ແຂວງອັດຕະປື ກຽມຄວາມພ້ອມຈັດງານຂະບວນຄາລາວານຕາມຮອຍຖານທີ່ໝັ້ນປະຕິວັດເຂດໃຕ້.
ວັນທີ 16 ມີນາ 2021 ຄະນະໂຄສະນາອົບຮົມແຂວງ ຮ່ວມກັບ ພະແນກຖະແຫຼ່ງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງສຳຫຼວດພື້ນທີ່ຈັດຕ້ອນຮັບຂະບວນຄາລາວານຕາມຮອຍຖານທີ່ໝັ້ນປະຕິວັດເຂດໃຕ້ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ( 22 ມີນາ 1955 - 22 ມີນາ 2021 ) ແລະ ວັດຄຽດແຄ້ນຂອງປະຊາຊົນລາວ-ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 75 ປີ ( 21 ມີນາ 1946 -21 ມີນາ 2021 ) ໃຫ້ມີຄວາມໝາຍເລິກເຊິ່ງ. ນຳພາໂດຍທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຈຸດປະສົງເພື່ອສຳຫຼວດພື້ນທີ່ກະກຽມສິ່ງເອື້ອອຳນວຍ, ຮັບປະກັນຄວາມສະຫງົບປອດໄພ ແລະ ໄດ້ເນື້ອໃນຕິດພັນກັບສະຖານທີ່ຕົວຈິງໃຫ້ຜູ້ມາສຳຜັດໄດ້ສຶກສານ້ຳໃຈເສຍສະຫຼະ, ຄວາມເດັດດ່ຽວໜຽວແໜ້ນຂອງພະນັກງານ, ນັກຮົບຮຸ່ນກ່ອນ ໃຫ້ປະຊາຊົນຊາວແຂວງອັດຕະປື ໄດ້ຮັບຮູ້ເຖິງປະຫວັດຄວາມເປັນມາຂອງສະຖານທີ່ ທີ່ຕິດພັນກັບມູນເຊື້ອ ແລະ ພາລະກິດຂອງພັກປະຊາຊົນປະຕິວັດລາວ.
ຖານທີ່ໝັ້ນຂອງການປະຕິວັດເຂດໃຕ້ ບ້ານອຸດົມໄຊ (ເຈັງເຫາະ) ເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງຫ່າງຈາກເທດສະບານແຂວງ 30 ກມ ໃນບໍລິເວນສັນພູຫຼວງ ເຊິ່ງພະນັກງານປະຕິວັດຮຸ່ນກ່ອນໄດ້ອາໃສ່ເປັນບ່ອນເຄື່ອນໄຫວກໍ່ສ້າງຮາກຖານການເມືອງນຳພາຂະບວນການຕໍ່ສູ້ຢູ່ພາກໃຕ້ຂອງລາວ ຕ້ານສັດຕູຮຸກຮານໃນຊຸມປີ 1940 ໂດຍມີປະທານ ຄຳໄຕ ສີພັນດອນ ເປັນຜູ້ບັນຊາ. ຍ້ອນເປັນສະຖານທີ່ສຳຄັນຂອງປະຫວັດສາດ ກົມການເມືອງສູນກາງພັກຈຶ່ງໄດ້ຕົກລົງຮັບຮອງໃຫ້ເປັນຖານທີ່ໜັ້ນປະຕິວັດອີກແຫ່ງ ແລະ ໄດ້ມີການເປີດງານວາງສີລາຈາລຶກອະນຸສອນສະຖານຢ່າງເປັນທາງການ ໃນວັນທີ 22 ທັນວາ 2018.
![]() | ມື້ນີ້ | 44 |
![]() | ມື້ວານນີ້ | 108 |
![]() | ອາທິດນີ້ | 120 |
![]() | ເດືອນນີ້ | 1545 |
![]() | ທັງໝົດ | 97888 |
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌