ພິທີອົບຮົມມະຫາຊົນກ້າວໜ້າ ຊຸດທີ I ປີ 2021.
ໃນລະຫວ່າງ ວັນທີ 4-5 ມີນາ 2021 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ ຊຸດທີ I ປີ 2021 ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມພິທີມີຄະນະຮັບຜິດຊອບ, ວິທະຍາກອນພາຍໃນຄະນະໂຄສະນາອົບຮົມແຂວງ ແລະ ມະຫາຊົນກ້າວໜ້າ ຈຳນວນ 50 ທ່ານ, ຍິງ 23 ທ່ານ. ເຊິ່ງມາຈາກ 5 ໜ່ວຍພັກ ແລະ 5 ຄະນະພັກຮາກຖານ. ເອກະສານທີ່ນຳມາອົບຮົມຄັ້ງນີ້ປະກອບມີ 11 ຄຳຖາມ ເຊິ່ງດຳເນີນເປັນເວລາ 2 ວັນ. ພາຍຫຼັງສຳເລັດການອົບຮົມແລ້ວ ທ່ານ ນາງ ບຸນນານ ບຸນນະແສງ ກໍ່ໄດ້ຮັບກຽດມອບໃບຢັ້ງຢືນ ແລະ ມີຄຳເຫັນໂອ້ລົມຕໍ່ມະຫາຊົນກ້າວໜ້າຜູ້ທີ່ຂະຫຍາຍເຂົ້າພັກ ເປັນຕົ້ນຈະຕ້ອງໄດ້ສຶບຕໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ຕ້ອງຊອກຮູ້ຄົ້ນຄວ້າຮໍ່າຮຽນທິດສະດີ ມາກ-ເລນິນ, ແນວຄິດຂອງ ປະທານ ໄກສອນ ພົມວິຫານ ໃຫ້ເລິກເຊິ່ງ ເປັນຜູ້ເສຍສະຫຼະເຮືອແຮງສະຕິປັນຍາເພື່ອຜົນປະໂຫຍດລວມຂອງຊາດ, ມີຄວາມດຸໝັ່ນ, ຊື່ສັດ, ປະຢັດ, ບໍລິສຸດ ແລະ ຈົ່ງຮັກພັກດີຕໍ່ອຸດົມການຂອງພັກ.
![]() | ມື້ນີ້ | 40 |
![]() | ມື້ວານນີ້ | 108 |
![]() | ອາທິດນີ້ | 116 |
![]() | ເດືອນນີ້ | 1541 |
![]() | ທັງໝົດ | 97884 |
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌