ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ຈັດພິທີເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນໃໝ່.
ວັນທີ 12 ກຸມພາ 2021 ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ດາວວັນ ຫຼວງອາໄພ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພັກ, ແຂກທີ່ຖືກເຊີນ ພ້ອມດ້ວຍສະມາຊິກພັກພາຍໃນເຂົ້າຮ່ວມ ຈຳນວນ 16 ທ່ານ, ຍິງ 6 ທ່ານ.
ສະຫາຍ ບຸນຮອນ ໄຊຍະວົງ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂື້ນຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 46/ຄປພຂ, ລົງວັນທີ 02 /2/2021 ວ່າດ້ວຍການອະນຸມັດສະມາຊິກພັກສຳຮອງ ເລື່ອນຂື້ນສົມບູນ. ຈຳນວນ 1 ສະຫາຍ ເຊິ່ງຜູ້ກຽວໄດ້ຜ່ານສະໃໝສຳຮອງຖືກຕ້ອງຕາມລະບຽບຂອງພັກ ປະຊາຊົນປະຕິວັດລາວວາງອອກ, ຈາກນັ້ນສະຫາຍຮອງເລຂາໜ່ວຍພັກກໍ່ໄດ້ຂື້ນຮັບເອົາສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນໃໝ່ຢ່າງເປັນທາງການ.
ໃນໂອກາດດັ່ງກ່າວ ສະຫາຍ ດາວວັນ ຫຼວງອາໄພ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ໂອລົມຕໍ່ສະມາຊິກພັກສົມບູນໃໝ່ ເຊິ່ງສະຫາຍໄດ້ເນັ້ນໜັກຫຼາຍບັນຫາເປັນຕົ້ນຈະຕ້ອງໄດ້ເຊີດຊູຄວາມເປັນເຈົ້າການໃນການຝຶກຝົນຫຼໍ່ຫຼອມຕົນເອງ, ຊອກຮູ້ຮ່ຳຮຽນໃຫ້ມີຄຸນສົມບັດ, ສິນທຳປະຕິວັດ, ມີຄຸນທາດການເມືອງທີ່ໝັກແໜ້ນ, ດຳລົງຊີວິດປອດໄສ, ບໍລິສຸດຊື່, ເອົາໃຈໃສ່ຕັ້ງໜ້າປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ເປັນແບບຢ່າງທີ່ດີ, ຮັກສາຄວາມສາມັກຄີພາຍໃນພັກຢ່າງໜັກແໜ້ນ, ພາຍນອກໃຫ້ກວ້າງຂວາງ ແລະ ພ້ອມທັງສຶບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດ, ສິນທຳປະຕິວັດ.
![]() | ມື້ນີ້ | 43 |
![]() | ມື້ວານນີ້ | 108 |
![]() | ອາທິດນີ້ | 119 |
![]() | ເດືອນນີ້ | 1544 |
![]() | ທັງໝົດ | 97887 |
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌