ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ຢ່າງສຸດໃຈ.                                         ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າໝັ້ນຍືນ!                                                                                  ຍົກສູງບົດບາດການນຳພາຂອງພັກທີ່ເຂັ້ມແຂງຮອບດ້ານ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໝາ, ສູ້ຊົນປົກປັກຮັກສາ ແລະ ພັດທະນາແຂວງ ອັດຕະປືກ້າວຂື້ນຢ່າງໜັກແໜ້ນ, ປະຊາຊົນຢູ່ດີກິນດີຕາມທິດສ້າງສັງຄົມນິຍົມແຕ່ຮາກຖານ.                                                                                          

  • ຄອ​ຂ ເຂົ້າອວຍພອນຄະນະພັກ, ຄະນະບັນຊາກ
  • ຄະນະໂຄສະນາອົບຮົມແຂວງອັດຕະປື ເຂົ້າອ
  • ຫົວໜ້າ ຄອຂ ລາຍງານການນຳພາ-ຊີ້ນຳວຽກງາ
  • ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບ
  • ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນ
  • ໜ່ວຍພັກຄະນະໂຄສະນາອົບຮົມແຂວງອັດຕະປ

ຄະນະໂຄສະນາອົບຮົມແຂວງອັດຕະປື ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງອັດຕະປື.

ເພື່ອເປັນການເຊີດຊູເຖິງຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະກໍ່...

ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023.

ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023. ----------...

ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງພັກ ແລະ ເຜີຍແຜ່ເອກະສານອົບຮົມສະມາຊິກພັກ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ.

ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງພັກ ແລະ ເຜີຍແຜ່ເອກະສານອົບຮົມສະມາຊິກພັກ ໃຫ້ແກ່ພະນັ...
Previous
Next

ຄະນະນຳແຂວງອັດຕະປື ເຂົ້າຮ່ວມພິທີເປີດງານລວມບັນດາກິດຈະກຳເຄື່ອນໄຫວດ້ານວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຄັ້ງທີ III ທີ່ແຂວງບຽນດຽນ ສສ ຫວຽດນາມ.

         ໃນຕອນເຊົ້າວັນທີ 1 ຕຸລາ 2022 ຄະນະນຳແຂວງອັດຕະປື ນຳໂດຍ ທ່ານ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະ ໄດ້ເຂົ້າຮ່ວມພິທີເປີດງານລວມບັນດາກິດຈະກຳເຄື່ອນໄຫວດ້ານວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ, ຢູ່ທີ່ສະໜາມຫຼວງ 7-5 ແຂວງບຽນດຽນ ສສ ຫວຽດນາມ. ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ວື ອາ ບັງ ຮອງປະທານຄະນະກຳມະການສະພາປະຊາຊົນແຂວງ ບຽນດຽນ ສາທາລະນະລັດສັງຄົມນິຍົມຫວຽດນາມ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຫ່ງ ສປປ ລາວ, ມີບັນດາການນຳມາຈາກ 10 ແຂວງຂອງ ສປປ ລາວ ແລະ ສສ ຫວຽດນາມ ທີ່ມີສາຍແດນຕິດຈອດກັນ, ພ້ອມດ້ວຍນັກສື່ມວນຊົນ ລາວ-ຫວຽດນາມ, ຄະນະກຳມະການຈັດງານຂອງແຂວງບຽນດຽນ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

           ກ່ອນເຂົ້າພິທີຄະນະຜູ້ແທນທັງສອງຝາຍ ຫວຽດນາມ-ລາວ ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຂອງແຂວງດຽນບຽນ ແຕ່ລະບົດໄດ້ສະແດງໃຫ້ເຫັນໄດ້ເຖິງການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ແລະ ຄວາມສາມັກຄີພິເສດລະຫວ່າງ ລາວ-ຫວຽດນາມ ທີ່ມີມາແຕ່ດຶກດຳບັນຈົນເຖິງປະຈຸບັນ. ໃນໂອກາດດັ່ງກ່າວ ທ່ານ ຫງຽນ ທິຮ້າຍ ຢຸ່ງ ຫົວໜ້າກົມວັດທະນາທຳຊົນເຜົ່າ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ກໍ່ກ່າວເປີດພິທີ ແລະ ກ່າວຈຸດປະສົງຕໍ່ການຈັດງານແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ປີ 2022, ຖືວ່າເປັນເຫດການທາງການເມືອງທີ່ສໍາຄັນ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ -ຫວຽດນາມ ຄົບຮອບ 45 ປີ ແລະ ຖືໂອກາດນີ້ເພື່ອສຶບຕໍ່ຢັ້ງຢືນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ, ສະໜິດແໜ້ນຜູກພັນກັນລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຕິດຈອດ.

           ພ້ອມກັນນັ້ນທ່ານຍັງໄດ້ກ່າວຕື່ມອີກວ່າງານ​ບຸນ​ຄັ້ງນີ້ຈະໄດ້​ດຳ​ເນີນ​ໄປເລີ້ມ​ແຕ່​ວັນ​ທີ 1 – 3 ຕຸລາ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ສິລະ​ປະກອນ, ນັກ​ສິລະ​ປິນ, ນັກ​ສະ​ແດງ, ນັກ​ກິລາ​ບັນດາ​ເຜົ່າ​ຈາກບັນດາແຂວງຂອງ ສສຫວຽດນາມ ​ແລະ ຄະນະ​ສິລະ​ປະ​ມວນ​ຊົນ ​ແຂວງ ​ແຫ່ງ ສປປ ລາວ. ຈາກນັ້ນໃນພິທີຍັງກໍໄດ້​ມອບ​ທຸງ​ທີ່​ລະນຶກ​ໃຫ້​ບັນດາ​ແຂວງຂອງລາວ-ຫວຽດ ​ແລະ ບັນດາພາກສ່ວນຕ່າງໆ ແລະ​ກຸ່ມ​ທີ່​ເຂົ້າ​ຮ່ວມ​ງານ​ບຸນ.

           ຈາກນັ້ນການນຳ, ແຂກຜູ້ແທນກໍໄດ້ເດີນທ່ຽວຊົມງານວ່າງສະແດງ, ແນະນຳອາຫານ ​ແລະ ​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ວັດທະນະທຳ ​- ການ​ທ່ອງ​ທ່ຽວ, ຜະລິດ​ຕະພັນ OCOP ແລະ ຜະລິດ​ຕະພັນ​ກະ​ເສດ​ທ້ອງ​ຖິ່ນຢ່າງຄຶກຄືນມ່ວນຊື່ນ. ໃນຕອນແລງຂອງວັນດ່ຽວກັນຄະນະຜູ້ແທນທັງສອງຝ່າຍກໍ່ໄດ້ໄປວ່າງພວງມາລາ ແລະ ຈູດທູບ ຢູ່ທີ່ສະໜາມຮົບດຽນບຽນຟູ ແລະ​ ສຸສານ​ນັກຮົບ​ ເພື່ອຈາລຶກເຖິງຄຸນງາມຄວາມດີອັນຍິງໃຫຍ່ ແລະ ໄຫ້ວອາໄລເຖິງດວງວິຍານຂອງບັນດາສະຫາຍນັກຮົບປະຕິວັດ ຂອງຫວຽດນາມ ທີ່ເຂົາເຈົ້າໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ເສຍສະຫຼະເລືອເລືອດເນື້ອເຫືອແຮງ, ສະຕິປັນຍາ ແລະ ເສຍຊີວິດອຸທິດຕົນ ເພື່ອປະເທດຊາດ.

ໃນຄໍ່າຄືນຂອງວັນດຽວກັນກໍ່ໄດ້ມີສະແດງສິນລະປະ ເຊິ່ງປະກອບມີບົດລຳ, ບົດຟ້ອນ ທີ່ສະແດງ, ສ່ອງແສງໃຫ້ເຫັນເຖິງມູນເຊື້ອການສູ້ຮົບທາງດ້ານປະຫວັດສາດ, ວັດທະນະທຳ ແລະການພັດທະນາເສດຖະກິດ-ສັງຄົມ ຂອງ 2 ຊາດລາວ-ຫວຽດນາມ ຕື່ມອີກ.

Found a typo? Please select it and press Ctrl + Enter.

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

224153
ມື້ນີ້ມື້ນີ້7
ມື້ວານນີ້ມື້ວານນີ້405
ອາທິດນີ້ອາທິດນີ້529
ເດືອນນີ້ເດືອນນີ້5159
ທັງໝົດທັງໝົດ224153

ຈຳນວນຄົນອອນໄລ໌ທ

ມີ 7  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌