ອັດຕະປື ເປີດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ - ຫວຽດນາມ.

ສ້າງຂື້ນເມື່ອ ວັນຈັນ, 19 ກັນຍາ 2022 03:07
ຂຽນໂດຍ ຄອຂ ອັດຕະປື

            ວັນທີ 9 ກັນຍາ 2022 ແຂວງອັດຕະປື ໄດ້ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ທີ່ເດີ່ນ ເອສພີ ພລາຊາ ອັດຕະປື, ເປັນກຽດເຂົ້າຮ່ວມໂດຍ ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງແຂວງອັດຕະປື, ມີທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງແຂວງເຊກອງ, ທ່ານ ນ. ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ແຂວງສາລະວັນ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງ ແຂວງຈໍາປາສັກ, ມີບັນດາທ່ານໃນຄະນະປະຈໍາພັກແຂວງ, ທ່ານຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາທ່ານຫົວໜ້າ-ຮອງພະແນກການຂອງແຂວງ ແລະ ມາຈາກ 3 ແຂວງພາກໃຕ້ ( ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງເຊກອງ ), ຕາງໜ້າຄະນະສະມາຄົມຫວຽດນາມ, ສະມາຄົມພາກທຸລະກິດຫວຽດນາມ ທີ່ເຄື່ອນໄຫວຢູ່ແຂວງອັດຕະປື ແລະ ຂະແໜງການກ່ຽວຂ້ອງ ພ້ອມດ້ວຍພາກສ່ວນຫົວໜ່ວຍທຸລະກິດເຂົ້າຮ່ວມ.

             ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ຫົວໜ້າຄະນະຈັດງານວາງສະແດງສິນຄ້າ ໄດ້ລາຍງານວ່າ: ການຈັດງານຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນໃນການສົ່ງເສີມຜູ້ປະກອບການເພື່ອເພີ່ມສ່ອງທາງການຕະຫຼາດໃຫ້ຜະລິດຕະພັນກະສິກໍາ ແລະ ຫັດຖະກຳໃນດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວມີໂອກາດເຈລະຈາການຄ້າກັບນັກທຸລະກິດ ລວມ ເຖິງຮຽນຮູ້ການພັດທະນາຄຸນນະພາບມາດຕະຖານຂອງສິນຄ້າໃຫ້ເປັນທີ່ຍອມຮັບ ໂດຍສະເພາະແຂວງອັດຕະປື ກັບ ແຂວງອ້ອມຂ້າງ ແລະ ບັນດາແຂວງຂອງ ສສ ຫວຽດນາມ, ໂດຍແນ່ໃສ່ສ້າງເງື່ອນໄຂໃຫ້ຜູ້ຜະລິດ, ຜູ້ຈຳໜ່າຍໄດ້ນຳເອົາສິນຄ້າຂອງຕົນມາຈຳໜ່າຍ ແລະ ນຳມາໂຄສະນາເຊິ່ງສະແດງເຖິງການຍົກລະດັບສີມືພູມປັນຍາ ແລະ ເປັນສັນຍາລັກຂອງກຸ່ມຊາວບ້ານ; ພ້ອມດຽວກັນນີ້ກໍເປັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງອັດຕະປື ໃຫ້ບັນລຸຕາມແຜນງານ-ແຜນການ ແລະ ເລັງໃສ່ຍົກສູງກໍາລັງແຮງພັດທະນາແຂວງອັດຕະປື ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຮັບປະກັນການຜະລິດກະສິກຳສະອາດປອດສານພິດຕາມທິດສີຂຽວ ແລະ ຍືນຍົງ. ສິນຄ້າທີ່ນໍາເຂົ້າມາວາງສະແດງ ແລະ ຈຳໜ່າຍໃນຄັ້ງນີ້ ມີທັງໝົດ 92 ບູດ, ໃນນີ້,ສິນຄ້າຈາກ ສສ ຫວຽດນາມ 5 ບູດ (ແຂວງກອນຕູມ 4 ບູດ, ນະຄອນດານັງ 1 ບູດ ), ຕ່າງແຂວງ ມີ 13 ບູດຈາກ 7 ແຂວງ (ນະຄອນຫຼວງວຽງຈັນ, ແຂວງສະ ຫວັນນະເຂດ, ແຂວງວຽງຈັນ, ແຂວງຫຼວງພະບາງ, ແຂວງຈໍາປາສັກ, ແຂວງສາລະວັນ ແລະ ແຂວງເຊກອງ ); ພາຍໃນແຂວງຈາກ 5 ເມືອງ 12 ບູດ, ບັນດາພະແນກການ-ຫົວໜ່ວຍທຸລະກິດ 62 ບູດ; ສິນຄ້າທີ່ນໍາມາວາງສະແດງໃນຄັ້ງນີ້ ສ່ວນໃຫຍ່ກໍລ້ວນແຕ່ເປັນສິນຄ້າທີ່ເປັນທ່າແຮງຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນສິນຄ້າ ODOP ໜຶ່ງເມືອງໜຶ່ງຜະລິດຕະພັນຂອງບັນດາແຂວງ ແລະ ຜະລິດຕະພັນຂອງແຂວງອັດຕະປື ມີເຄື່ອງອຸປະໂພກ-ບໍລິໂພກ, ເສື້ອຜ້າ, ສິນຄ້າຫັດຖະກຳ, ເຄື່ອງແກະ ສະຫຼັກ, ເຄື່ອງເຟີນີເຈີໄມ້, ສິນຄ້າກະສິກໍາ ແລະ ອື່ນໆ. ພິເສດໃນແຕ່ລະຄືນຈະມີການສະແດງສິລະປະວັນນະຄະດີຈາກກອງສິນລະປະແຂວງອັດຕະປື ແລະ ສິນລະປະຈາກແຂວງກອນຕູມ ສສ ຫວຽດນາມ.

            ຈຸດປະສົງຫຼັກຂອງການຈັດງານກໍ່ເພື່ອສະເຫຼີມສະຫຼອງ “ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 " ວັນເຊັນສັນຍາມິດຕະພາບ - ການຮ່ວມມື ຄົບຮອບ 45 ປີ (18/7/1977 - 18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ - ຫວຽດນາມ ຄົບຮອບ 60 ປີ (5/9/1962 - 5/9/ 2022), ເພື່ອເປັນການເສີມຂະຫຍາຍນະໂຍບາຍການເຊື່ອມໂຍງດ້ານການຄ້າ,ການລົງທຶນແລະການທ່ອງທ່ຽວ, ທັງເປັນການສົ່ງເສີມສີມື-ພູມປັນຍາຂອງຊາວບ້ານ, ກຸ່ມຜູ້ຜະລິດ ແລະ ປຸງແຕ່ງສິນຄ້າໃຫ້ກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ ແລະ ກ້າວສູ່ມາດຕະຖານສາກົນເທື່ອລະກ້າວ.

          ຈາກນັ້ນ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ອັດຕະປື ກໍໃຫ້ກຽດກ່າວເປີດ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນການເປີດງານຢ່າງເປັນທາງການ, ການນຳ, ແຂກຜູ້ແທນ ກໍໄດ້ເດີນທ່ຽວຊົມງານວາງສະແດງ ແລະ ຈໍາໜ່າຍສິນຄ້າຢ່າງຄຶກຄື້ນມ່ວນຊື່ນ.

 

Found a typo? Please select it and press Ctrl + Enter.