນວນໜື່ງ ໄດ້ມີຄະນະພັກ,ຄະນະປົກຄອງບ້ານແລະພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ຂຽນໂດຍ: ສໍວິສັກ ພອນມະໄລ
ຮູບ:ບຸນພັນທອງ