ຄະນະໂຄສະນາອົບຮົມແຂວງ ເຂົ້າວາງພວງມາລາ ໄຫວ້ອາໄລ ເຖິງດວງວິນຍານການຈາກໄປຂອງພະນັກງານບຳນານການນຳຂອງແຂວງ.
ຕອນແລງວັນທີ 26 ສິງຫາ 2020 ຄະນະໂຄສະນາອົບຮົມແຂວງ ນຳພາໂດຍທ່ານ ຄຳບຸນ ດວງພະບາງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາໄຫວ້ອາໄລ ເຖິງດວງວິນຍານການຈາກໄປຂອງທ່ານ ຄຳຜຸຍ ພົມມະແສງ ອາດີດພະນັກງານບຳນານ, ອາດີດປະທານກວດກາແຂວງ, ອາດີດປະທານກຳມະບານແຂວງ, ອາດີດຮອງປະທານແນວລາວສ້າງຊາດແຂວງ ໄດ້ແກ່ມໍລະນະກຳ ໃນວັນທີ 24 ສິງຫາ 2020 ລວມອາຍຸໄດ້ 78 ປີ ແລະ ໄຫວ້ອາໄລເຖິງດວງວິນຍານການຈາກໄປຂອງຂອງທ່ານ ສຸຕັນ ໄຊສົງຄາມ ອາດີດພະນັກງານບຳນານ, ອາດີດຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ແກ່ມໍລະນະກຳ ໃນວັນທີ 21 ສິງຫາ 2020 ລວມອາຍຸ 61 ປີ. ທີ່ໄດ້ຈາກໄປໂດຍບໍມີວັນກັບຄືນມາ.
![]() | ມື້ນີ້ | 300 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 948 |
![]() | ເດືອນນີ້ | 515 |
![]() | ທັງໝົດ | 211690 |
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌