ວັນທີ 3 ຕຸລາ 2022; ຕາງໜ້າໃຫ້ການນຳແຂວງອັດຕະປື ນຳໂດຍ ທ່ານ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ກົງຈັກ ສີສະຫວາດ ຫົວໜ້າພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ເຂົ້າຮ່ວມພິທີປິດງານແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ III ປີ 2022. ຢູ່ທີ່ແຂວງບຽນດຽນ ສສ ຫວຽດນາມ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ນ. ຫງຽນ ທິຮ້າຍ ຢຸ່ງ ຫົວໜ້າກົມວັດທະນາທຳຊົນເຜົ່າ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ; ມີບັນດາການນຳ 10 ແຂວງລາວ ແລະ ຫວຽດນາມ ພ້ອມພະແນກການ ແລະ ຄະນະຜູ້ແທນຂອງແຂວງດຽນບຽນ, ນັກສະແດງ, ນັກສິລະປະເຂົ້າຮ່ວມ.
ໃນພິທີ ທ່ານ ຫງຽນ ທິຮ້າຍ ຢຸ່ງ ຫົວໜ້າກົມວັດທະນາທຳຊົນເຜົ່າ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຜ່ານບົດສະຫຼຸບຕີລາຄາ ຕໍ່ການຈັດງານແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງນີ້ວ່າ: ຫຼອດໄລຍະເວລາ 3 ວັນ ການຈັດງານແລກປ່ຽນວັດທະນາທຳ, ກິລາ ແລະ ທອງທ່ຽວເຂດຊາຍແດນ ເຫັນໄດ້ບັນຍາກາດແຫ່ງຄວາມຕື່ນເຕັ້ນ, ຄວາມສາມັກຄີ, ຄວາມພາກພູມໃຈດ້ານວັດທະນະທຳພື້ນເມືອງຂອງບັນດາເຜົ່າຫວຽດນາມ ແລະ ລາວ, ຍົກສູງຄວາມຮັບຜິດຊອບປົກປັກຮັກສາມໍລະດົກວັດທະນະທຳອັນລ້ຳຄ່າ ແລະ ຄວາມສາມັກຄີຂອງຊາວເຜົ່າ. ສອງປະເທດ, ໄດ້ສ້າງຄວາມປະທັບໃຈໃຫ້ປະຊາຊົນແຂວງ ດຽນບຽນ ແລະ ນັກທ່ອງທ່ຽວກໍຄືນັກສິລະປະ, ນັກສະແດງ. ພິເສດແມ່ນໄດ້ຕ້ອນຮັບບັນດາສະຫາຍ ແລະ ການນຳບັນດາກະຊວງ, ຂະແໜງການຂອງສອງປະເທດ ສປປ ລາວ ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເຂົ້າຮ່ວມ. ການເຄື່ອນໄຫວຂອງງານຄັ້ງນີ້ດຳເນີນໄປດ້ວຍຫຼາຍເນື້ອໃນຄື: ການພົບປະແລກປ່ຽນວັດທະນະທຳ ແລະ ສິລະປະມວນຊົນ, ການສະແດງຊຸດອາພອນຂອງບັນດາເຜົ່າ, ແຂ່ງຂັນກິລາ, ງານວາງສະແດງ ແລະ ຈຳໜ່າຍສິນຄ້າ.
ໃນຕອນທ້າຍພິທີ ທ່ານ ນ. ຫງຽນ ທິຮ່າຍ ຢູ່ງ ໄດ້ຮັບກຽດມອບໃບຍ້ອງຍໍ ໃຫ້ຄະນະສິລະປະຂອງບັນດາແຂວງ ລາວ-ຫວຽດນາມ ທີ່ມີຜົນງານດີເດັ່ນເຂົ້າຮ່ວມງານເທດສະການງານຄັ້ງນີ້ ແລະ ມອບທຸງໃຫ້ແຂວງກວາງນາມເປັນເຈົ້າພາບຈັດງານແລກປ່ຽນວັດທະນາທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ IV ໃນປີ 2027. ໃນຄໍ່າຄືນຂອງວັນດຽວກັນບັນດາຄະນະຜູ້ແທນທັງສອງຝ່າຍ ຂອງ ຫວງດນາມ-ລາວ ໄດ້ຮັບຊົມການສະແດງສິນລະປະ ເຊິ່ງປະກອບມີບົດລຳ, ບົດຟ້ອນ ແລະ ຟ້ອນຮ່ວມກັນເພື່ອກ່າວຄຳອຳລາ.
![]() | ມື້ນີ້ | 281 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 929 |
![]() | ເດືອນນີ້ | 496 |
![]() | ທັງໝົດ | 211671 |
ມີ 16 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌