ຄະນະນຳແຂວງອັດຕະປື ເຄື່ອນໄຫວຢ້ຽມຢາມສະຖານທີ່ປະຫວັດສາດດຽນບຽນຟູ ເນື່ອງໃນໂອກາດເຂົ້າຮ່ວມງານແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສະເຫຼີມສະຫຼອງປີສາມັກຄີມິດະພາບ ລາວ-ຫວຽດນາມ ປີ 2022 ( 10 ແຂວງຊາຍແດນ ).
ວັນທີ 29 ກັນຍາ 2022 ຄະນະນຳແຂວງອັດຕະປື ນໍາໂດຍທ່ານ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມສະຖານທີ່ປະຫວັດສາດບັ້ນຮົບດຽນບຽນຟູ ຄື: ຍອດພູເອໜຶ່ງ, ຫໍພິພິຕະພັນນັກຮົບດຽນບຽນຟູ ແລະ ອານຸສາວະລີໄຊຊະນະດຽນບຽນຟູ. ເພື່ອສຶກສາຄວາມເດັດດ່ຽວ-ພິລະອາດຫານ ແລະ ມີໄຫວພິກຂອງກອງທັບ ແລະ ປະຊາຊົນຫວຽດນາມຕໍ່ສູ້ກັບຈັກກະພັດຜູ້ຮຸກຮານ ກ້າວໄປເຖິງຍາດເອົາໄຊຊະນະຢ່າງສົມບູນທີ່ສຳຄັນຍິ່ງໃຫຍ່ປະຫວັດສາດ ໃນປີ 1954 ເຊິ່ງເປັນການຊິ້ນສຸດລະບອບລ່າເມືອງຂອງຝຣັ່ງຢູ່ອິນດູຈີນ.
![]() | ມື້ນີ້ | 310 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 958 |
![]() | ເດືອນນີ້ | 525 |
![]() | ທັງໝົດ | 211700 |
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌