ໃນວັນທີ 2 ຕຸລາ 2022 ທີ່ໂຮງແຮມ ເມືອງແທັ່ງ, ນະຄອນດຽນບຽນຟູ ສສ ຫວຽດນາມ. ທ່ານ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຕ່າງໜ້າການນໍາແຂວງ ອັດຕະປື ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ການເຊື່ອມໂຍງ, ຮ່ວມມືພັດທະນາການທ່ອງທ່ຽວ ເຂດຊາຍແດນ ລາວ- ຫວຽດນາມ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮ່າວັນຊຽວ-ຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ທ່ານ ສົມໄຊ ສີປະເສີດ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ, ມີຄະນະຜູ້ແທນທັງສອງຝ່າຍລາວ-ຫວຽດນາມ ພ້ອມດ້ວຍບັນດາອຳນວຍການບໍລິສັດທ່ອງທ່ຽວເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ຮ່າວັນຊຽວ ຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ກໍໄດ້ກ່າວເປີດພິທີ ພ້ອມກ່າວຈຸດປະສົງໂດຍຍົກໃຫ້ເຫັນການພັດທະນາການທ່ອງທ່ຽວ ລະຫວ່າງ ຫວຽດນາມ-ລາວ ບັນລຸໄດ້ໝາກຜົນທີ່ສຳຄັນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດ, ປະກອບສ່ວນຊຸກຍູ້ການຂະຫຍາຍຕົວຂອງໂຄງປະກອບເສດຖະກິດ, ສ້າງວຽກເຮັດງານທຳ, ລົບລ້າງຄວາມທຸກຍາກ, ເພີ່ມທະວີການໂຄສະນາ, ການພັດທະນາການທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ແມ່ນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງວຽກເຮັດງານທຳເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນໃຫ້ນັບມື້ດີຂື້ນ ເພື່ອປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍສັງຄົມຊາຍແດນ. ຫຼັງຈາກນັ້ນຄະນະຜູ້ແທນທັງສອງຝ່າຍ ແລະ ນັກທຸລະກິດຂອງ ຫວຽດນຽມ ກໍ່ໄດ້ຜັດປຽນກັນຂື້ນແລກປ່ຽນປະກອບຄຳເຫັນຕີລາຄາຄວາມບົ່ມຊ້ອນ, ກາລະໂອກາດ ແລະ ທິດທາງການເຊື່ອມໂຢງ, ພັດທະນາການທ່ອງທ່ຽວເຂດຊາຍແດນ ແລະ ບົດຮຽນການຮ່ວມມືລະຫວ່າງບັນດາແຂວງຂອງ ຫວຽດ - ລາວ ໃນການພັດທະນາການທ່ອງທ່ຽວ.
ຈຸດປະສົງເພື່ອແນ່ໃສ່ເພີ່ມທະວີສາຍພົວພັນການຮ່ວມມື ແລະ ຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນລະຫວ່າງສອງປະເທດໃນການຮັດແໜ້ນ, ລົງເລິກ ແລະ ເປີດກວ້າງການຮ່ວມມືໄລຍະຍາວ ແລະ ການຮ່ວມມືໃນຂະແໜງການທ່ອງທ່ຽວຕ່າງຝ່າຍຕ່າງມີຜົນປະໂຫຍດຂອງສອງປະເທດ, ຂັບເຄື່ອນ ແລະຊຸກຍູ້ໃຫ້ນັກທ່ອງທ່ຽວມີການໄປມາຫາສູ່ກັນຫລາຍຂຶ້ນ, ການຮ່ວມມືເຂດຊາຍແດນ ແລະການຮ່ວມມື ເພື່ອອໍານວຍຄວາມສະດວກໃນການເດີນທາງ ແລະ ຂ້າມຊາຍແດນ; ເພີ່ມທະວີກ້າວສູ່ການເຊື່ອມໂຍງພາຍໃນອາຊຽນ ໂດຍການຊຸກຍູ້ນັກທ່ອງທ່ຽວຂອງສອງປະເທດໃຫ້ຫລາຍກວ່າເກົ່າ ລວມທັງນັກທ່ອງທ່ຽວຈາກປະເທດທີ 3, ນອກນີ້ ສອງຝ່າຍຍັງໄດ້ສົ່ງເສີມການພັດທະນາຊັບພະຍາກອນມະນຸດໃນຂະແໜງການທ່ອງທ່ຽວ ແລະ ພັດທະນາຄວາມອາດສາມາດໃຫ້ແກ່ນັກວິຊາການ ໂດຍແຕ່ລະຝ່າຍ ຈະເຊື້ອເຊີນ ຊຶ່ງກັນ ແລະ ກັນເຂົ້າຮ່ວມບັນດາກອງປະຊຸມສໍາມະນາ, ເວທີປຶກສາຫາລືຕ່າງໆ ແລະ ສືບຕໍ່ຊຸກຍູ້ການແລກປ່ຽນທັດສະນະສຶກສາ ແລະ ການຢ້ຽມຢາມທາງການ ສໍາລັບພາກລັດ ແລະ ພາກທຸລະກິດ ລວມທັງສື່ມວນຊົນ ໂດຍຈຸດປະສົງເພື່ອຮັບປະກັນອຸດສາຫະກໍາການຄ້າທ່ອງທ່ຽວຂອງສອງຝ່າຍໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ຍືນຍົງ.
![]() | ມື້ນີ້ | 301 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 949 |
![]() | ເດືອນນີ້ | 516 |
![]() | ທັງໝົດ | 211691 |
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌