ທ່ານ ທອງທັດ ແກ້ວບຸນໄຊ ຮອງຫົວໜ້າ ພະແນກຖະແຫຼ່ງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນນາມຕ່າງໜ້າໃຫ້ຄະນະນັກສະແດງຂອງແຂວງອັດຕະປື ທີ່ມາຮ່ວມງານມະຫາກຳແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ III ປີ 2022. ທີ່ແຂວງດຽນບຽນ ສສ ຫວຽດນາມ, ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1153/ຈຂອປ, ລົງວັນທີ 20 ກັນຍາ 2022. ມາຮອດມາຮອດປັດຈຸບັນພວກເຮົາແມ່ນມີຄວາມພ້ອມແລ້ວທີ່ຈະເຂົ້າຮ່ວມງານສະແດງຄັ້ງນີ້, ເຊິ່ງໄດ້ນຳເອົາສິລະປະວັດທະນະທຳທີ່ເປັນເອກະລັກໂດດເດັ່ນຂອງແຂວງອັດຕະປື ມາແລກປ່ຽນ ຫຼື ສະແດງໂຊຮ່ວມກັບບັນດາແຂວງທີ່ມີຊາຍແດນຕິດຈອດກັບ ສສ ຫວຽດນາມ. ເຊິ່ງປະກອບມີ 3 ລາຍການສະແດງ ຄື: ບົດຟ້ອນສາຍສຳພັນທີ່ຍິ່ງໃຫຍ່ຂອງ ລາວ-ຫວຽດນາມ, ບົດຟ້ອນຊີວິດໃໝ່ຂອງຊາວພູດ້ອຍ ແລະ ເດີນໂຊຊຸດຊົນເຜົ່າ. ເຊິ່ງມີນັກສະແດງທັງໝົດ 13 ຄົນ.
![]() | ມື້ນີ້ | 301 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 949 |
![]() | ເດືອນນີ້ | 516 |
![]() | ທັງໝົດ | 211691 |
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌