ໃນວັນທີ 12 ກັນຍາ 2022; ທີ່ຫໍປະຊຸມໃຫຍ່ຂອງແຂວງອັດຕະປື ໄດ້ຈັດງານໂຮມຊຸມນຸມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ. ໂດຍການເຂົ້າຮ່ວມຂອງ ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງ ແຂວງອັດຕະປື, ສະຫາຍ ເຢື່ອງ ວັນ ຈາງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກອນຕູນ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ຫງວຽນ ວັນຈຸງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້, ມີການນຳຂອງແຂວງ, ການນຳຂອງເມືອງ, ການນຳແຂວງກອນຕູມ, ພະນັກງານອາວຸໂສບໍານານ, ສະມາຄົມຫວຽດກຽວ, ນັກທຸລະກິດ ພ້ອມດ້ວຍພະນັກງານ-ລັດຖະກອນອ້ອມຂ້າງແຂວງເຂົ້າຮ່ວມ ຈຳນວນທັງໝົດ 673 ສະຫາຍ, ຍິງ 254 ສະຫາຍ.
ສະຫາຍ ເລັດ ໄຊຍະພອນ ກໍາມະການສູນກາງພັກ ຂື້ນຜ່ານບົດປາໄສ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ປະຫວັດສາດມູນເຊື້ອແຫ່ງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່ ຊຶ່ງສະແດງອອກຫຼາຍເຫດການທີ່ສຳຄັນທີ່ສອງພັກ, ສອງລັດ ກໍຄືປະຊາຊົນ ສອງຊາດ ລາວ-ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງຮອບດ້ານໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງສອງປະເທດໃນປັດຈຸບັນ. ພ້ອມນັ້ນ ເຈົ້າແຂວງອັດຕະປື ຍັງໄດ້ຢືນຢັນວ່າ: ຈະສືບຕໍ່ຮັກສາສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ແຂວງອັດຕະປື ກັບບັນດາແຂວງ ຂອງ ສ.ສ ຫວຽດນາມ ຕາມຄວາມອາດສາມາດ, ທ່າແຮງທີ່ບົ່ມຊ້ອນ ແລະ ເງື່ອນໄຂຕົວຈິງ; ພວກເຮົາຈະຕ້ອງສືບຕໍ່ສຶກສາອົບຮົມ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ, ນັກສຶກສາປັນຍາຊົນ ແລະ ປະຊາຊົນບັນດາເຜົ່າໃຫ້ຮັບຮູ້, ເຊື່ອມຊຶມມູນເຊື້ອສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ - ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອປະກອບສ່ວນຮັດແໜ້ນຖະນຸຖະໜອມ ແລະ ເພີ້ມທະວີໃຫ້ສາຍພົວພັນມິິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງພວກເຮົາ ທີ່ເປັນມູນມໍລະດົກອັນລ້ຳຄ່າ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ຈະເອື້ອອຳນວຍ ແລະ ສ້າງເງື່ອນໄຂໃຫ້ບັນດາອົງການຈັດຕັ້ງ, ຂະແໜງການຂອງລັດ ແລະ ນັກທຸລະກິດຜູ້ປະກອບການໄດ້ມີໂອກາດພົບປະແລກປ່ຽນ ແລະ ດໍາເນີນທຸລະກິດທີ່ມີຜົນປະໂຫຍດຮ່ວມກັນໃຫ້ດີຂຶ້ນກ່ວາເກົ່າ.
![]() | ມື້ນີ້ | 297 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 945 |
![]() | ເດືອນນີ້ | 512 |
![]() | ທັງໝົດ | 211687 |
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌