ວັນທີ 31 ສິງຫາ 2022 ຢູ່ຫໍປະຊຸມໃຫຍ່ຂອງເມືອງ ຄະນະໂຄສະນາອົບຮົມເມືອງ ສົມທົບກັບ ຫ້ອງການແນວລາວສ້າງຊາດເມືອງ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນຢຶດອຳນາດ 23 ສິງຫາ 1945 ຄົບຮອບ 77 ປີ ແລະ ຄົບຮອບ 47 ປີ ແລະ ວັນສ້າງຕັ້ງແນວລາວສ້າງຊາດ 13 ສິງຫາ 1950 ຄົບຮອບ 72 ປີ. ໂດຍພາຍໃຕ້ເປັນກຽດບັນຍາຍເອກະສານ ຂອງສະຫາຍ ສູວັນສີ ແກ້ວວິເສີດ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງໆຊານໄຊ ແລະ ສະຫາຍ ບົວຄຳຮຽງລະເຢ ຄະນະປະຈຳພັກເມືອງ, ຫົວໜ້າ ຄະນະໂຄສະນາອົບຮົມເມືອງ ເຂົ້າຮ່ວມມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫ້ອງການ, ກອງບັນຊາການທະຫານ-ຕຳຫຼວດ, ພ້ອມດ້ວຍສະມາຊິກພັກ, ພະນັກງານ-ລັດຖະກອນ, ພະນັກງານບໍານານຫຼັກແຫຼ່ງ ແລະ ບ້ານ ເຂົ້າຮ່ວມທັງໝົດ 118 ທ່ານ, ຍິງ 34 ທ່ານ, ສະມາຊິກພັກ 92 ສະຫາຍ, ຍິງ 26 ສະຫາຍ.
ໃນພິທີກໍ່ໄດ້ຮັບຟັງການເລົ່າມູນເຊື້ອວັນຢຶດອຳນາດ 23 ສິງຫາ, ໄດ້ຍົກໃຫ້ເຫັນເຖິງການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ, ການຕໍ່ສູ້ປະຕິວັດຂອງປະຊາຊົນລາວ, ພັກໄດ້ນຳພາປະຊາຊົນລາວ ລຸກຮື້ຂຶ້ນຢຶດອຳນາດການປົກຄອງໃນທົ່ວປະເທດໃນວັນທີ 23 ສິງຫາ 1945 ແລະ ພາຍຫລັງພວກລ່າເມືອງຂຶ້ນຝຣັ່ງຖືກປະລາໄຊ,ຈັກກະພັດອາເມລິກາກໍ່ໄດ້ເຂົ້າມາແທນດຳເນີນການແຊກແຊງ ແລະ ຮຸກຮານປະເທດລາວໂດຍທັນທີ ຈາກນັ້ນມາ ກອງປະຊຸມສູນກາງພັກ ໃນປີ 1975 ໄດ້ວາງທິດທາງ ແລະ ໜ້າທີ່ລວມໃນການເອົາໄຊຊະນະຂັ້ນສຸດທ້າຍຂອງການປະຕິວັດ ໂດຍນໍາໃຊ້ 3 ບາດຄ້ອນຍຸດທະສາດຄື: ການລຸກຮື້ຂຶ້ນຂອງມະຫາຊົນ ຂອງກຳລັງປະກອບອາວຸດປະຕິວັດ, ການແຍກຕົວອອກຂອງກຳລັງທະຫານຂອງສັດຕູ ເພື່ອຢຶດອຳນາດ 23 ສິງຫາ 1975 ຄັ້ງທີ 2 ຈິ່ງມີຄວາມໝາຍຄວາມສຳຄັນສຳລັບປະຊາຊົນລາວທັງຊາດ ເພາະວ່າໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ຈາກນັ້ນ ຍັງໄດ້ເລົ່າຄືນເຖິງມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການແນວລາວສ້າງຊາດເນື່ອງໃນໂອກາດ ຄົບຮອບ 72 ປີ ວັນທີ 13 ສິງຫາ ປີ1950 ຕະຫຼອດມາ.
ໃນຕອນທ້າຍຂອງພິທີທ່ານທັງສອງຍັງໄດ້ເໜັ້ນໜັກໃຫ້ບັນດາພະນັກງານການນໍາທຸກຂັ້ນ, ພະນັກງານ-ລັດຖະກອນພາຍໃນເມືອງຂອງພວກເຮົາ ໃຫ້ເອົາໃຈໃສ່ຕື່ມ, ເພີ່ມທະວີໂຄສະນາ, ສຶກສາອົບຮົມພະນັກງານ-ສະມາຊິກພັກ, ປະຊາຊົນບັນດາເຜົ່າ ໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບມູນເຊື້ອ 2 ວັນປະຫວັດສາດດັ່ງກ່າວ.
ພາບ-ຂ່າວໂດຍ: ນ. ສຸວັນນະວົງ ແກ້ວວົງເລັກ
![]() | ມື້ນີ້ | 385 |
![]() | ມື້ວານນີ້ | 336 |
![]() | ອາທິດນີ້ | 203 |
![]() | ເດືອນນີ້ | 721 |
![]() | ທັງໝົດ | 270488 |
ມີ 114 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌