ຄະນະໂຄສະນາອົບຮົມແຂວງ ເຂົ້າອວຍພອນການນຳກອງບັນຊາການ ປກສ ແຂວງ.
ໃນຕອນເຊົ້າ ວັນທີ 6 ເມສາ 2021 ຄະນະໂຄສະນາອົບຮົມແຂວງ ນຳໂດຍ ທ່ານ ດາວວັນ ຫຼວງອາໄພ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະ ໄດ້ເຂົ້າອວຍພອນ ການນຳກອງບັນຊາການປ້ອງກັນຄວາມສະຫງົບແຂວງ ເນື່ອງໃນໂອກາດ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 60 ປີ ( ວັນທີ 5 ເມສາ 1961- 5 ເມສາ 2021). ໃຫ້ການຕ້ອນຮັບໂດຍທ່ານ ພັອ ບັນດິດ ສີວິໄລ ຄະນະພັກ ຮອງກອງບັນຊາການ ປກສ ແຂວງ ພ້ອມຄະນະ.
ໃນໂອກາດດັ່ງກ່າວ ທ່ານ ດາວວັນ ຫຼວງອາໄພ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກຳລັງກອງບັນຊາການ ປກສ ຍາດມາໄດ້ ໃນຕະຫຼອດໄລຍະ 60 ປີ ຜ່ານມາ ທີ່ໄດ້ເອົາໃຈໃສ່ທຸ້ມເທເຫື່ອແຮງ, ສະຕິປັນຍາປະກອບສ່ວນ ແລະ ເປັນສ່ວນຮ່ວມສຳຄັນ ໃນການປະຕິບັດພາລະກິດຍຸດທະສາດ ທີ່ພັກ - ລັດ ໄດ້ມອບໝາຍໃຫ້ ໂດຍສະເພາະດ້ານວຽກງານປ້ອງກັນຄວາມສະຫງົບໄດ້ຢ່າງມີຜົນປະກົດເປັນຈິງ ບ້ານເມືອງ ມີຄວາມສະຫງົບສຸກ. ພໍ່ແມ່ປະຊາຊົນ ໄດ້ມີໂອກາດສ້າງສາພັດທະນາເສດຖະກິດຄອບຄົວນັບມື້ນັບດີຂື້ນ. ພ້ອມກັນນັ້ນ ທ່ານ ພັອ ບັນດິດ ສີວິໄລ ຄະນະພັກ ຮອງກອງບັນຊາການ ປກສ ແຂວງ ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ຄະນະໂຄສະນາອົບຮົມແຂວງ ທີ່ໄດ້ສະຫຼະເວລາອັນມີຄຸນຄ່າເຂົ້າມາອວຍພອນໃນຄັ້ງນີ້ ແລະ ສະແດງໃຫ້ເຫັນວ່າການພົວພັນສະຫວ່າງຂົງເຂດການເມືອງ ແລະ ກຳລັງປະກອບອາວຸດເວລາໃດກໍ່ມີການປະສານສົມທົບຮ່ວມກັນຢ່າງສະໝິດແໜ້ນ ເພື່ອແນ່ໃສເຮັດແນວທາງແຜນນະໂຍບາຍຂອງພັກວາງອອກແຕ່ລະໄລຍະໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນການກວ້າງຂວາງ ແລະ ມີຄວາມໜັກແໜ້ນ.
![]() | ມື້ນີ້ | 41 |
![]() | ມື້ວານນີ້ | 108 |
![]() | ອາທິດນີ້ | 117 |
![]() | ເດືອນນີ້ | 1542 |
![]() | ທັງໝົດ | 97885 |
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌