ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ຢ່າງສຸດໃຈ.                                         ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າໝັ້ນຍືນ!                                                                                  ຍົກສູງບົດບາດການນຳພາຂອງພັກທີ່ເຂັ້ມແຂງຮອບດ້ານ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໝາ, ສູ້ຊົນປົກປັກຮັກສາ ແລະ ພັດທະນາແຂວງ ອັດຕະປືກ້າວຂື້ນຢ່າງໜັກແໜ້ນ, ປະຊາຊົນຢູ່ດີກິນດີຕາມທິດສ້າງສັງຄົມນິຍົມແຕ່ຮາກຖານ.                                                                                          

  • ຄະນະໂຄສະນາອົບຮົມແຂວງອັດຕະປື ເຂົ້າອ
  • ຄອ​ຂ ເຂົ້າອວຍພອນຄະນະພັກ, ຄະນະບັນຊາກ
  • ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນ
  • ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບ
  • ຫົວໜ້າ ຄອຂ ລາຍງານການນຳພາ-ຊີ້ນຳວຽກງາ
  • ໜ່ວຍພັກຄະນະໂຄສະນາອົບຮົມແຂວງອັດຕະປ

ຄະນະໂຄສະນາອົບຮົມແຂວງອັດຕະປື ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງອັດຕະປື.

ເພື່ອເປັນການເຊີດຊູເຖິງຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະກໍ່...

ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງພັກ ແລະ ເຜີຍແຜ່ເອກະສານອົບຮົມສະມາຊິກພັກ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ.

ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງພັກ ແລະ ເຜີຍແຜ່ເອກະສານອົບຮົມສະມາຊິກພັກ ໃຫ້ແກ່ພະນັ...

ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023.

ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023. ----------...
Previous
Next

ຄະນະໂຄສະນາອົບຮົມແຂວງອັດຕະປື ເປີດຮຽນສະໜັບສະໜູນໃຫ້ແກ່ມະຫາຊົນ ຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ IV ປີ 2021 .

ຄະນະໂຄສະນາອົບຮົມແຂວງອັດຕະປື ເປີດຮຽນສະໜັບສະໜູນໃຫ້ແກ່ມະຫາຊົນ ຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ IV  ປີ 2021 .

         ໃນລະຫວ່າງວັນທີ 16-17 ທັນວາ 2021, ຄະນະໂຄສະນາອົບຮົມແຂວງອັດຕະປື ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ແກ່ມະຫາຊົນ ຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ຊຸດທີ IV  ປີ 2021. ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ພາຍໃຕ້ການເປັນປະທານຂອງ ສະຫາຍ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີສະມາຊິກພັກພາຍໃນຄະນະໂຄສະນາອົບແຂວງ ແລະ ມະຫາຊົນກ້າວໜ້າ ຈຳນວນ 32 ສະຫາຍ, ຍິງ 12 ສະຫາຍ. ເຊິ່ງມາຈາກ 4 ໜ່ວຍພັກ 3 ຄະນະພັກຮາກຖານ ຄື: ຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງ, ຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ໜ່ວຍພັກ ສານປະຊາຊົນແຂວງ, ໜ່ວຍພັກ ທະນາຄານການຄ້າມະຫາຊົນ ສາຂາ ອັດຕະປື, ໜ່ວຍພັກ ທະນາຄານສົ່ງເສີມກະສິກຳ ສາຂາອັດຕະປື ແລະ ໜ່ວຍພັກ ທະນາຄານພົງສະຫວັນ ສາຂາອັດຕະປື.

            ໃນພິທີດັ່ງກ່າວ ສະຫາຍ ນ. ບຸນນານ ບຸນນະແສງ ກໍ່ໄດ້ກ່າວເປີດກອງປະຊຸມ ພ້ອມທັງເຊື່ອມຊຶມເອກະສານສຶກສາອົບຮົມ ເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ, ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວແລ້ວຈະປົກປ້ອງບົດບາດກຽດສັກສີຂອງພັກຄືແນວໃດ? ແລະ ພາຍຫຼັງສຳເລັດການຮຽນສະໜັບສະໜູນແລ້ວ ສະຫາຍ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຮັບກຽດມອບໃບຢັ້ງຢືນຜົນສໍາເລັດ ໃນການຮໍ່າຮຽນ ແລະ ໂອ້ລົມ ຕໍ່ມະຫາຊົນຕື່ມ.

Found a typo? Please select it and press Ctrl + Enter.

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

241986
ມື້ນີ້ມື້ນີ້20
ມື້ວານນີ້ມື້ວານນີ້103
ອາທິດນີ້ອາທິດນີ້100
ເດືອນນີ້ເດືອນນີ້1548
ທັງໝົດທັງໝົດ241986

ຈຳນວນຄົນອອນໄລ໌ທ

ມີ 4  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌