ເມືອງພູວົງຈັດ ກອງປະຊຸມຄົບຄະນະບໍລິຫານງານພັກເມືອງເປີດກ້ວາງຄັ້ງທີI ສະໄໝທີV.
ໃນຕອນເຊົ້າວັນທີ25 ມີນາ 2021 ທີ່ສະໂມສອນຫ້ອງວ່າການເມືອງພູວົງກອງປະຊຸມຄົບຄະນະບໍລິຫານງານພັກເມືອງເປີດກ້ວາງຄັ້ງທີI ສະໄໝທີV ໄດ້ໄຂຂື້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງສະຫາຍສຸລິຈັນ ໂຊກຄຳຈັນ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງພູວົງ ພາຍໃຕ້ການເຂົ້າຮ່ວ່ມຂອງສະຫາຍ ນາງບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີັບັນດາຄະນະປະຈຳພັກເມືອງ ກຳມະການພັກເມືອງ ເລຂາ-ຄະນະໜ່ວຍພັກຮາກຖານອ້ອມຂ້າງເມືອງ ແລະ ບ້ານ ພ້ອມດ້ວຍພະນັກງານອະວຸໂສບຳນານເຂົ້າຮ່ວມທັງໝົດ 69 ສະຫາຍ, ຍິງ 17 ສະຫາຍ.
ໃນກອງປະຊຸມ ສະຫາຍສີທົນຊາວພູວົງ ໄດ້ຜ່ານບົດສະຫຼຸບ ຕີລາຄາການຊີ້ນຳ-ນຳພາລວມຂອງຄະນະບໍລິຫານງານພັກເມືອງໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ 1 ປີຕໍ່ໜ້າ. ຕະຫຼອດໄລຍະ 1ປີຜ່ານມາ ຄະນະບໍລິຫານພັກເມືອງໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີX ຂອງພັກ, ມະຕິຄັ້ງທີ X ຂອງອົງຄະນະພັກແຂວງ, ມະຕິຄັ້ງທີ V ຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດສັງຄົມຂອງເມືອງ. ເຊີ່ງໄດ້ນອນໃນເງື່ອນໄຂທີ່ສະພາບຂອງສາກົນ ແລະ ພາກພື້ນມີການຜັນແປສະຫຼັບສັບຊ້ອນ ມີທັງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ທີ່ສ້າງເງື່ອນໄຂເອື້ອອຳນວຍ ແລະ ສິ່ງທ້າທາຍຫຼາຍປະການ ໃຫ້ແກ່ການພັດທະນາເມືອງພູວົງ ແຕ່ດ້ວຍຄວາມບຸກບືນເອົາໃຈໃສ່ຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກເມືອງ ໄດ້ເຮັດໃຫ້ຫຼາຍຂົງເຂດວຽກງານໄດ້ຮັບຜົນສຳເລັດ ເຮັດໃຫ້ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພໂດຍພື້ນຖານ. ການພັດທະນາສັງຄົມເຮັດໃຫ້ເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂື້ນ, ຄອບຄົວທຸກຍາກໄດ້ຫຼຸດລົງ ພື້ນຖານໂຄງລ່າງດ້ານເສດຖະກິດ-ສັງຄົມ ສ່ວນໃຫຍ່ໄດ້ຮັບການປັບປຸງ. ລວມຍອດມູນຄ່າການຜະລິດພາຍໃນບັນລຸໄດ້ 309 ໂດລາ/ຄົນ/ປີ.
ຈາກຜົນສຳເລັດທີ່ເປັນດ້ານດີ ຍັງມີດ້ານອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ແກ້ໄຂໃນຕໍ່ໜ້າ ໂດຍສະເພາະ -ການສຶກສາອົບຮົມການເມືອງແນວຄິດຂອງສະມາຊິກພັກ ພະນັກງານ ບໍ່ທັນເຖິງຖອງ, ຄວາມຮັບຮູ້ກຳແໜ້ນຕໍ່ແນວທາງຂອງພັກບໍ່ທັນເລິກເຊີ່ງ, ທັດສະນະຫຼັກໝັ້ນການເມືອງບໍ່ໜັກແໜ້ນ.
- ການພັດທະນາເສດຖະກິດໂດຍສະເພາະການຜະລິດເປັນສິນຄ້າຂອງປະຊາຊົນບໍ່ທັນແຂງແຮງ, ຕົວແບບການຜະລິດໃໝ່ຍັງມີນ້ອຍ, ການຈັດສັນຄຸ້ມຄອງ ແລະ ນຳໃຊ້ທີ່ດິນຫຼາຍບ່ອນຍັງສັບສົນ, ການເກັບລາຍຮັບພາສີທີ່ດິນຍັງຕ່ຳ, ການຄຸ້ມຄອງລາຍຮັບລາຍຈ່າຍຍັງບໍ່ເຂັ້ມງວດ.
- ການແກ້ໄຂບັນຫາປາກົດການຫຍໍ້ທໍ້ບໍ່ທັນເຂັ້ມງວດ ເປັນຕົ້ນແມ່ນການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ, ບັນຫາຢາເສບຕິດ, ຂີ້ລັກງັດແງະ ການນຳໃຊ້ຖະໜົນ ແລະ ບັນຫາອື່ນໆ
- ການຂະຫຍາຍຕາໜ່າງການສຶກສາ, ສາທາລະນະສຸກ ຂະຫຍາຍໄດ້ກ້ວາງຂວາງແຕ່ຄຸນນະພາບຍັງຕ່ຳ, ການອະນຸລັກວັດທະນະທຳຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງເຜົ່າບໍ່ທັນໄດ້ດີ.
- ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນບໍ່ທັນໄດ້ເຄື່ອນໄຫວຢ່າງແຂງແຮງ ແລະ ຂະບວນການຢູ່ຮາກຖານບໍ່ທັນແຂງແຮງຟົດຟື້ນ.
ກອງປະຊຸມຍັງຈະໄດ້ສືບຕໍ່ດຳເນີນອີກເວລາ 1 ວັນ ຈິ່ງຈະສຳເລັດ
![]() | ມື້ນີ້ | 47 |
![]() | ມື້ວານນີ້ | 108 |
![]() | ອາທິດນີ້ | 123 |
![]() | ເດືອນນີ້ | 1548 |
![]() | ທັງໝົດ | 97891 |
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌